ລັດເຊຍ - ສ.ອາເມຣິກາ ຕ່າງປະຕິເສດຮ່າງມະຕິຂອງກັນ ແລະ ກັນ ຕໍ່ບັນຫາໃນຊີຣີ - ອິດສະຫຼະ

ລັດເຊຍ - ສ.ອາເມຣິກາ ຕ່າງປະຕິເສດຮ່າງມະຕິຂອງກັນ ແລະ ກັນ ຕໍ່ບັນຫາໃນຊີຣີ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 10 ເມສາ 2018 ທີ່ຜ່ານມາວ່າ: ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈັດກອງປະຊຸມສຸກເສີນ ເມື່ອວັນອັງຄານທີ່ຜ່ານມາ ກ່ຽວກັບສະຖານະການໃນເມືອງດູມາ ເຂດກູຕາ ຕາເວັນອອກ ຮອບນອກນະຄອນຫຼວງດາມັດສະກັດ ປະເທດຊີຣີ ທີ່ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 1,000​ ຄົນ ຈາກການໂຈມຕີທາງອາກາດເມື່ອທ້າຍອາທິດທີ່ຜ່ານມາ ໂດຍມີການເຊື່ອວ່າຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນ ຈາກຈຳນວນທັງໝົດ ເປັນຜົນມາຈາກການໄດ້ຮັບພິດ ຈາກອາວຸດເຄມີ, ຂະນະທີ່ສະຫະລັດ ອາເມຣິກາ ແລະ ລັດເຊຍຕ່າງກໍ່ກ່າວຫາເຊິ່ງກັນ ແລະ ກັນ ພ້ອມທັງສະເໜີຮ່າງມະຕິຂອງຕົນເອງໃນການຕັ້ງຄະນະປະຕິບັດງານ ເພື່ອກວດສອບເຫດການດັ່ງກ່າວ.


ແນ່ນອນວ່າໃນສ່ວນຂອງຮ່າງມະຕິຂອງສະຫະລັດ ອາເມຣິການັ້ນ ລັດເຊຍເຊິ່ງມີຖານະເປັນສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄດ້ໃຊ້ອຳນາດຢຸດຢັ້ງບໍ່ຍອມຮັບຮ່າງມະຕິຂອງສະຫະລັດ ອາເມຣິກາ ເຊິ່ງຖືເປັນຄັ້ງທີ 12 ທີ່ລັດເຊຍໃຊ້ສິດຢຸດຢັ້ງຮ່າງມະຕິກ່ຽວກັບຊີຣີ ນັບຕັ້ງແຕ່ສົງຄາມກາງເມືອງຊີຣີເກີດຂຶ້ນເມື່ອເດືອນມີນາ 2011 ສ່ວນຈີນງົດອອກສຽງ.


ເຊັ່ນດຽວກັນກັບທີ່ສະຫະລັດ ອາເມຣິກາ ທີ່ເປັນໜຶ່ງໃນສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນແຫ່ງສະຫະປະຊາຊາດ ກໍ່ໄດ້ໃຊ້ສິດຢຸດຢັ້ງ ເພື່ອປະຕິເສດຮ່າງມະຕິຂອງລັດເຊຍ ແລະ ຈີນງົດອອກສຽງເຊັ່ນເດີມ, ໂດຍການຜ່ານຮ່າງມະຕິໃດໜຶ່ງໃນກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ຈຳເປັນຕ້ອງໄດ້ຮັບສຽງສະໜັບສະໜູນຢ່າງໜ້ອຍ 9 ສຽງ ຈາກທັງໝົດ 15 ສຽງ ໂດຍຕ້ອງບໍ່ມີການຄັດຄ້ານຈາກສະມາຊິກຖາວອນ ຫຼື ບໍ່ມີສະມາຊິກຖາວອນໃດໃຊ້ສິດຢຸດຢັ້ງ ປະກອບດ້ວຍ: ສະຫະລັດ ອາເມຣິກາ, ລັດເຊຍ, ຈີນ, ອັງກິດ ແລະ ຝຣັ່ງ.

ເຖິງຢ່າງໃດກໍ່ຕາມ, ອົງການເພື່ອການຫ້າມໃຊ້ອາວຸດເຄມີ ຢືນຢັນວ່າຈະສົ່ງທີມງານເດີນທາງໄປຍັງເມືອງດູມາ ພາຍໃນອະນາຄົດອັນໃກ້ນີ້ ເພື່ອພິສູດຫຼັກຖານການໃຊ້ອາວຸດເຄມີວ່າເປັນຄວາມຈິງ ຫຼື ບໍ່.

ຂະນະທີ່ທຳນຽບຂາວອອກຖະແຫຼງການໃນມື້ດຽວກັນ ວ່າທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ຍົກເລີກກຳນົດການເດີນທາງຢ້ຽມຢາມກຸ່ມປະເທດອາເມຣິກາລາຕິນໃນອາທິດນີ້ ເນື່ອງຈາກສະຖານະການຄວາມເຄັ່ງຕຶງໃນຊີຣີ ແຕ່ຈະສົ່ງຮອງປະທານປະເທດ ທ່ານ ໄມ ເພນ ເປັນຜູ້ແທນໄປ ລວມເຖິງເພື່ອເຂົ້າຮ່ວມກອງປະຊຸມ Summit of the Americas (SOA) ທີ່ນະຄອນຫຼວງລິມາ ປະເທດເປຣູ ທີ່ຖືເປັນຄັ້ງທຳອິດໃນປະຫວັດສາດຂອງ SOA ທີ່ຜູ້ນຳສະຫະລັດ ອາເມຣິກາ ຈະບໍ່ເຂົ້າຮ່ວມກອງປະຊຸມ ນັບຕັ້ງແຕ່ມີການປະຊຸມຄັ້ງທຳອິດເມື່ອປີ 1994.

ເຖິງຢ່າງໃດກໍ່ຕາມ, ທຳນຽບຂາວຍັງສະຫງວນທ່າທີຕໍ່ລາຍງານຫຼາຍກະແສລະບຸວ່າ: ເຮືອຮົບຕິດຕັ້ງຂີປະນາວຸດນຳວິຖີ USS Donald Cook ລອຍລຳຢູ່ໃນເຂດນ່ານນ້ຳສາກົນ ທາງເບື້ອງຕາເວັນອອກຂອງທະເລເມດີເຕີເຣນຽນ ໃນໄລຍະທີ່ສາມາດໂຈມຕີຖານທັບແຫ່ງໃດແຫ່ງໜຶ່ງໃນພາກຕາເວັນຕົກຂອງຊີຣີ ຈຸດດຽວກັນກັບເຮືອຮົບ USS Ross ແລະ USS Porter ຍິງຂີປະນາວຸດໂທມາຮັອກ ລວມກັນ 59 ລູກ ໂຈມຕີຖານທັບອາກາດເຊຣັດ ໃນພາກຕາເວັນຕົກຂອງຊີຣີ ເມື່ອວັນທີ 7 ເມສາ 2017 ທີ່ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 18 ຄົນ ເປັນທະຫານຊີຣີ ແລະ ປະຊາຊົນຄົນລະເຄິ່ງ ເຊິ່ງລັດຖະບານລັດເຊຍຢືນຢັນຈະບໍ່ຢູ່ເສີຍ ຫາກສະຫະລັດ ອາເມຣິກາເປັນຝ່າຍເປີດສາກໂຈມຕີທາງທະຫານໃນຊີຣີອີກ.



No comments

Powered by Blogger.