ລັດເຊຍລະບຸວ່າ: ອິດສະຣາແອນ ເປັນຜູ້ໂຈມຕີຖານທັບຊີຣີ ດ້ວຍຂີປະນາວຸດຈາກ F-15 - ອິດສະຫຼະ

ລັດເຊຍລະບຸວ່າ: ອິດສະຣາແອນ ເປັນຜູ້ໂຈມຕີຖານທັບຊີຣີ ດ້ວຍຂີປະນາວຸດຈາກ F-15



ສຳນັກຂ່າວຕ່າງປະເທດລາຍງານ 9 ເມສາ 2018 ວ່າ: ຖະແຫຼງການຂອງກອງທັບລັດເຊຍ ລະບຸວ່າຍົນຮົບຢ່າງໜ້ອຍ 2 ລຳຂອງກອງກຳລັງອິດສະຣາແອນ ໄດ້ລະດົມຍິງຂີປະນາວຸດ 8 ລູກ ໂຈມຕີຖານທັບອາກາດ T-4 ໃກ້ກັບເມືອງຮອມ ແລະ ຢູ່ບໍ່ຫ່າງຈາກເມືອງບູຮານພາໄມຣາ ທາງພາກຕາເວັນຕົກຂອງຊີຣີ ເມື່ອຕອນເຊົ້າມືດຂອງວັນຈັນນີ້ ຕາມເວລາທ້ອງຖິ່ນ. ເຖິງຢ່າງໃດກໍ່ຕາມ ລະບົບປ້ອງກັນໄພທາງອາກາດຂອງກອງທັບຊີຣີສາມາດສະກັດຂີປະນາວຸດໄວ້ໄດ້ 5 ລູກ ສົ່ງຜົນໃຫ້ຂີປະນາວຸດທີ່ເຫຼືອອີກ 3 ລູກສາມາດໂຈມຕີ ແລະ ສ້າງຄວາມເສຍຫາຍໃຫ້ກັບຖານທັບ ແລະ ບໍລິເວນໃກ້ຄຽງ ລວມເຖິງສະໜາມບິນເທເຟີ (Tayfur) ເປັນເຫດເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ໃນຈຳນວນນີ້ລວມເຖິງສະມາຊິກໜ່ວຍຮົບພິເສດຂອງອີຣານ.


ຖະແຫຼງການດັ່ງກ່າວຂອງລັດຖະບານລັດເຊຍ ເກີດຂຶ້ນພາຍໃນໄລຍະເວລາພຽງບໍ່ພໍເທົ່າໃດຊົ່ວໂມງ ຫຼັງຈາກທີ່ສະຫະລັດ ອາເມຣິກາ ແລະ ຝຣັ່ງປະສານສຽງປະຕິເສດມີສ່ວນກ່ຽວຂ້ອງກັບເຫດການດັ່ງກ່າວ, ໃນຂະນະທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twiiter ວ່າ: “ຈັດເຕັມ” ກັບຜູ້ທີ່ຢູ່ເບື້ອງຫຼັງການໃຊ້ອາວຸດເຄມີໂຈມຕີປະຊາຊົນໃນເມືອງດູມາ ພື້ນທີ່ແຫ່ງສຸດທ້າຍໃນເຂດກູຕາ ຕາເວັນອອກ ຮອບນອກຂອງນະຄອນຫຼວງດາມັດສະກັດ ເຊິ່ງຍັງຢູ່ພາຍໃຕ້ການຢຶດຄອງຂອງຝ່າຍກະບົດ ຈົນມີຜູ້ເສຍຊີວິດປະມານ 40 ຄົນ ແຕ່ເມື່ອລວມກັບຈຳນວນຜູ້ເສຍຊີວິດຈາກປະຕິບັດການໂຈມຕີທາງອາກາດໃນເມືອງດູມາ ທີ່ທະວີຄວາມຮຸນແຮງມາຕັ້ງແຕ່ທ້າຍອາດທິດທີ່ຜ່ານມາ ລວມມີຢ່າງໜ້ອຍ 80 ຄົນ ທີ່ເສຍຊີວິດ ແລະ ໄດ້ຮັບບາດເຈັບອີກຫຼາຍກວ່າ 500 ຄົນ, ໃນດ້ານຂອງທ່ານ ເອມມານູເອວ ມາຄຼອງ ປະທານປະເທດຝຣັ່ງ ເຕືອນວ່າຈະໃຊ້ມາດຕະການຕໍ່ຊີຣີ ທີ່ອາດລວມເຖິງມາດຕະການທາງການທະຫານ.

