ນາຍົກມາເລເຊຍ ປະກາດຍຸບສະພາ ແລະ ຈະເລືອກຕັ້ງໃໝ່ໃນອີກ 60 ວັນ - ອິດສະຫຼະ

ນາຍົກມາເລເຊຍ ປະກາດຍຸບສະພາ ແລະ ຈະເລືອກຕັ້ງໃໝ່ໃນອີກ 60 ວັນ



ສຳນັກຂ່າວຕ່າງປະເທດລາຍງານ 6 ເມສາ 2018 ວ່າ: ທ່ານ ນາຈິບ ຣາຊັກ ນາຍົກລັດຖະມົນຕີມາເລເຊຍ ຖະແຫຼງຜ່ານໂທລະພາບແຫ່ງຊາ ປະກາດຍຸບສະພາ ແລະ ຈະມີຜົນຢ່າງເປັນທາງການໃນວັນເສົາທີ 7 ເມສາ 2018 ນີ້ ສ່ວນການເລືອກຕັ້ງຄັ້ງໃໝ່ຈະຕ້ອງເກີດຂຶ້ນພາຍໃນ 60 ວັນ ເຊິ່ງຄະນະກຳມະການເລືອກຕັ້ງແຫ່ງຊາດຈະປຶກສາຫາລື ແລະ ປະກາດໃຫ້ຮັບຮູ້ອີກຄັ້ງໂດຍໄວທີ່ສຸດ.
ເຊິ່ງທ່ານ ນາຈິບ ຣາຊັກ ທີ່ຢູ່ໃນຕຳແໜ່ງນາຍົກລັດຖະມົນຕີມາເລເຊຍ ມາຕັ້ງແຕ່ປີ 2009 ໄດ້ກ່າວໃນຕອນທ້າຍຂອງການຖະແຫຼງວ່າ ຫາກໃນການເລືອກຕັ້ງທີ່ກຳລັງຈະເກີດຂຶ້ນ ປະຊາຊົນມາເລເຊຍຍັງໃຫ້ຄວາມໄວ້ເນື້ອເຊື່ອໃຈກັບ “ແນວຮ່ວມແຫ່ງຊາດ“ ທີ່ເປັນພັກລັດຖະບານປະສົມ 13 ພັກພາຍໃຕ້ການນຳຂອງພັກມະລາຢູສາມັກຄີແຫ່ງຊາດ ເຊິ່ງຕົວທ່ານເປັນຫົວໜ້າພັກ ທ່ານໃຫ້ຄຳໝັ້ນສັນຍາວ່າຈະປະຕິຮູບມາເລເຊຍໃຫ້ມີການພັດທະນາຍິງໆຂຶ້ນກວ່າທີ່ເປັນຢູ່.

ການປະກາດຍຸບສະພາ ເພື່ອເລືອກຕັ້ງໃໝ່ກອ່ນກຳນົດຂອງລັດຖະບານມາເລເຊຍ ເປັນໄປຕາມຄວາມຄາດໝາຍຂອງທຸກຝ່າຍໃນປະເທດ ທີ່ເລີ່ມຕັ້ງແຕ່ປີທີ່ຜ່ານມາ ຈາກກໍລະນີການພົວພັນລະຫວ່າງທ່ານ ນາຈິບ ຣາຊັກ ກັບ ເຄືອຂ່າຍການສໍ້ລາດບັງຫຼວງຄັ້ງໃຫຍ່ໃນກອງທຶນພັດທະນາແຫ່ງຊາດ 1MDB ທີ່ມີເງິນປິດສະໜາ 681 ລ້ານໂດລາເຂົ້າສູ່ບັນຊີຂອງທ່ານ ນາຈິບ ຣາຊັກ ແຕ່ກໍລະນີດັ່ງກ່າວໄດ້ຂະຫຍາຍວົງກວ້າງໄປສູ່ການກວາດລ້າງຝ່າຍກົງກັນຂ້າມທາງການເມືອງ ແລະ ການຍົກລະດັບກົດໝາຍຄວບຄຸມສື່, ທ່າມກາງສະຖານະການເສດຖະກິດທີ່ເສື່ອມຖອຍ, ເງິນຣິງກິດອ່ອນຄ່າ ເຊິ່ງເປັນຜົນມາຈາກຄວາມປັ່ນປວນຂອງລາຄານ້ຳມັນດິບ ແລະ ປາມນ້ຳມັນໃນຕະຫຼາດໂລກ ຂະນະທີ່ຈີນເຂົ້າມາລົງທຶນດ້ານອະສັງຫາລິມະຊັບໃນມາເລເຊຍຫຼາຍຂຶ້ນ.


No comments

Powered by Blogger.