ແຈ້ງເຕືອນ...! ພາຍຸລະດູຮ້ອນ ໃນວັນທີ 5-7 ເມສາ 2018 ນີ້ - ອິດສະຫຼະ

ແຈ້ງເຕືອນ...! ພາຍຸລະດູຮ້ອນ ໃນວັນທີ 5-7 ເມສາ 2018 ນີ້



ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນ ພາຍຸລະດູຮ້ອນ ສະບັບເລກທີ 0366/ກອຕທ ລົງວັນທີ 4​ ເມສາ 2018 ວ່າ: ເນື່ອງຈາກມວນອາກາດເຢັນທີ່ມີກຳລັງແຮງປານກາງຈາກປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວໃນອີກເທື່ອໃໝ່ ໃນໄລຍະໜຶ່ງອາທິດຕໍ່ໜ້ານີ້ ເຊິ່ງໄລຍະວັນທີ 5-6 ເມສາ 2018 ຈະມີແລວປະທະຂອງມວນອາກາດຮ້ອນ ແລະ ມວນອາກາດເຢັນ ທີ່ຈະເຮັດໃຫ້ເກີດມີພາຍຸລະດູຮ້ອນຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໃນວັນທີ 5-7 ເມສາ 2018 ໂດຍຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ,​ ໝາກເຫັບຕົກ ແລະ ມີລົມພັດແຮງ.

ດັ່ງນັ້ນ, ຈຶ່ງແຈ້ງເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ບັນດາແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ໄຊສົມບູນ, ບໍ່ແກ້ວ, ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ,​ ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ຈະກໍ່ໃຫ້ເກີດມີຕົ້ນໄມ້ ແລະ ປ້າຍໂຄສະນາຫັກລົ້ມ, ຫຼັງຄາເຮືອນເປ່ເພ ແລະ ຟ້າຜ່າ, ໝາກເຫັບຕົກ ເຊິ່ງຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນອັນມີຄ່າຂອງປະຊາຊົນບັນດາເຜົ່າ,​ພ້ອມນີ້ກໍ່ໃຫ້ຫຼີກເວັ້ນການຢູ່ກ້ອງຕົ້ນໄມ້ໃຫຍ່ ຫຼື ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ ແລະ ຫຼີກເວັ້ນການຢູ່ກາງເດີນກວ້າງ ເພາະຈະມີຄວາມສ່ຽງຕໍ່ການເກີດຟ້າຜ່າ. ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນ້ຳ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.



No comments

Powered by Blogger.