ທ່ານນາຍົກ ຈະເຂົ້າຮ່ວມກອງປະຊຸມ MRC ທີ່ສຽມຣຽບ ຕາມຄຳເຊີນຂອງສົມເດັດ ຮຸນ ເຊນ - ອິດສະຫຼະ

ທ່ານນາຍົກ ຈະເຂົ້າຮ່ວມກອງປະຊຸມ MRC ທີ່ສຽມຣຽບ ຕາມຄຳເຊີນຂອງສົມເດັດ ຮຸນ ເຊນ



ສຳນັກຂ່າວສານປະເທດລາວລາຍງານວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ ຄະນະກຳມາທິການແມ່ນ້ຳຂອງສາກົນ ຄັ້ງທີ 3 ທີ່ສຽມຣຽບ ປະເທດກຳປູເຈຍ ໃນລະວຫວ່າງວັນທີ 4-5 ເມສາ 2018 ນີ້, ຕາມຄຳເຊີນຂອງສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ.

ໂດຍກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງ ຄັ້ງທີ 3 ນີ້ຈັດຂຶ້ນພາຍໃຕ້ຄຳຂວັນ “ເສີມສ້າງການເປັນຄູ່ຮ່ວມ ແລະ ສຸມທຸກຄວາມພະຍາຍາມຮ່ວມກັນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ຢູ່ຂົງເຂດອ່າງແມ່ນ້ຳຂອງ”.

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ມີແຜນຈະພົບປະສອງຝ່າຍກັບທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີກຳປູເຈຍ.

No comments

Powered by Blogger.