ກະຊວງການເງິນ ອອກແຈ້ງເຕືອນ...! ເລີ່ມປັບໃໝຜູ້ທີ່ບໍ່ທັນຈ່າຍຄ່າທາງ ປີ 2017 ໃນອັດຕາ 40% - ອິດສະຫຼະ

ກະຊວງການເງິນ ອອກແຈ້ງເຕືອນ...! ເລີ່ມປັບໃໝຜູ້ທີ່ບໍ່ທັນຈ່າຍຄ່າທາງ ປີ 2017 ໃນອັດຕາ 40%



ກະຊວງການເງິນ ອອກແຈ້ງເຕືອນ ເລກທີ 0995/ກງ, ລົງວັນທີ 29 ມີນາ 2018 ເລື່ອງການປັບໃໝ່ຕໍ່ກັບຜູ້ເສຍຄ່າທຳນຽມທາງບໍ່ຖືກຕ້ອງຕາມເວລາທີ່ກຳນົດໄວ້.

ໂດຍແຈ້ງເຕືອນສະບັບດັ່ງກ່າວລະບຸວ່າ: ກະຊວງການເງິນ ຂໍຖືເປັນກຽດແຈ້ງເຕືອນມາຍັງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະທຸກປະເພດໃນຂອບເຂດທົ່ວປະເທດຊາບວ່າ:

1. ນັບແຕ່ວັນທີ 1 ເມສາ 2018 ເປັນຕົ້ນໄປ ແມ່ນໄດ້ເລີ່ມມີການປັບໃໝສຳລັບຜູ້ທີ່ບໍ່ຊຳລະຄ່າທຳນຽມທາງປະຈຳປີ 2017 ໃນອັດຕາ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽບທາງປະຈຳປີ.

2. ນັບແຕ່ວັນທີ 1 ກໍລະກົດ 2018 ເປັນຕົ້ນໄປ ແມ່ນໄດ້ເລີ່ມມີການປັບໃໝສຳລັບຜູ້ທີ່ບໍ່ຊຳລະຄ່າທຳນຽມທາງໃນປີ 2018 ໃນອັດຕາ 0.1% ຕໍ່ມື້ ຂອງມູນຄ່າທີ່ຕ້ອງເສຍຄ່າທຳນຽມທາງປະຈຳປີ.

ສຳລັບພາຫະນະປະເພດລົດຂົນສົ່ງສິນຄ້າ ຫຼື ຂົນສົ່ງໂດຍສານ ຕ້ອງມີໃບອະນຸຍາດການຂົນສົ່ງ ຈຶ່ງຖືກເສຍຄ່າທຳນຽມທາງຕາມປະເພດລົດຂົນສົ່ງ.

ໃນກໍລະນີບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທີ່ມີຈຸດປະສົງຈະຊື້ລົດມືສອງຢູ່ພາຍໃນປະເທດມານຳໃຊ້ ຕ້ອງໄດ້ກວດເບິ່ງລົດຄັນດັ່ງກ່າວໄດ້ເສຍຄ່າທຳນຽມທາງຂອງປີ 2017 ແລ້ວບໍ່ ຖ້າລົດຄັນດັ່ງກ່າວຫາກຍັງບໍ່ທັນເສຍຄ່າທາງປະຈຳປີ 2017 ຕ້ອງໄດ້ຊຳລະໃຫ້ຄົບຖ້ວນກ່ອນ ຈຶ່ງສາມາດເສຍຄ່າທຳນຽມທາງປະຈຳປີ 2018 ແລະ ປີຕໍ່ໆໄປໄດ້ ເຖິງແມ່ນວ່າລົດຄັ້ນດັ່ງກ່າວໄດ້ໂອນເປັນຊື່ຜູ້ໃໝ່ແລ້ວກໍ່ຕາມ.



No comments

Powered by Blogger.