ຈີນຕອບໂຕ້ ຂຶ້ນພາສີສິນຄ້ານຳເຂົ້າຈາກ ສ.ອາເມຣິກາ ຈຳນວນ 128 ລາຍການ - ອິດສະຫຼະ

ຈີນຕອບໂຕ້ ຂຶ້ນພາສີສິນຄ້ານຳເຂົ້າຈາກ ສ.ອາເມຣິກາ ຈຳນວນ 128 ລາຍການ



ສຳນັກຂ່າວຕ່າງປະເທດລາຍງານ 2 ເມສາ 2018 ວ່າ: ກະຊວງການຄ້າຂອງຈີນ ອອກຖະແຫຼງການເພີ່ມອັດຕາພາສີສິນຄ້ານຳເຂົ້າຈາກສະຫະລັດ ອາເມຣິກາ ຈຳນວນ 128 ລາຍການ ໂດຍລາຍຊື່ຂອງສິນຄ້າສົ່ງອອກຈາກສະຫະລັດ ອາເມຣິກາທີ່ຕ້ອງຖືກອັດຕາພາສີຂອງຈີນທີ່ສູງຂຶ້ນ ເປັນໄປຕາມລາຍຊື່ທີ່ລັດຖະບານຈີນເຄີຍເປີດເຜີຍບາງສ່ວນເມື່ອວັນທີ 23 ມີນາ ທີ່ຜ່ານມາ, ໂດຍອັດຕາພາສີສູງສຸດ 25% ມີຈຳນວນ 8 ລາຍການ ລວມເຖິງຊີ້ນສັດແຊ່ແຂງເຊັ່ນ: ຊີ້ນໝູ ແລະ ຜະລິດຕະພັນອະລູມິນຽມ, ສ່ວນອີກ 120 ລາຍການລວມໄປເຖິງເຫຼົ້າວາຍ, ໝາກໄມ້ແຫ້ງ, ໝາກໄມ້ສົດ, ຖົ້ວເປືອກແຂງ ແລະ ທໍ່ເຫຼັກ ຈະຕ້ອງຖືກອັດຕາພາສີທີ່ສູງຂຶ້ນໃນອັດຕາ 15%.

ເຊິ່ງລາຍງານລະບຸວ່າ: ມາດຕະການດັ່ງກ່າວ ໄດ້ຮັບອະນຸມັດຕັ້ງແຕ່ວັນທີ 1 ເມສາ ທີ່ຜ່ານມາ, ແລະ ມີມູນຄ່າປະມານ 3,000 ລ້ານໂດລາສະຫະລັດ ຄືມາດຕະການຕອບໂຕ້ການທີ່ລັດຖະບານສະຫະລັດ ອາເມຣິກາຕັ້ງກຳແພງພາສີ 25% ແລະ 10% ຕາມລຳດັບ ສຳລັບຜະລິດຕະພັນເຫຼັກ ແລະ ອະລູມິນຽມ ເຊິ່ງຈີນຖືເປັນປະເທດຜູ້ສົ່ງອອກສິນຄ້າສອງຊະນິດນີ້ເປັນລາຍໃຫຍ່ທີ່ສຸດຂອງໂລກ.

ນອກຈາກນີ້, ເມື່ອວັນທີ 22 ມີນາ ທີ່ຜ່ານມາ, ສະຫະລັດ ອາເມຣິກາ ກໍ່ໄດ້ປະກາດກຽມຂຶ້ນພາສີສິນຄ້ານຳເຂົ້າຈາກຈີນ ອີກຫຼາຍກວ່າ 1,300 ລາຍການ ທີ່ຄິດໄລ່ເປັນມູນຄ່າສູງເຖິງ 60,000 ລ້ານໂດລາສະຫະລັດ ແລະ ຈະມີຜົນບັງຄັບໃຊ້ພາຍໃນ 30​ ວັນ ເພື່ອຕອບໂຕ້ນະໂຍບາຍການຄ້າທີ່ແຂງກະດ້າງຂອງລັດຖະບານຈີນ ທີ່ລະເມີດຊັບສິນທາງປັນຍາ ແລະ ລ່ວງລະເມີດຂໍ້ມູນດ້ານເຕັກໂນໂລຊີການຄ້າ ແລະ ຊັບສິນທາງປັນຍາຂອງສະຫະລັດ ອາເມຣິກາ.

ຂໍ້ມູນຈາກສູນສະຖິຕິແຫ່ງຊາດຂອງສະຫະລັດ ອາເມຣິກາລະບຸວ່າ: ມູນຄ່າການຂາດດຸນການຄ້າຕໍ່ຈີນ ເມື່ອປີທີ່ຜ່ານມາຢູ່ທີ່ 375,000 ລ້ານໂດລາສະຫະລັດ ສູງທີ່ສຸດເປັນປະຫວັດສາດ ແລະ ກວມເອົາອັດຕາສ່ວນ 2 ໃນ 3 ຂອງມູນຄ່າການຂາດດຸນໂດຍລວມຂອງສະຫະລັດ ອາເມຣິກາ ທີ່ຂາດດຸນທັງໝົດ 566,000 ລ້ານໂດລາສະຫະລັດ, ຂະນະທີ່ຈີນໄດ້ປຽບດຸນການຄ້າກັບສະຫະລັດ ອາເມຣິກາ ໃນໄລຍະເວລາດຽວກັນເຖິງ 276,000 ລ້ານໂດລາສະຫະລັດ.


No comments

Powered by Blogger.