ຜູ້ນຳເກົາຫຼີເໜືອ ກ່າວເຖິງການພົບປະຫາລືກັບທ່ານ ໂດໂນ ທຣຳ ຜູ້ນຳ ສ.ອາເມຣິກາ ເປັນຄັ້ງທຳອິດ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ກ່າວເຖິງການພົບປະຫາລືກັບທ່ານ ໂດໂນ ທຣຳ ຜູ້ນຳ ສ.ອາເມຣິກາ ເປັນຄັ້ງທຳອິດ



ສຳນັກຂ່າວຕ່າງປະເທດລາຍງານ 10​ ເມສາ 2018 ໂດຍອ້າງອີງຈາກການລາຍງານຂອງສຳນັກຂ່າວກາງເກົາຫຼີ (KCNA) ວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ເປັນປະທານໃນກອງປະຊຸມຄະນະກຳມະການບໍລິຫານງານສູນກາງພັກ ເມື່ອວັນຈັນທີ່ຜ່ານມາ, ໂດຍທ່ານ ຄິມ ຈອງ-ອຶນ ກ່າວໃນຕອນໜຶ່ງຂອງການສົນທະນາ ສະແດງຄວາມຊົມເຊີຍຕໍ່ສະຖານະການປັດຈຸບັນຢູ່ແຫຼມເກົາຫຼີ ທີ່ກຳລັງພັດທະນາໄປໃນທິດທາງທີ່ດີຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຕົວທ່ານເອງ ກັບ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ແມ່ນມີກຳນົດໃນການພົບປະຫາລືກັນຢູ່ພື້ນທີ່ຄວາມໝັ້ນຄົງຮ່ວມ ທີ່ເປັນຊາຍແດນລະຫວ່າງສອງປະເທດ ໃນເຂດບ້ານປັນມຸນຈອມ ໃນວັນທີ 27 ເມສາ 2018 ນີ້.



ນອກນີ້, ຜູ້ນຳສູງສຸດຂອງລັດຖະບານເກົາຫຼີເໜືອ ຍັງໄດ້ກ່າວເຖິງຄວາມມຸ່ງຫວັງ ຂອງການພົບປະຫາລືກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຖິງຈະບໍ່ໄດ້ລົງເລິກໃນລາຍລະອຽດຫຼາຍ ແຕ່ຖືເປັນຄັ້ງທຳອິດຢ່າງເປັນທາງການ ທີ່ທ່ານ ຄິມ ຈອງ-ອຶນກ່າວເຖິງການພົບປະຫາລືຮ່ວມກັບທ່ານ ໂດໂນ ທຣຳ ເຊິ່ງນອກຈາກນັ້ນຍັງຈະຖືເປັນຄັ້ງທຳອິດໃນປະຫວັດສາດອີກດ້ວຍ ທີ່ຜູ້ນຳສະຫະລັດ ອາເມຣິກາ ແລະ ຜູ້ນຳສູງສຸດຂອງເກົາຫຼີເໜືອຈະພົບປະຫາລືກັນຢ່າງເປັນທາງການ.



ໃນດ້ານຂອງທ່ານ ໂດໂນ ທຣຳ ກ່າວໃນລະຫວ່າງການປະຊຸມຄະນະລັດຖະມົນຕີປະຈຳອາທິດ ທີ່ທຳນຽບຂາວ ເມື່ອວັນຈັນທີ່ຜ່ານມາວ່າ: ທ່ານ ວາງແຜນທີ່ຈະຈັດຕັ້ງການພົບປະຫາລືກັບຜູ້ນຳຂອງເກົາຫຼີເໜືອ ພາຍໃນເດືອນພຶດສະນານີ້ ຫຼື ຊ້າສຸດຄືບໍ່ເກີນຕົ້ນເດືອນມິຖຸນາ. ເຖິງຢ່າງໃດກໍ່ຕາມ ຍັງບໍ່ມີຝ່າຍໃດອອກມາສະແດງທ່າທີກ່ຽວກັບໜຶ່ງໃນປັດໄຈສຳຄັນຂອງການພົບປະຫາລືຄັ້ງນີ້ ນັ້ນກໍ່ຄືປະເທດທີ່ຈະຮັບໜ້າທີ່ເປັນຕົວກາງຈັດຕັ້ງກອງປະຊຸມ ຂະນະທີ່ລາຍງານຫຼາຍກະແສຄາດວ່າ ຄວາມເປັນໄປໄດ້ຫຼາຍທີ່ສຸດໜ້າຈະເປັນທີ່ປະເທດຊູແອດ ຫຼື ມົງໂກນ.


ໃນອີກດ້ານໜຶ່ງທ່ານ ຣີ ຢອງ-ໂຮ ລັດຖະມົນຕີກະຊວງການຕ່າງປະເທດເກົາຫຼີເໜືອ ແມ່ນຢູ່ໃນລະຫວ່າງການເດີນທາງຢ້ຽມຢາມນະຄອນຫຼວງມົດສະກູ ຂອງລັດເຊຍ ເພື່ອພົບປະຫາລືກັບທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ໂດຍເມື່ອທ້າຍອາທິດທີ່ຜ່ານມາ ທ່ານ ຣີ ຢອງ-ໂຮ ແມ່ນໄດ້ເດີນທາງຢ້ຽມຢາມນະຄອນຫຼວງປັກກິ່ງ ຂອງຈີນ ແລະ ເຂົ້າພົບກັບທ່ານ ຫວັງ ອີ້ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ.


No comments

Powered by Blogger.