ຍົນຮົບກອງທັບມຽນມາ ປະສົບເຫດຕົກລົງກາງທົ່ງນາ ນັກບິນເສຍຊີວິດ (ວິດີໂອ) - ອິດສະຫຼະ

ຍົນຮົບກອງທັບມຽນມາ ປະສົບເຫດຕົກລົງກາງທົ່ງນາ ນັກບິນເສຍຊີວິດ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ເມສາ 2018 ທີ່ຜ່ານມາວ່າ: ຍົນທະຫານກອງທັບມຽນມາຕົກ, ໂດຍຜູ້ບັນຊາການທະຫານບົກຖະແຫຼງວ່າ ສາເຫດຂອງການຕົກເກີດຈາກ ຄວາມຂັດຂ້ອງທາງເຕັກນິກ ແລະ ນັກບິນເສຍຊີວິດຈາກອາການບາດເຈັບສາຫັດ ຂະນະທີ່ຖືກນຳສົ່ງໄປຍັງໂຮງໝໍທະຫານໃນເມືອງຕອງອູ ແລະ ກອງທັບໄດ້ຕັ້ງຄະນະກຳມະການສອບສວນຫາສາເຫດທີ່ເກີດຂຶ້ນແລ້ວ.

ທາງດ້ານເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນລາຍງານວ່າ: ຍົນລຳທີ່ຕົກເປັນຍົນຮົບລຸ້ນ F-7 ມີບ່ອນນັ່ງດຽວ ໄດ້ຕົກລົງກາງທົ່ງນາ ບ້ານຈຸນຄອນ ທີ່ມີໄລຍະທາງຂັບລົດປະມານ 1 ຊົ່ວໂມງ ຈາກນະຄອນຫຼວງເນປີດໍ ເມື່ອເວລາປະມານ 10:00 ໂມງ ຂອງວັນອັງຄານ (3 ເມສາ).

F-7 ເປັນຍົນຮົບສະໄໝສົງຄາມເຢັນ ທີ່ຜະລິດໃນປະເທດຈີນ ໂດຍຖອດແບບມາຈາກຍົນຮົບຂອງສະຫະພາບໂຊວຽດ MiG-21, ມຽນມາແມ່ນເຄີຍປະສົບບັນຫາກ່ຽວກັບຍົນຕົກຫຼາຍຄັ້ງ ໃນໄລຍະບໍ່ພໍເທົ່າໃດປີຜ່ານມາ ລວມເຖິງຍົນທະຫານຕົກໃນທະເລອັນຕາມັນ ເມື່ອເດືອນມິຖຸນາ 2017 ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 122​ ຄົນ.




No comments

Powered by Blogger.