ປ.ທຣຳ ຂູ່ໃຊ້ມາດຕະການທາງທະຫານຕໍ່ຊີຣີ ແລະ ຂະນະທີ່ລັດເຊຍກ່າວຈະບໍ່ຢູ່ເສີຍອີກຕໍ່ໄປ - ອິດສະຫຼະ

ປ.ທຣຳ ຂູ່ໃຊ້ມາດຕະການທາງທະຫານຕໍ່ຊີຣີ ແລະ ຂະນະທີ່ລັດເຊຍກ່າວຈະບໍ່ຢູ່ເສີຍອີກຕໍ່ໄປ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ເມສາ 2018 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວໃນລະຫວ່າງການປະຊຸມຄະນະລັດຖະມົນຕີປະຈຳອາທິດ ທີ່ທຳນຽບຂາວ ເມື່ອວັນຈັນທີ່ຜ່ານມາ ໂດຍບຸກຄົນສຳຄັນເຂົ້າຮ່ວມປຶກສາຫາລືລວມມີທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ພົນເອກ ໂຈເຊັບ ດັນຟອດ ປະທານຄະນະເສນາທິການທະຫານຮ່ວມວ່າ: ທຸກຄົນທີ່ກ່ຽວຂ້ອງກັບເຫດການການໃຊ້ອາວຸດເຄມີຂ້າປະຊາຊົນ ທີ່ເມືອງດູມາ ໃນເຂດກູຕາ ຕາເວັນອອກ ຮອບນອກຂອງນະຄອນຫຼວງດາມັດສະກັດ ປະເທດຊີຣີ ເມື່ອທ້າຍອາທິດທີ່ຜ່ານມາ ຕ້ອງຮັບຜົນຈາກການກະທຳຂອງຕົນເອງຢ່າງສົມເຫດສົມຜົນ.

ເມື່ອຜູ້ສື່ຂ່າວໃນຫ້ອງປະຊຸມຖາມວ່າ: ບຸກຄົນທີ່ຕ້ອງຮ່ວມຮັບຜິດຊອບ ລວມເຖິງທ່ານ ປູຕິນ ປະທານປະເທດລັດເຊຍ ທີ່ສະໜັບສະໜູນລັດຖະບານຊີຣີຫຼືບໍ່ ທ່ານ ໂດໂນ ທຣຳ ຕອບດ້ວຍຄຳວ່າ "ອາດຈະ" ແຕ່ຢືນຢັນວ່າຫາກມີຫຼັກຖານຢືນຢັນຄວາມຊັດເຈນ ຜູ້ນຳລັດເຊຍຕ້ອງຍອມຮັບຜົນຈາກເລື່ອງນີ້ເຊັ່ນກັນ ແລະ ກ່າວອີກວ່າທ່ານຈະຕັດສິນໃຈພາຍໃນໄລຍະເວລາທີ່ວ່ອງໄວ ທາມກາງລາຍງານວ່າ ເຮືອຮົບຕິດຕັ້ງຂີປະນາວຸດນຳວິຖີ USS Donald Cook ເດີນທາງອອກຈາກໄຊປຼັສ ມຸ່ງໜ້າສູ່ນ່ານນ້ຳທາງຕາເວັນອອກຂອງທະເລເມດີເຕີເຣນຽນ ບໍລິເວນດຽວກັນທີ່ເຮືອຮົບ USS Ross ແລະ USS Porter ຍິງຂີປະນາວຸດໂທມາຮັອກ ລວມ 59 ລູກ ໂຈມຕີຖານທັບອາກາດເຊຣັດ ໃນພາກຕາເວັນຕົກຂອງຊີຣີ ເມື່ອວັນທີ 7 ເມສາ ປີທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 18 ຄົນ ເປັນທະຫານຊີຣີ ແລະ ປະຊາຊົນຄົນລະເຄິ່ງ.





ຄຳຖະແຫຼງດັ່ງກ່າວຂອງທ່ານ ໂດໂນ ທຣຳ ເກີດຂຶ້ນໃນເວລາດຽວກັນກັບຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ປະຊຸມສຸກເສີນກ່ຽວກັບເຫດການປະຊາຊົນຫຼາຍກວ່າ 80 ຄົນ ໃນເມືອງດູມາ ເສຍຊີວິດຈາກການໂຈມຕີທາງອາກາດຫຼາຍຄັ້ງ ເມື່ອທ້າຍອາທິດທີ່ຜ່ານມາ ແລະ ປະມານເຄິ່ງໜຶ່ງຂອງຜູ້ເສຍຊີວິດແມ່ນມາຈາກການໄດ້ຮັບແກັດພິດ ເຊິ່ງທ່ານ ວາສຊີຣີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດ ກ່າວວ່າຍັງບໍ່ມີຫຼັກຖານທີ່ຊັດເຈນວ່າມີການໂຈມຕີດ້ວຍອາວຸດເຄມີຫຼືບໍ່ ແລະ ຫາກເປັນຈິງແລ້ວອາວຸດເຄມີເປັນຂອງຝ່າຍໃດ ພ້ອມທັງຕັ້ງຂໍ້ສົມມຸດວ່າ ອາດເປັນເລື່ອງແຕ່ງຂຶ້ນຂອງສະຫະລັດ ອາເມຣິກາ ເພື່ອໃຊ້ເປັນຂໍ້ອ້າງເປີດສາກໂຈມຕີເຕັມຮູບແບບຕໍ່ຊີຣີ ແລະ ເຕືອນວ່າຫາກສະຫະລັດ ອາເມຣິກາ ລົງມືແບບນັ້ນແທ້ ລັດເຊຍຈະບໍ່ຢູ່ເສີຍອີກຕໍ່ໄປ, ສ່ວນໃນດ້ານຂອງທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ກ່າວວ່າ: ການໃຊ້ອາວຸດເຄມີເຂັ່ນຂ້າປະຊາຊົນ ມີແຕ່ພວກຜິສາດຮ້າຍເທົ່ານັ້ນທີ່ກະທຳ.


ໃນເວລາດຽວກັນ ກະຊວງການຕ່າງປະເທດອີຣານ ອອກຖະແຫຼງການຢືນຢັນວ່າ ທີ່ປຶກສາທາງການທະຫານ 4 ຄົນ ລວມຢູ່ໃນຈຳນວນຜູ້ເສຍຊີວິດ 14 ຄົນ ຈາກເຫດໂຈມຕີດ້ວຍຂີປະນາວຸດ ທີ່ຖານທັບອາກາດ T-4 ໃກ້ກັບເມືອງຮອມຂອງຊີຣີ ເມື່ອວັນຈັນທີ່ຜ່ານມາ ແລະ ເຕືອນວ່າ ຂະບວກນານໄຊອໍນິສ ເຊິ່ງໝາຍເຖິງອິດສະຣາແອນ ຕ້ອງຮັບຜິດຊອບ, ຄະນະທີ່ລັດຖະບານອິດສະຣາແອນຍັງບໍ່ສະແດງທ່າທີຕໍ່ເຫດການດັ່ງກ່າວ.


No comments

Powered by Blogger.