ປະທານປະເທດ ອອກລັດຖະບັນຍັດ ການໃຫ້ອະໄພຍະໂທດ - ອິດສະຫຼະ

ປະທານປະເທດ ອອກລັດຖະບັນຍັດ ການໃຫ້ອະໄພຍະໂທດ



ປະທານປະເທດ ໄດ້ອອກລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ເລກທີ 001/ປປທ ລົງວັນທີ 20 ມີນາ 2018 ເພື່ອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານໃຫ້ອະໄພຍະໂທດມີປະສິດທິພາບ, ຮັບປະກັນນະໂຍບາຍມະນຸດສະທຳ, ເພື່ອສຶກສາອົບຮົບນັກໂທດ ໃຫ້ເຫັນໄດ້ແນວທາງນະໂຍບາຍອັນຖືກຕ້ອງເປັນທຳຂອງລັດ ແຫ່ງ ສປປ.ລາວ ກໍ່ສ້າງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ສ້າງເງື່ອນໄຂໃຫ້ມີການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ.




















No comments

Powered by Blogger.