ມີຂີປະນາວຸດບໍ່ຮູ້ວ່າຝ່າຍໃດ ໂຈມຕີຖານທັບຊີຣີ ຂະນະທີ່ມີການໃຊ້ອາວຸດເຄມີ ໃນເຂດກູຕາ ຕາເວັນອອກ - ອິດສະຫຼະ

ມີຂີປະນາວຸດບໍ່ຮູ້ວ່າຝ່າຍໃດ ໂຈມຕີຖານທັບຊີຣີ ຂະນະທີ່ມີການໃຊ້ອາວຸດເຄມີ ໃນເຂດກູຕາ ຕາເວັນອອກ



ສຳນັກຂ່າວຕ່າງປະເທດລາຍງານ 9 ເມສາ 2018 ວ່າ: ສຳນັກຂ່າວຊານາ (SANA) ຂອງທາງການຊີຣີລາຍງານວ່າ: ລະບົບປ້ອງກັນໄພທາງອາກາດ ສາມາດສະກັດຂີປະນາວຸດໄດ້ຢ່າງໜ້ອຍ 8 ລູກ ເຊິ່ງມີທິດທາງເນັ້ນເປົ້າໂຈມຕີຖານທັບອາກາດ T-4 ໃກ້ກັບເມືອງຮອມ ແລະ ຢູ່ບໍ່ຫ່າງຈາກເມືອງບູຮານພາໄມຣາ ບໍລິເວນພາກກາງຝັ່ງຕາເວັນຕົກຂອງປະເທດ ເມື່ອຕອນເຊົ້າມືດຂອງວັນຈັນນີ້ ຕາມເວລາທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ, ໃນເວລາດຽວກັນຍັງມີຂີປະນາວຸດອີກຫຼາຍລູກ ສາມາດໂຈມຕີ ແລະ ສ້າງຄວາມເສຍຫາຍໃຫ້ກັບຖານທັບ ແລະ ພື້ນທີ່ໃກ້ຄຽງໄດ້ ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຈຳນວນໜຶ່ງ ພ້ອມທັງສັນນິຖານວ່າສະຫະລັດ ອາເມຣິກາ ໜ້າຈະມີສ່ວນກ່ຽວຂ້ອງ.

ເຊິ່ງສະຖານະການດັ່ງກ່າວເກີດຂຶ້ນພາຍໃນໄລຍະເວລາອັນສັ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twitter “ຈັດໜັກ” ກັບຜູ້ທີ່ຢູ່ເບື້ອງຫຼັງການໃຊ້ອາວຸດເຄມີໂຈມຕີປະຊາຊົນໃນເມືອງດູມາ ເຊິ່ງເປັນພື້ນທີ່ສຸດທ້າຍໃນເຂດກູຕາຕາເວັນອອກ ຮອບນອກຂອງນະຄອນຫຼວງດາມັດສະກັດ ເຊິ່ງຍັງຢູ່ພາຍໃຕ້ການຢຶດຄອງຂອງຝ່າຍກະບົດ ຈົນເຮັດໃຫ້ມີຜູ້ເສຍຊີວິດປະມານ 40 ຄົນ ແລະ ເມື່ອລວມກັບຈຳນວນຜູ້ເສຍຊີວິດຈາກປະຕິບັດການໂຈມຕີທາງອາກາດໃນເມືອງດູມາ ເຊິ່ງທະວີຄວາມຮຸນແຮງຕັ້ງແຕ່ທ້າຍອາທິດທີ່ຜ່ານມາ ມີຢ່າງໜ້ອຍ 80 ຄົນ ແລະ ໄດ້ຮັບບາດເຈັບອີກຫຼາຍກວ່າ 500​ ຄົນ.

ນອກຈາກນີ້, ຂໍ້ຄວາມໃນ Twitter ຂອງທ່ານ ໂດໂນ ທຣຳ ຍັງລະບຸວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ແລະ ອີຣານ ຕ້ອງຮັບຜິດຊອບຮ່ວມກັນ ທີ່ໃຫ້ການສະໜັບສະໜູນລັດຖະບານຂອງທ່ານ ບາຊາ ອັນ-ອັສຊາດ ໃຊ້ອາວຸດເຄມີທຳຮ້າຍປະຊາຊົນ ແລະ ສົ່ງທະຫານໄປປິດລ້ອມພື້ນທີ່ ຈົນປະຊາຊົນບໍ່ສາມາດອອກສູ່ໂລກພາຍນອກໄດ້.


