ໄອຍະການສັ່ງຟ້ອງທ່ານ ລີ ອະດີດປະທານປະເທດເກົາຫຼີໃຕ້ ສໍ້ລາດບັງຫຼວງ ແລະ ອາດຕິດຄຸກຕະຫຼອດຊີວິດ - ອິດສະຫຼະ

ໄອຍະການສັ່ງຟ້ອງທ່ານ ລີ ອະດີດປະທານປະເທດເກົາຫຼີໃຕ້ ສໍ້ລາດບັງຫຼວງ ແລະ ອາດຕິດຄຸກຕະຫຼອດຊີວິດ



ສຳນັກຂ່າວຕ່າງປະເທດລາຍງານ 9 ເມສາ 2018 ວ່າ: ໄອຍະການເກົາຫຼີໃຕ້ໄດ້ສັ່ງຟ້ອງຄະດີສໍ້ລາດບັງຫຼວງຢ່າງເປັນທາງການ ຕໍ່ອະດີດປະທານປະເທດ ທ່ານ ລີ ມະຢອງ-ບັກ ໃນວັນຈັນນີ້.

ໂດຍເມື່ອວັນທີ 6 ເມສາ 2018 ທີ່ຜ່ານມາ ທ່ານ ນາງ ປາກ ກຶນ-ເຮ ອະດີດປະທານປະເທດເກົາຫຼີໃຕ້ ຜູ້ນຳຄົນຖັດຈາກທ່ານ ລີ ມະຢອງ-ບັກ ກໍ່ໄດ້ຖືກສານຕັດສິນໃນຕິດຄຸກເປັນເວລາ 24 ປີ ຈາກຄະດີສໍ້ລາດບັງຫຼວງ ເຮັດໃຫ້ທ່ານ ນາງ ຖືກສະພາຖອດຖອນອອກຈາກຕຳແໜ່ງໃນເດືອນມີນາ 2017.

ທ່ານ ລີ ມະຢອງ-ບັກ ອະດີດຜູ້ບໍລິຫານບໍລິສັດຮຸນໄດ ແລະ ເຈົ້າຄອງນະຄອນຫຼວງໂຊ ເຊິ່ງດຳລົງຕຳແໜ່ງປະທານປະເທດເກົາຫຼີໃຕ້ ໃນລະຫວ່າງປີ 2008-2013 ຖືກສຳນັກງານໄອຍະການສານນະຄອນຫຼວງໂຊຍື່ນຟ້ອງ ໃນຂໍ້ຫາຮັບສິນບົນ, ໃຊ້ອຳນາດໜ້າທີ່ບໍ່ຖືກຕ້ອງ, ສໍ້ໂກງ ແລະ ຫຼີກລ້ຽງພາສີ.

ໂດຍລາຍງານລະບຸວ່າ: ທ່ານ ລີ ມະຢອງ-ບັກ ຖືກກ່າວຫາວ່າຮັບສິນບົນ ເປັນເງິນຈຳນວນ 11,000 ລ້ານວອນ ຈາກສຳນັກງານຂ່າວກອງແຫ່ງຊາດ, ບໍລິສັດຊຳຊຸງ ແລະ ບໍລິສັດຊິ້ນສ່ວນອາໄຫຼ່ລົດ, DAS ລວມທັງຍັກຍອກເງິນຈຳນວນ 35,000 ລ້ານວອນ ຈາກບໍລິສັດ DAS ແລະ ຫຼີກລ້ຽງພາສີຈຳນວນ 3,000 ລ້ານວອນ.

ການພິຈາລະນາຄະດີໃນສານ ຄາດວ່າຈະເລີ່ມໃນເດືອນໜ້າ ລາຍງານຂອງສຳນັກຂ່າວ YTN ລະບຸວ່າ: ຫາກສານມີິຄຳຕັດສິນວ່າ ທ່ານ ລີ ມະຢອງ-ບັກ ມີຄວາມຜິດທຸກຂໍ້ກ່າວຫາ ທ່ານອາດຕ້ອງຕິດຄຸກຕະຫຼອດຊີວິດ.


No comments

Powered by Blogger.