ປ.ທຣຳ ເຊື່ອໝັ້ນວ່າ ຈີນຈະເປັນຝ່າຍຖອຍ ໃນສົງຄາມການຄ້າທີ່ເຄັ່ງຕຶງຢູ່ຂະນະນີ້ - ອິດສະຫຼະ

ປ.ທຣຳ ເຊື່ອໝັ້ນວ່າ ຈີນຈະເປັນຝ່າຍຖອຍ ໃນສົງຄາມການຄ້າທີ່ເຄັ່ງຕຶງຢູ່ຂະນະນີ້



ສຳນັກຂ່າວຕ່າງປະເທດລາຍງານ 9 ເມສາ 2018 ວ່າ:​ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twitter ເມື່ອວັນອາທິດທີ່ຜ່ານມາວ່າ: ທ່ານ ກັບ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຈະເປັນເພື່ອນມິດຕໍ່ກັນສະເໜີ ບໍ່ວ່າຈະເກີດຍັງຂຶ້ນກັບຄວາມຂັດແຍ່ງລະຫວ່າງກັນໃນເລື່ອງນະໂຍບາຍການຄ້າ, ທ່ານເຊື່ອວ່າຈີນຈະເປັນຝ່າຍຫຼຸດຜ່ອນກຳແພງພາສີລົງ ເພາະເປັນສິ່ງທີ່ຖືກຕ້ອງ, ຂະນະດຽວກັນຜູ້ນຳ ສະຫະລັດ ອາເມຣິກາ ຍັງສະແດງຄວາມເຊື່ອໝັ້ນໃນເລື່ອງຂອງການບັນລຸຂໍ້ຕົກລົງທີ່ເປັນການເພິ່ງພາອາໄສເຊິ່ງກັນ ແລະ ກັນກັບລັດຖະບານຈີນ ໃນບັນຫາຄວາມຂັດແຍ່ງດ້ານພາສີ ແລະ ຊັບສິນທາງປັນຍາ ເພື່ອຜົນປະໂຫຍດຂອງທັງສອງປະເທດໃນໄລຍະຍາວ.
ເຖິງແມ່ນວ່າຍັງບໍ່ມີລາຍງານຢ່າງຊັດເຈນວ່າ ທ່ານ ໂດໂນ ທຣຳ ແລະ ທ່ານ ສີ ຈິ້ນຜິງ ໄດ້ສົນທະນາກັນທາງໂທລະສັບຫຼືບໍ່ ໃນໄລຍະທີ່ບັນຍາກາດຂອງຄວາມຂັດແຍ່ງທາງການຄ້າເຄັ່ງຕຶງຢ່າງໜັກໜ່ວງ ແຕ່ຫຼາຍຝ່າຍຕີລາຄາວ່າ ການລົງຂໍ້ຄວາມດັ່ງກ່າວຂອງທ່ານ ໂດໂນ ທຣຳ ຄືຄວາມພະຍາຍາມຄັ້ງຫຼ້າສຸດຂອງຜູ້ນຳສະຫະລັດ ອາເມຣິກາ ໃນການຫຼຸດຜ່ອນຄວາມເປັນຫ່ວງຂອງທຸກຝ່າຍ ທີ່ມີຕໍ່ສະຖານະການຄວາມຂັດແຍ່ງທາງການຄ້າລະຫວ່າງສະຫະລັດ ອາເມຣິກາ ກັບ ຈີນ, ປະເທດທີ່ມີຂະໜາດເສດຖະກິດໃຫຍ່ເປັນອັນດັບ 1 ແລະ 2 ຂອງໂລກຕາມລຳດັບ ຈາກການທີ່ເມື່ອທ້າຍອາທິດທີ່ຜ່ານມາ ທ່ານ ໂດໂນ ທຣຳ ໄດ້ມອບໝາຍໃຫ້ສຳນັກງານຄະນະຜູ້ແທນການຄ້າຫາທາງຮຽກເກັບພາສີສິນຄ້າຈາກຈີນເພີ່ມອີກ 100,000 ລ້ານໂດລາສະຫະລັດ ຈາກເດີມທີ່ເຄີຍປະກາດແນວທາງໄປແລ້ວ 50,000 ລ້ານໂດລາສະຫະລັດ ຄວບຄຸມຈຳນວນລາຍການສິນຄ້າ 1,300 ລາຍການ ສ່ວນໃຫຍ່ເປັນສິນຄ້າດ້ານເຕັກໂນໂລຊີ ແລະ ອຸດສາຫະກຳຍານພາຫະນະ ລວມເຖິງຍານພາຫະນະທາງອາກາດ.


ເຖິງຢ່າງໃດກໍ່ຕາມ, ລັດຖະບານຈີນກໍ່ໄດ້ຕອບໂຕ້ສະຫະລັດ ອາເມຣິກາ ຢ່າງທັນເຫດທັນການ ດ້ວຍການຕັ້ງກຳແພງພາສີສິນຄ້າຂອງສະຫະລັດ ອາເມຣິກາ ຢ່າງໜ້ອຍ 234 ລາຍການ ໃນຈຳນວນນີ້ຢ່າງໜ້ອຍ 106 ລາຍການ ຕ້ອງຖືກອັດຕາພາສີ 25% ເຊິ່ງລວມເຖິງສິນຄ້າກະສິກຳສົ່ງອອກສຳຄັນຂອງສະຫະລັດ ອາເມຣິກາເຊັ່ນ: ຖົ່ວເຫຼືອງ, ສາລີ, ເຂົ້າສາລີ ແລະ ເຂົ້າຟາງ ລວມໄປເຖິງຍານພາຫະນະທາງອາກາດ ແລະ ຍານພາຫະນະທົ່ວໄປ ເຮັດໃຫ້ເກີດສຽງວິພາກວິຈານຈາກຜູ້ປະກອບການສິນຄ້າທີ່ກ່ຽວຂ້ອງໃນສະຫະລັດ ອາເມຣິກາ ແລະ ໄດ້ລວມຕົວກັນຮຽກຮ້ອງໃຫ້ທ່ານ ໂດໂນ ທຣຳ ເລັ່ງຫາແນວທາງແກ້ໄຂ.

ໃນດ້ານຂອງທ່ານ ແລຣີ ຄຸດໂລ ທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງທຳນຽບຂາວກ່າວຢ້ຳວ່າ ສະຖານະການທີ່ເກີດຂຶ້ນ ຍັງບໍ່ແມ່ນສົງຄາມການຄ້າ ເນື່ອງຈາກກຳແພງພາສີສ່ວນໃຫຍ່ ຍັງບໍ່ມີຜົນບັງຄັບໃຊ້ ນອກເໜືອຈາກການຂຶ້ນພາສີເຫຼັກ ແລະ ອະລູມິນຽມ ແລະ ທ່າທີຂອງສະຫະລັດ ອາເມຣິກາ ໃນຕອນນີ້ຄືເພື່ອເພີ່ມແຮງກົດດັນໃຫ້ຈີນປ່ຽນແປງພຶດຕິກຳ ດ້ານການດຳເນີນນະໂຍບາຍການຄ້າເທົ່ານັ້ນ.




No comments

Powered by Blogger.