ນອກຈາກນີ້, ທຳນຽບຂາວຍັງອອກຖະແຫຼງການກ່ຽວກັບການສົນທະນາທາງໂທລະສັບລະຫວ່າງທ່ານ ໂດໂນ ທຣຳ ກັບ ທ່ານ ເອມ ມານູເອວ ມາຄຼອງ ປະທານປະເທດຝຣັ່ງ ທີ່ສະແດງຈຸດຢືນຮ່ວມກັນໃນການໃຊ້ມາດຕະການເດັດຂາດຕໍ່ຊີຣີ ທີ່ອາດລວມເຖິງມາດຕະການທາງການທະຫານ ເຖິງຢ່າງໃດກໍ່ຕາມ ກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ອອກຖະແຫຼງການພາຍໃນເວລາທີ່ວ່ອງໄວ ປະຕິເສດຢູ່ເບື້ອງຫຼັງການໂຈມຕີທາງອາກາດຕໍ່ຖານທັບ T-4 ແລະ ສະໜາມບິນໃນເມືອງຮອມ ແຕ່ເມື່ອຫວນກັບຄືນໄປໃນຊ່ວງໄລຍະເວລາດຽວກັນເມື່ອປີທີ່ຜ່ານມາ ເຮືອຮົບຂອງສະຫະລັດ ອາເມຣິກາ ໄດ້ຍິ່ງຂີປະນາວຸດໂທມາຮັອກ ໂຈມຕີຖານທັບໃນບໍລິເວນດຽວກັນນີ້ ເພື່ອຕອບໂຕ້ເຫດການການໃຊ້ອາວຸດເຄມີທີ່ເມືອງຄານ ເຊຄຸນ ເຊິ່ງເປັນເຂດຢຶດຄອງຂອງຝ່າຍກະບົດ ໃນແຂວງອິດລິບ ທາງພາກຕາເວັນຕົກສຽງເໜືອຂອງຊີຣີ.



ສຳລັບສະຖານະການທີ່ຖານທັບ ແລະ ສໜາມບິນທະຫານໃນເມືອງຮອມ ເກີດຂຶ້ນໃນເວລາດຽວກັນກັບທີ່ກອງທັບຊີຣີ ທີ່ໄດ້ຮັບການສະໜັບສະໜູນຈາກລັດເຊຍ ແລະ ອີຣານ ສາມາດຢືດຄືນພື້ນທີ່ໃນເຂດກູຕາຕາເວັນອອກກັບຄືນຈາກກອງກຳລັງຝ່າຍຕໍ່ຕ້ານໄດ້ແລ້ວຫຼາຍກວ່າ 95% ນັບຕັ້ງແຕ່ເປີດສາກປະຕິບັດການທວງຄືນມາຕັ້ງແຕ່ວັນທີ 18 ກຸມພາ 2018 ທີ່ຜ່ານມາ ເຊິ່ງການສູ້ຮົບທີ່ໜັກໜ່ວງ ແລະ ຮຸນແຮງຢ່າງຕໍ່ເນື່ອງ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວຫຼາຍກວ່າ 1,800 ຄົນ ແຕ່ເຂດກູຕາຕາເວັນອອກເປັນສ່ວນໜຶ່ງຂອງພູມມິພາກກູຕາ ທີ່ເຄີຍຖືກໂຈມຕີດ້ວຍອາວຸດເຄມີມາແລ້ວ ເມື່ອປີ 2013 ມີຜູ້ເສຍຊີວິດລະຫວ່າງ 280 ເຖິງ 1,700 ຄົນ.

ຂະນະດຽວກັນ, ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ກຽມພົບປະຫາລືເປັນວາລະສຸກເສີນກ່ຽວກັບສະຖານະການໃນເມືອງດູມາ ຂອງເຂດກູຕາຕາເວັນອອກ ໃນວັນຈັນນີ້ ຕາມເວລາທ້ອງຖິ່ນ.




No comments

Powered by Blogger.