ສ.ອາເມຣິກາ ຈະບໍ່ໃຫ້ເງິນຊ່ວຍເຫຼືອແກ່ບັນດາປະເທດທີ່ເຫັນຕ່າງ ເລື່ອງເຢຣູຊາເລມ - ອິດສະຫຼະ

ສ.ອາເມຣິກາ ຈະບໍ່ໃຫ້ເງິນຊ່ວຍເຫຼືອແກ່ບັນດາປະເທດທີ່ເຫັນຕ່າງ ເລື່ອງເຢຣູຊາເລມ



ສຳນັກຂ່າວຕ່າງປະເທດລາຍງານ 21 ທັນວາ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາກ່າວເມື່ອວັນພຸດທີ່ຜ່ານມາວ່າ: ສະຫະລັດ ອາເມຣິກາຈະຕິດຕາມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ວາລະພິເສດ ທີ່ຈະຈັດຂຶ້ນໃນວັນພະຫັດທີ 21 ທັນວາ 2017 ນີ້ ຕາມເວລາທ້ອງຖິ່ນຢ່າງໃກ້ຊິດ ແລະ ກ່າວໂດຍບໍ່ໄດ້ເຈາະຈົງຝ່າຍໃດວ່າ ປະເທດ ແລະ ລັດສະມາຊິກເກືອບທັງໝົດແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານສະຫະລັດ ອາເມຣິກາ ລວມເປັນຕົກເປັນມູນຄ່າຫຼາຍໝື່ນລ້ານໂດລາສະຫະລັດ ແຕ່ຜັດຈະພາກັນລົງມະຕິທີ່ສວນທາງກັບຈຸດຢືນຂອງອາເມຣິກາ, ເຖິງຢ່າງໃດກໍ່ຕາມປະເທດເຫຼົ່ານັ້ນຈະໄດ້ອອກສຽງຕາມຄວາມຕ້ອງການ ເຊິ່ງຈະຊ່ວຍໃຫ້ສະຫະລັດ ອາເມຣິກາປະຢັດເງິນໄດ້ຫຼາຍຂຶ້ນໃນອະນາຄົດ.

ເຊິ່ງສະມາຊິກຂອງ UNGA ມີທັງໝົດ 193 ປະເທດ ແລະ ລັດ ທີ່ຈະພິຈາລະນາຮ່າງມະຕິທີ່ສະເໜີໂດຍຕວັກກີ ແລະ ເຢເມນ ໃນນາມຂອງປະຊາຄົມອາຣັບ ແລະ ສະມາຊິກອົງກອນການຮ່ວມມືອິດສະລາມ (OIC) ອີງຕາມອຳນາດໃນມາດຕາ 377A ຂອງກົດບັດສະຫະປະຊາຊາດ, ມີເນື້ອໃນສຳຄັນທີ່ຢ້ຳເຖິງຮ່າງມະຕິທີ່ເອຢິບສະເໜີເຂົ້າສູ່ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ເມື່ອວັນຈັນທີ່ຜ່ານມາວ່າ: ສະຖານະຂອງນະຄອນເຢຣູຊາເລມ ຕ້ອງເປັນໄປຕາມການເຫັນດີຢ່າງເປັນເອກະພາບຈາກການເຈລະຈາລະຫວ່າງອິດສະຣາແອນ ກັບ ປາເລສໄຕເທົ່ານັ້ນ ໝາຍຄວາມວ່າຄວາມພະຍາຍາມ ແລະ ການຕັດສິນໃຈໃດໆກໍ່ຕາມທີ່ຕ້ອງການປ່ຽນແປງສະຖານະດັ່ງກ່າວ ບໍ່ຖືວ່າມີຜົນຜູກພັນທາງກົດໝາຍໃນທຸກກໍລະນີ ແລະ ຕ້ອງມີການຖອດຖອນສິດນັ້ນໃນທັນທີ.

ການຖະແຫຼງດັ່ງກ່າວຂອງທ່ານ ທຣຳ ເກີດຂຶ້ນຫຼັງຈາກທີ່ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດກ່າວວ່າ: ທ່ານ ນາງ ຈະສະເໜີ ແລະ ລາຍງານຕໍ່ປະທານປະເທດວ່າ ມີສະມາຊິກສະຫະປະຊາຊາດຈາກປະເທດ ແລະ ດິນແດນໃດແດ່ ທີ່ລົງມະຕິສວນທາງກັບຈຸດຢືນຂອງລັດຖະບານສະຫະລັດ ອາເມຣິກາເລື່ອງສະຖານະຂອງນະຄອນເຢຣູຊາເລມ ທີ່ຜູ້ນຳສະຫະລັດ ອາເມຣິກາປະກາດເມື່ອວັນທີ 6 ທັນວາ 2017 ທີ່ຜ່ານມາ ໃນການຮັບຮອງເອົານະຄອນເຢຣູຊາເລມ ເປັນນະຄອນຫຼວງຂອງອິດສະຣາແອນ, ໂດຍການໃນລົງມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດເມື່ອວັນຈັນທີ່ຜ່ານມານັ້ນ ສະຫະລັດ ອາເມຣິກາ ເຊິ່ງເປັນສະມາຊິກຖາວອນໄດ້ໃຊ້ສິດໃນການຢຸດຢັ້ງ ເພື່ອຂວໍ້າຮ່າງມະຕິດັ່ງກ່າວ ແລະ ທ່ານ ນາງ ເຮລີ ກ່າວຕຳໜິກອງປະຊຸມດັ່ງກ່າວວ່າ ຮ່າງມະຕິນີ້ຖືເປັນການດູໝິ່ນ ສະຫະລັດ ອາເມຣິກາ ທີ່ກົດດັນໃຫ້ທ່ານ ນາງ ຕ້ອງຄັດຄ້ານເພື່ອປົກປ້ອງອະທິປະໄຕຂອງປະເທດ.


No comments

Powered by Blogger.