ທ່ານ ໂດໂນ ທຣຳ ຕ້ອງການຖອນທະຫານອອກຈາກຊີຣີ ແຕ່ກອງທັບບໍ່ເຫັນດີ - ອິດສະຫຼະ

ທ່ານ ໂດໂນ ທຣຳ ຕ້ອງການຖອນທະຫານອອກຈາກຊີຣີ ແຕ່ກອງທັບບໍ່ເຫັນດີ



ສຳນັກຂ່າວຕ່າງປະເທດລາຍງານ 4 ເມສາ 2018 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເມື່ອວັນອັງຄານ (3 ເມສາ) ວ່າພາລະກິດພື້ນຖານຂອງກອງທັບສະຫະລັດ ອາເມຣິກາ ໃນຊີຣີ ຄືການປາບປາມກຸ່ມກໍ່ການຮ້າຍ IS ແລະ ໃນປັດຈຸບັນພາລະກິດດັ່ງກ່າວມີຄວາມຄືບໜ້າເກືອບສົມບູນແບບແລ້ວ ເຊິ່ງສະຫະລັດ ອາເມຣິກາຈະຕັດສິນໃຈຮ່ວມກັບພັນທະມິດ ໃນການດຳເນີນການຂັ້ນຕໍ່ໄປ, ໂດຍທ່ານ ໂດໂນ ທຣຳ ກ່າວວ່າ ສິ່ງທີ່ທ່ານຕ້ອງການຫຼາຍທີ່ສຸດຄື ການນຳທະຫານອາເມຣິກາກັບຄືນປະເທດ ຖືເປັນການກ່າວຢ້ຳຄຳຖະແຫຼງຂອງທ່ານເອງ ທີ່ກ່າວເມື່ອຕອນລົງຢ້ຽມຢາມລັດໂອໄຮໂອ ເມື່ອອາທິດທີ່ຜ່ານມາ ວ່າສະຫະລັດ ອາເມຣິກາ ຈະຖອນທະຫານອອກຈາກຊີຣີ ພາຍໃນອະນາຄົດອັນໃກ້ນີ້ ແລະ ຫຼັງຈາກນັ້ນຈະປ່ອຍໃຫ້ຄົນອື່ນຄຸມຄອງດູແລຕໍ່ໄປ.


ເຖິງຢ່າງໃດກໍ່ຕາມ ພາຍໃນບໍ່ພໍເທົ່າໃດນາທີຕໍ່ມາ ທ່ານ ພົນເອກ ໂຈເຊບ ໂວເທວ ຜູ້ບັນຊາການສູນບັນຊາການກາງສະຫະລັດ ອາເມຣິກາ ທີ່ຄວບຄຸມປະຕິບັດການຂອງໜ່ວຍເຄື່ອນທີ່ໄວ ແລະ ໜ່ວຍຮົບພິເສດຂອງສະຫະລັດ ອາເມຣິກາ ໃນຕາເວັນອອກກາງ ທີ່ລວມເຖິງປະເທດຊີຣີ,​ ອິຣັກ ແລະ ອາຟະການິດສະຖານ ກ່າວວ່າສະຫະລັດ ອາເມຣິກາ ຄວນມີບົດບາດໃນໄລຍະຍາວຢູ່ຊີຣີ ເພື່ອຮ່ວມຟື້ນຟູສະຖຽນລະພາບໃນທຸກດ້ານໃຫ້ກັບພື້ນທີ່ໆໄດ້ຮັບການປົດປ່ອຍຈາກກຸ່ມ IS, ຂະນະທີ່ທ່ານ ເບຼດ ແມັດເກິກ ທູດພິເສດດ້ານການປະສານງານຂອງພັນທະມິດຕໍ່ຕ້ານກຸ່ມ IS ກ່າວວ່າພາລະກິດຂອງກອງທັບສະຫະລັດ ອາເມຣິກາ ແລະ ພັນທະມິດໃນການປາບປາມກຸ່ມກໍ່ການຮ້າຍນັ້ນຍັງບໍ່ສຳເລັດຜົນ.


No comments

Powered by Blogger.