ລັດເຊຍຕ້ອນຮັບບັນດາທູດ ທີ່ຖືກຂັບໄລ່ຈາກ EU, USA, NATO ແລະ ອື່ນໆ - ອິດສະຫຼະ

ລັດເຊຍຕ້ອນຮັບບັນດາທູດ ທີ່ຖືກຂັບໄລ່ຈາກ EU, USA, NATO ແລະ ອື່ນໆ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ເມສາ 2018 ທີ່ຜ່ານມາວ່າ ນັກການທູດລັດເຊຍຫຼາຍກວ່າ 150 ຄົນ ທີ່ໄດ້ຮັບຄຳສັ່ງໃຫ້ເດີນທາງອອກຈາກສະຫະລັດ ອາເມຣິກາ, ກຸ່ມປະເທດສະມາຊິກສະຫະພາບເອີຣົບ ລວມທັງກຸ່ມປະເທດສະມາຊິກອົງການ NATO ແລະ ປະເທດອື່ນໆ ພາຍຫຼັງເກີດເຫດການຄົນຮ້າຍໃຊ້ສານພິດໂຈມຕີທ່ານ ເຊີເກ ສະກຣີພາລ ອະດີດສາຍລັບສອງໜ້າຂອງລັດເຊຍ ແລະ ລູກສາວທີ່ລີ້ໄພຢູ່ອັງກິດ ທີ່ເມືອງຊາລິສບິວຣີ ຂອງອັງກິດ ເມື່ອວັນທີ 4 ມີນາ 2018 ທີ່ຜ່ານມາ ແລະ ລັດຖະບານລັດເຊຍໄດ້ຕອບໂຕ້ດ້ວຍການຂັບໄລ່ນັກການທູດຂອງກຸ່ມປະເທດເຫຼົ່ານນັ້ນ ອອກນອກປະເທດລັດເຊຍດ້ວຍຈຳນວນເທົ່າໆກັນ.


ທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວຕໍ່ບັນດານັກການທູດທີ່ຖືກຂັບໄລ່ ທີ່ນະຄອນຫຼວງມົດສະກູ ເມື່ອວັນຈັນທີ່ຜ່ານມາວ່າ: ລັດເຊຍໄດ້ຕອບໂຕ້ຢ່າງເໝາະສົມ ແລະ ຈະບໍ່ມີວັນຍອມອ່ອນຂໍ້ຕໍ່ການຍື່ນຄຳຂາດຂອງຜູ້ໃດ ແລະ ບໍ່ມີໃຜຈະສາມາດເວົ້າກັບລັດເຊຍ ດ້ວຍການໃຊ້ວາຈາແບບນັ້ນ, ທ່ານ ເຊີເກ ລາວາຣົບ ກ່າວພ້ອມກັບຊົມເຊີຍ ແລະ ຂອບໃຈເຈົ້າໜ້າທີ່ການທູດທີ່ປະຕິບັດໜ້າທີ່ໃນຕ່າງໆແດນ ພ້ອມທັງຢ້ຳຈຸດຢືນຂອງລັດເຊຍວ່າ ການໂຈມຕີດັ່ງກ່າວເປັນການຍຸຍົງທີ່ບໍ່ເຄີຍເກີດຂຶ້ນກັບລັດເຊຍ.

ທາງດ້ານທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີຂອງອັງກິດ ທີ່ກຳລັງຢູ່ໃນລະຫວ່າງການເດີນທາງຢ້ຽມຢາມດານມາກ ກ່າວພາຍຫຼັງການພົບປະຫາລືກັບທ່ານ ລາສ ລັອກເຄ ຣາສມຸສເຊັນ ນາຍົກລັດຖະມົນຕີດານມາກ ໃນນະຄອນຫຼວງເປັນເຮເກັນ ເມື່ອວັນຈັນທີ່ຜ່ານມາ ຢ້ຳຂໍ້ກ່າວຫາຂອງອັງກິດວ່າ ລັດເຊຍຢູ່ເບື້ອງຫຼັງການໂຈມຕີ 2 ພໍ່-ລູກສະກຣີພາລດ້ວຍສານພິດ ເນື່ອງຈາກມີພຽງລັດເຊຍປະເທດດຽວເທົ່ານັ້ນ ທີ່ມີຂີດຄວາມສາມາດ, ຄວາມຕັ້ງໃຈ ແລະ ແຮງຈູງໃຈ ໃນການໂຈມຕີດັ່ງກ່າວນີ້.



No comments

Powered by Blogger.