ຄົນຮ້າຍບຸກຍິງ ສຳນັກງານໃຫຍ່ Youtube ບາດເຈັບ 3 ຄົນ (ວິດີໂອ) - ອິດສະຫຼະ

ຄົນຮ້າຍບຸກຍິງ ສຳນັກງານໃຫຍ່ Youtube ບາດເຈັບ 3 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 3 ເມສາ 2018 ທີ່ຜ່ານມາວ່າ: ເກີດເຫດບຸກຍິງສຳນັກງານໃຫຍ່ຂອງບໍລິສັດ Youtube ມີຜູ້ໄດ້ຮັບບາດເຈັບ 3 ຄົນ, ຂະນະທີ່ຜູ້ຕ້ອງສົງໄສທີ່ເປັນຜູ້ຍິງ (ເພດ) ເສຍຊີວິດໃນທີ່ເກີດເຫດ.

ສຳນັກງານຕຳຫຼວງເມືອງຊານບຼູໂນ ລັດຄາລິຟໍເນຍ ອອກຖະແຫຼງການເລື່ອງການບຸກຍິງສຳນັກງານໃຫຍ່ຂອງບໍລິສັດ Youtube ເມື່ອຕອນບ່າຍຂອງວັນອັງຄານ (3 ເມສາ) ຕາມເວລາທ້ອງຖິ່ນ ໂດຍຢູ່ບ່ອນເກີດເຫດພົບຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 3 ລາຍ ເປັນເພດຍິງ 2 ຄົນ ອາຍຸ 32 ປີ ແລະ 27 ປີ ແລະ ຊາຍໜຶ່ງຄົນ ອາຍຸ 36 ປີໄດ້ຮັບບາດເຈັບສາຫັດ.


ຂະນະດຽວກັນເຈົ້າໜ້າທີ່ພົບຜູ້ເສຍຊີວິດ 1​ ຄົນເປັນເພດຍິງ ເບື້ອງຕົ້ນຕັ້ງສົມມຸດຕິຖານວ່າຄືຜູ້ກໍ່ເຫດ ແລະ ເສຍຊີວິດຈາກການຂ້າຕົວຕາຍ ແຕ່ເຈົ້າໜ້າທີ່ສືບສວນຍັງບໍ່ມີການຕັ້ງສົມມຸດຕິຖານເຖິງແຮງຈູງໃຈໃນການກໍ່ເຫດຄັ້ງນີ້ ເຖິງແມ່ນວ່າສື່ທ້ອງຖິ່ນຫຼາຍແຫ່ງລາຍງານວ່າ ຜູ້ຮັບໄດ້ບາດເຈັບສາຫັດທີ່ເປັນຜູ້ຊາຍນັ້ນ ແລະ ຜູ້ກໍ່ເຫດແມ່ນມີຄວາມສຳພັນກັນ.
ໃນດ້ານຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twitter ໃຫ້ກຳລັງໃຈຜູ້ໄດ້ຮັບບາດເຈັບ ແລະ ຜູ້ກ່ຽວຂ້ອງກັບເຫດການຄັ້ງນີ້ ລວມໄປເຖິງຂອບໃຈ ແລະ ຊົມເຊີຍການປະຕິບັດງານຂອງເຈົ້າໜ້າທີ່ ທີ່ຕອບສະໜອງຕໍ່ເຫດການສຸກເສີນໄດ້ຢ່າງວ່ອງໄວ.

ສັງຄົມອາເມຣິກາ ຕ້ອງປະເຊີນໜ້າກັບເຫດການບຸກຍິງ ແລະ ການຍິງກັນຫຼາຍຄັ້ງ ອັນເນື່ອງມາຈາກການເປີດເສລີຂອງກົດໝາຍອາວຸດປືນ ທີ່ກຳລັງເປັນຂໍ້ຖົກຖຽງກັນເປັນວົງກວ້າງໃນປັດຈຸບັນ, ເຖິງຢ່າງໃດກໍ່ຕາມ ມີໜ້ອຍຄັ້ງທີ່ຜູ້ກໍ່ເຫດຈະເປັນເພດຍິງ ໂດຍສະຖິຕິຂອງສຳນັກງານສືບສວນກາງ (FBI) ລະບຸວ່າ ຈາກເຫດບຸກຍິງ ຫຼື ຍິງກັນທີ່ມີຄົນຮ້າຍຫຼາຍກວ່າ 1 ຄົນ ໃນລະຫວ່າງປີ 2000 ເຖິງ 2013 ມີພຽງ 6 ຄັ້ງເທົ່ານັ້ນ ສ່ວນຄົນຮ້າຍທີ່ເປັນເພດຍິງມີພຽງ 3.8%


No comments

Powered by Blogger.