ຈີນກ່າວ ຍັງບໍ່ເຖິງເວລາທີ່ຕ້ອງເຈລະຈາກັບ ສ.ອາເມຣິກາ ເລື່ອງຄວາມຂັດແຍ່ງການຄ້າ - ອິດສະຫຼະ

ຈີນກ່າວ ຍັງບໍ່ເຖິງເວລາທີ່ຕ້ອງເຈລະຈາກັບ ສ.ອາເມຣິກາ ເລື່ອງຄວາມຂັດແຍ່ງການຄ້າ



ສຳນັກຂ່າວຕ່າງປະເທດລາຍງານ 10 ເມສາ 2018 ວ່າ: ໂຄສົກກະຊວງການຕ່າງປະເທດຈີນ ກ່າວເມື່ອວັນຈັນ ທີ່ຜ່ານມາວ່າ: ຈົນເຖິງປັດຈຸບັນນີ້ລັດຖະບານຈີນ ແລະ ລັດຖະບານສະຫະລັດ ອາເມຣິກາ ຍັງບໍ່ເຄີຍເຈລະຈາກັນແບບຈິງຈັງ ກ່ຽວກັບຄວາມຂັດແຍ່ງທາງການຄ້າ. ເຖິງຢ່າງໃດກໍ່ຕາມ ຈີນຖືວ່າ ສະຖານະການໃນປັດຈຸບັນ ຍັງບໍ່ແມ່ນຊ່ວງໄລຍະເວລາທີ່ເໝາະສົມ ສຳລັບທັງສອງຝ່າຍທີ່ຈະເຈລະຈາຮ່ວມກັນໃນບັນດາດັ່ງກ່າວ ແລະ ກ່າວສະຫະລັດ ອາເມຣິກາເປັນຕົ້ນເຫດຂອງຄວາມຂັດແຍ່ງຄັ້ງນີ້.


ພາຍໃນໄລຍະເວລາບໍ່ພໍເທົ່າໃດຊົ່ວໂມງຕໍ່ມາ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ລົງຂໍ້ຄວາມໃນ Twitter ວ່າ: ສະຫະລັດ ອາເມຣິກາ ດຳເນີນນະໂຍບາຍການຄ້າດ້ວຍຄວາມໂງ່ຈ້າກັບຈີນມາຢ່າງຍາວນານໃນເລື່ອງການສົ່ງອອກລົດ ໂດຍໃນຂະນະທີ່ສະຫະລັດ ອາເມຣິກາເກັບພາສີລົດຈາກຈີນພຽງ 2% - 1/2% ແຕ່ສະຫະລັດ ອາເມຣິກາ ຕ້ອງຈ່າຍກຳແພງພາສີຫຼາຍເຖິງ 25% ເມື່ອສົ່ງລົດໄປຂາຍທີ່ຈີນ. ເຖິງຢ່າງໃດກໍ່ຕາມ ຜູ້ນຳສະຫະລັດ ອາເມຣິກາ ຍັງໄດ້ລົງຂໍ້ຄວາມໃນ Twitter ເມື່ອວັນອາທິດທີ່ຜ່ານມາ ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານຈີນຈະເປັນຝ່າຍຍອມຫຼຸດຜ່ອນກຳແພງພາສີກ່ອນ ເພາະເປັນສິ່ງທີ່ຖືກຕ້ອງ ແລະ ທ່ານ ກັບ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຈະເປັນເພື່ອນມິດຕໍ່ກັນສະເໝີ ບໍ່ວ່າຈະເກີດຍັງຂຶ້ນກັບຄວາມຂັດແຍ່ງລະຫວ່າງກັນໃນເລື່ອງນະໂຍບາຍການຄ້າ.
ໃນຂະນະທີ່ທ່ານ ຊອນນີ ເປີດູ ລັດຖະມົນຕີກະຊວງກະສິກຳສະຫະລັດ ອາເມຣິກາ ກ່າວເມື່ອວັນຈັນທີ່ຜ່ານມາວ່າ: ລັດຖະບານສະຫະລັດ ອາເມຣິກາ ຈະປົກປ້ອງຜົນປະໂຫຍດຂອງຊາວກະສິກຳໃນອາເມຣິກາຢ່າງເຖິງທີ່ສຸດ ແຕ່ຍັງບໍ່ໄດ້ລົງເລິກໃນລາຍລະອຽດ, ໂດຍຊາວກະສິກອນຜູ້ປູກຖົ່ວເຫຼືອງ ໃນສະຫະລັດ ອາເມຣິກາ ໄດ້ເດີນໜ້າກົດດັນລັດຖະບານ ເນື່ອງຈາກຖົ່ວເຫຼືອງ ຖືເປັນສິນຄ້າກະສິກຳສົ່ງອອກທີ່ມີຈີນເປັນຕະຫຼາດໃຫຍ່ທີ່ສຸດ ແຕ່ລັດຖະບານຈີນປະກາດເມື່ອອາທິດທີ່ຜ່ານມາ ວ່າຖົ່ວເຫຼືອງ ແລະ ສິນຄ້າກະສິກຳສຳຄັນຈາກສະຫະລັດ ອາເມຣິກາ ອີກຫຼາຍກວ່າ 100 ລາຍການ ຈະຕ້ອງຖືກເກັບພາສີສູງເຖິງ 25% ເຊັ່ນດຽວກັບສິນຄ້າຍານພາຫະນະ ແລະ ພາຫະນະທາງອາກາດ ເພື່ອເປັນການຕອບໂຕ້ທີ່ທ່ານ ໂດໂນ ທຣຳ ຕ້ອງການຫາທາງຮຽກເກັບພາສີສິນຄ້າຈີນເພີ່ມອີກ 100,000 ລ້ານໂດລາສະຫະລັດ ຈາກເດີມທີ່ເຄີຍປະກາດແນວທາງໄປແລ້ວ 50,000 ລ້ານໂດລາສະຫະລັດ ຄວບຄຸມສິນຄ້າຈຳນວນ 1,300 ລາຍການ ສ່ວນໃຫຍ່ເປັນສິນຄ້າເຕັກໂນໂລຊີ ແລະ ອຸດສາຫະກຳຍານພາຫະນະ ລວມເຖິງພາຫະນະທາງອາກາດ.





No comments

Powered by Blogger.