ກະຊວງປ້ອງກັນປະເທດລາວ-ໄທ ຮ່ວມມືຮັກສາຄວາມສະຫງົບຊາຍແດນ, ບັນຫາຢາເສບຕິດ ແລະ ອື່ນໆ - ອິດສະຫຼະ

ກະຊວງປ້ອງກັນປະເທດລາວ-ໄທ ຮ່ວມມືຮັກສາຄວາມສະຫງົບຊາຍແດນ, ບັນຫາຢາເສບຕິດ ແລະ ອື່ນໆ



ໜັງສືພິມກອງທັບປະຊາຊົນລາຍງານ 21 ທັນວາ 2017 ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໃນວັນທີ 20 ທັນວາ 2017 ທີ່ຜ່ານມາ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ, ລັດຖະບານມົນຕີກະຊວງປ້ອງກັນປະເທດແຫ່ງລາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 24 ທີ່ຈັດຂຶ້ນຢ່າງເປັນທາງການຢູ່ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 17-21 ທັນວາ 2017 ນີ້, ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດທີ່ກະຊວງປ້ອງກັນປະເທດ.

ຄະນະຜູ້ແທນທັງສອງຝ່າຍໄດ້ພົບປະແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດວຽກງານຕ່າງໆບົນຈິດໃຈມິດຕະພາບ ມີຄວາມເຊື່ອໝັ້ນໄວ້ວາງໃຈເຊິ່ງກັນ ແລະ ກັນ ເພື່ອສັນຕິພາບ ມິດຕະພາບ ແລະ ການຮ່ວມມືທີ່ຍືນຍົງລະຫວ່າງສອງປະເທດ, ໂດຍສະເພາະແມ່ນການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ, ບັນຫາຢາເສບຕິດ, ການຮ່ວມມືກ່ຽວກັບແພດການທະຫານ ແລະ ບັນຫາອື່ນໆທີ່ທັງສອງຝ່າຍມີຄວາມສົນໃຈ ແລະ ຮ່ວມກັນສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ໝົດໄປຢ່າງເປັນຮູບປະທຳ.

ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ.ລາວ ໃນຄັ້ງນີ້ທ່ານ ພົນເອກ ປຣະວິດ ວົງສຸວັນ ພ້ອມຄະນະຍັງໄດ້ເດີນທາງໄປວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມ, ໄປໃສ່ບາດຢູ່ວັດອົງຕື້ ແລະ ທ່ຽວຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ ແລະ ວັດທະນະທຳຢູ່ນະຄອນຫຼວງວຽງຈັນ ກ່ອນເດີນທາງກັບປະເທດ.

No comments

Powered by Blogger.