ຕັດສິນແລ້ວ ຄຸກ 24 ປີ ອະດີດປະທານປະເທດເກົາຫຼີໃຕ້ ສໍ້ລາດບັງຫຼວງ-ໃຊ້ອຳນາດບໍ່ຖືກຕ້ອງ - ອິດສະຫຼະ

ຕັດສິນແລ້ວ ຄຸກ 24 ປີ ອະດີດປະທານປະເທດເກົາຫຼີໃຕ້ ສໍ້ລາດບັງຫຼວງ-ໃຊ້ອຳນາດບໍ່ຖືກຕ້ອງ



ສຳນັກຂ່າວຕ່າງປະເທດລາຍງານ 6 ເມສາ 2018 ວ່າ: ທ່ານ ຄິມ ເຊ-ຢູນ ຜູ້ພິພາກສາຂອງສານນະຄອນຫຼວງໂຊ ຂຶ້ນອ່ານຄຳຕັດສິນຂອງສານ ໃຫ້ທ່ານ ນາງ ປາກ ກຶນ-ເຮ ອະດີດປະທານປະເທດເກົາຫຼີໃຕ້ ອາຍຸ 68 ປີ ຮັບໂທດຕິດຄຸກເປັນເວລາ 24 ປີ ພ້ອມປັບໃໝເປັນເງິນອີກ 18,000 ລ້ານວອນ ຈາກຄວາມຜິດທັງໝົດ 18 ຂໍ້ຫາການສໍ້ລາດບັງຫຼວງ ທີ່ລວມເຖິງການຮັບສິນບົນ, ຂົ່ມຂູ່, ໃຊ້ອຳນາດບໍ່ຖືກຕ້ອງ ແລະ ເຈດຕະນາເຜີຍແຜ່ຄວາມລັບທາງລັດຖະການ.

ສຳລັບການອ່ານຄຳພິພາກສາຂອງສານໄດ້ຮັບການຖ່າຍທອດສົດຜ່ານສະຖານນີໂທລະພາບຫຼັກທຸກຊ່ອງຂອງເກົາຫຼີໃຕ້ ເນື່ອງຈາກເປັນຄະດີທີ່ສັງຄົມໃຫ້ຄວາມສົນໃຈເປັນຢ່າງຍິງ. ເຖິງຢ່າງໃດກໍ່ຕາມ, ບົດລົງໂທດທີ່ສານຕັດສິນຍັງໜ້ອຍກວ່າທີ່ໄອຍະການໄດ້ຍື່ນຂໍໄປກ່ອນໜ້ານີ້ຄື 30 ປີ, ເຊິ່ງອະດີດປະທານປະເທດຄົນດັ່ງກ່າວໄດ້ຖືກຈັບກຸມມາຕັ້ງແຕ່ທ້າຍເດືອນມີນາ ປີທີ່ຜ່ານມາ.

ທ່ານ ນາງ ປາກ ກຶນ-ເຮ ນອກຈາກຈະເປັນຜູ້ນຳຍິງຄົນທຳອິດຂອງເກົາຫຼີໃຕ້ ທີ່ຊະນະການເລືອກຕັ້ງ ແລະ ເຂົ້າມາບໍລິຫານປະເທດເມື່ອຕົ້ນປີ 2013 ທ່ານ ນາງ ຍັງສ້າງປະຫວັດສາດດ້ວຍການເປັນປະທານປະເທດທີ່ມາຈາກການເລືອກຕັ້ງຄົນທຳອິດ ທີ່ຖືກຖອດຖອນອອກຈາກຕຳແໜ່ງ ຕາມມະຕິຂອງສະພາ ເມື່ອທ້າຍປີ 2016 ແລະ ຄຳພິພາກສາຂອງສານລັດຖະທຳມະນູນ ເມື່ອວັນທີ 10​ ມີນາ 2017 ຈາກການທີ່ທ່ານ ນາງ ສົມຮູ້ຮ່ວມຄິດກັບຄົນໃກ້ຊິດຄື ນາງ ຊະເວ ຊຸນ-ຊິນ ທີ່ສານໄດ້ຕັດສິນໄປເມື່ອເດືອນກຸມພາ ປີນີ້ ໃຫ້ຕິດຄຸກເປັນເວລາ 20 ປີ ແລະ ປັບໃໝເທົ່າກັນຄື 18,000 ລ້ານວອນ ຮ່ວມກັນບີບບັງຄັບໃຫ້ບໍລິສັດຂະໜາດໃຫຍ່ 53 ແຫ່ງໃນເກົາຫຼີໃຕ້ ບໍລິຈາກເງິນລວມກັນສູງເຖິງ 77,400 ລ້ານວອນ ເຂົ້າສູ່ອົງກອນ 2​ ແຫ່ງຂອງນາງ ຊະເວ ຊຸນ-ຊິນ ໂດຍສິນບົນຫຼາຍກວ່າ 2 ໃນ 3 ມາຈາກບໍລິສັດຊຳຊຸງ, ລັອດເຕ ແລະ SK ເພື່ອແລກກັບຜົນປະໂຫຍດທາງທຸລະກິດ.

ນອກຈາກນີ້, ໄອຍະການຍັງກ່າວຫາອະດີດຜູ້ນຳເກົາຫຼີໃຕ້ຄົນດັ່ງກ່າວວ່າ ມີເຈດຕະນາໃຫ້ຄົນໃກ້ຊິດເຂົ້າມາແຊກແຊງ ແລະ ຕັດສິນໃຈທາງການເມືອງ ໂດຍທີ່ບໍ່ມີຕຳແໜ່ງໃດໃນລັດຖະບານ.

ໃນດ້ານຂອງທຳນຽບປະທານປະເທດເກົາຫຼີໃຕ້ ທີ່ປັດຈຸບັນພາຍໃຕ້ການບໍລິຫານປະເທດຂອງທ່ານ ມູນ ແຈ-ອິນ ອະດີດຄູ່ແຂ່ງຂອງທ່ານ ນາງ ປາກ ກຶນ-ເຮ ໄດ້ອອກຖະແຫຼງການສະແດງຄວາມເສຍໃຈຕໍ່ສິ່ງທີ່ເກີດຂຶ້ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ຜູ້ນຳເກົາຫຼີໃຕ້ຈະບໍ່ມີພຶດຕິກຳແບບນີ້ອີກ ໂດຍນອກເໜືອຈາກທ່ານ ນາງ ປາກ ກຶນ-ເອ ແລ້ວ ທ່ານ ລີ ມະຢອງ-ບັກ ອະດີດປະທານປະເທດເກົາຫຼີໃຕ້ ຄົນກ່ອນໜ້າທ່ານ ນາງ ປາກ ກຶນ-ເຮ ກໍ່ກຳລັງຖືກສອບສວນໃນຂໍ້ຫາສໍ້ລາດບັງຫຼວງເຊັ່ນກັນ ແລະ ປັດຈຸບັນກໍ່ຖືກຄວບຄຸມຕົວຢູ່ໃນຄຸກເຊັ່ນກັນ.


No comments

Powered by Blogger.