ຂະນະທີ່ທ່ານ ຮັສຊັນ ໂຣຮານີ ຜູ້ນຳອີຣານ ຍັງບໍ່ສະແດງທ່າທີຢ່າງຊັດເຈນຕໍ່ເຫດການໂຈມຕີທີ່ເກີດຂຶ້ນໃນພາກຕາເວັນຕົກຂອງຊີຣີ ແຕ່ກ່າວເຖິງຄຳຂົ່ມຂູ່ຂອງທ່ານ ໂດໂນ ທຣຳ ທີ່ຈະນຳສະຫະລັດ ອາເມຣິກາ ອອກຈາກຂໍ້ຕົກລົງນິວເຄຼຍ ສະບັບປີ 2015 ຢ້ຳວ່າ: ລັດຖະບານອີຣານ ຈະຖອນຕົວອອກຈາກການຮ່ວມມືສະບັບນີ້ເປັນປະເທດສຸດທ້າຍ ແລະ ລັດຖະບານສະຫະລັດ ອາເມຣິກາ ຈະຕ້ອງເສຍໃຈທີ່ສຸດຫາກຕັດສິນໃຈເປັນຝ່າຍຈີກຂໍ້ຕົກລົງສະບັບນີ້.

ສະຖານະການທີ່ຖານທັບ ແລະ ສະໜາມບິນໃນເມືອງຮອມ ເກີດຂຶ້ນໃນເວລາດຽວກັນກັບທີ່ກອງທັບຊີຣີ ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດເຊຍ ແລະ ອີຣານ ສາມາດຢຶດຄືນພື້ນທີ່ໃນເຂດກູຕາ ຕາເວັນອອກ ກັບຄືນຈາກກອງກຳລັງຝ່າຍກະບົດໄດ້ແລ້ວຫຼາຍກວ່າ 95% ນັບຕັ້ງແຕ່ການເປີດສ້າງປະຕິບັດການທວງຄືນພື້ນທີ່ ເມື່ອວັນທີ 18 ກຸມພາ 2018 ທີ່ຜ່ານມາ ເຊິ່ງການສູ້ຮົບທີ່ໜັກໜ່ວງ ແລະ ຮຸນແຮງຢ່າງຕໍ່ເນືື່ອງສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 1,800 ຄົນ ແຕ່ເຖິງຢ່າງໃດກໍ່ຕາມໃນເຂດກູຕາ ຕາເວັນອອກ ທີ່ເປັນສ່ວນໜຶ່ງໃນພູມມິພາກກູຕາ ແມ່ນເຄີຍຖືກໂຈມຕີດ້ວຍອາວຸດເຄມີມາແລ້ວເມື່ອປີ 2013 ແລະ ເຮັດໃຫ້ມີຜູ້ເສຍຊີວິດແຕ່ 280 ເຖິງ 1,700 ຄົນ.

ເຊິ່ງຫາກຄຳກ່າວຂອງລັດຖະບານລັດເຊຍເປັນຈິງ ຈະຖືເປັນປະຕິບັດການທາງທະຫານຂ້າມເຂດແດນໃນຊີຣີ ຄັ້ງໃຫຍ່ທີ່ສຸດຄັ້ງໜຶ່ງຂອງອິດສະຣາແອນ ນັບຕັ້ງແຕ່ການສົ່ງຝູງຍົນຂັບໄລ່ໄປຖິ້ມລະເບີດທຳລາຍເຕົາປະຕິກອນນິວເຄຼຍ ທີ່ແຂວງເດອີ ເອສ-ຊໍ ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງຊີຣີ ເມື່ອປີ 2007.



No comments

Powered by Blogger.