ຍີ່ປຸ່ນ ຟື້ນຟູໜ່ວຍຮົບສະເທີນນ້ຳສະເທີນບົກ (ວິດີໂອ ການເຝິກຊ້ອມ) - ອິດສະຫຼະ

ຍີ່ປຸ່ນ ຟື້ນຟູໜ່ວຍຮົບສະເທີນນ້ຳສະເທີນບົກ (ວິດີໂອ ການເຝິກຊ້ອມ)



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 7 ເມສາ 2018 ທີ່ຜ່ານມາວ່າ: ຍີ່ປຸ່ນໄດ້ເປີດພິທີ ສ້າງຕັ້ງໜ່ວຍຮົບພິເສດ ສະເທີນນ້ຳສະເທີນບົກເຄື່ອນທັບໄວ ຫຼື ARDB (Amphibios Rapid Deplyment Brigade) ທີ່ຖານທັບໄອໂນອູຣະ ເມືອງຊາເຊໂບະ ເກາະຄິວຊູ, ໂດຍທ່ານ ໂຕໂມະຮິໂຣະ ຢາມາໂມໂຕະ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ກ່າວຕໍ່ທະຫານໜ່ວຍຮົບດັ່ງກ່າວ ປະມານ 1,500 ຄົນ ມີເນື້ອໃນຕອນໜຶ່ງວ່າ ຈາກສະຖານະການທີ່ຍາກລຳບາກເພີ່ມຂຶ້ນທາງການທະຫານ ແລະ ຄວາມໝັ້ນຄົງ ທີ່ກຳລັງລຸມລ້ອມຍີ່ປຸ່ນ ການປ້ອງກັນບັນດາເກາະຕ່າງໆຂອງປະເທດໄດ້ກາຍເປັນພາລະກິດສຳຄັນຢ່າງຍິ່ງ.

ສ່ວນໜຶ່ງຂອງພິທີເປີດ, ທະຫານໄດ້ສະແດງສະຖານະການຈຳລອງປະມານ 20 ນາທີ ໂດຍການຈຳລອງການບຸກຢຶດຄືນເກາະຫ່າງໄກຕາມຊາຍຝັ່ງ ຈາກຜູ້ຮຸກຮານ.

ການສ້າງຕັ້ງໜ່ວຍຮົບສະເທີນນ້ຳສະເທີນບົກຂອງຍີ່ປຸ່ນ ກຳລັງເປັນຂໍ້ຖົກຖ່ຽງ ເພາະລັດຖະທຳມະນູນຂອງຍີ່ປຸ່ນ ພາຍຫຼັງສົງຄາມໂລກ ຄັ້ງທີ 2 ຂຽນຫ້າມບໍ່ໃຫ້ຍີ່ປຸ່ນກໍ່ສົງຄາມ ໜ່ວຍຮົບຕັ້ງໃໝ່ນີ້ ຖືເປັນສ່ວນໜຶ່ງຂອງກອງກຳລັງທາງທະເລ ທີ່ກຳລັງຂະຫຍາຍຕົວ, ມີອາວຸດຍຸດໂທປະກອນທີ່ທັນສະໄໝ, ມີເຮືອບັນທຸກຍົນ, ເຮືອຍົກກຳລັງພົນຂຶ້ນບົກ ແລະ ຍານພາຫະນະໂຈມຕີແບບສະເທີນນ້ຳສະເທີນບົກ ເຊິ່ງມີເປົ້າໝາຍຫຼັກເພື່ອຕ້ານກັບຈີນ.

ການສ້າງຕັ້ງ ARDB ທີ່ມີກຳລັງພົນທັງໝົດປະມານ 2,100 ຄົນ ເຮັດໃຫ້ຍີ່ປຸ່ນເຂົ້າໃກ້ການສ້າງຕັ້ງກອງກຳລັງຄ້າຍຄືກັບໜ່ວຍຮົບເຄື່ອນທີ່ໄວ ຫຼື MEU (Marin Expeditionary Unit) ຂອງສະຫະລັດ ອາເມຣິກາ.


No comments

Powered by Blogger.