ອາແຊກໄບຊານ-ລາວ ໄດ້ຍົກເວັ້ນວີຊາການທູດລະຫວ່າງກັນ - ອິດສະຫຼະ

ອາແຊກໄບຊານ-ລາວ ໄດ້ຍົກເວັ້ນວີຊາການທູດລະຫວ່າງກັນ



ກະຊວງການຕ່າງປະເທດໄດ້ອອກແຈ້ງການກ່ຽວກັບ ການມີຜົນບັງຄັບໃຊ້ ແລະ ຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ລະຫວ່າງລາວ ແລະ ອາແຊກໄບຊານ (Azerbaijan).

ສັນຍາວ່າດ້ວຍການຍົກເວັ້ນວິຊາສຳລັບຜູ້ຖືໜັງສືຜ່ານແດນການທູດລະຫວ່າງ ສປປ.ລາວ ແລະ ສາທາລະນະລັດ ອາແຊກໄບຊານ ທີ່ໄດ້ລົງນາມໃນວັນທີ 19 ມິຖຸນາ 2017 ທີ່ບາກູ, ມີຜົນບັງຄັບໃຊ້ນັບແຕ່ວັນທີ 25 ທັນວາ 2017 ເປັນຕົ້ນໄປ ເຊິ່ງມີເນື້ອໃນສຳຄັນດັ່ງນີ້:


1. ພົນລະເມືອງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອາແຊກໄບຊານ ຜູ້ທີ່ຖືໜັງສືຜ່ານແດນການທູດ ທີ່ມີອາຍຸການນຳໃຊ້ ແມ່ນສາມາດເດີນທາງເຂົ້າ, ອອກ, ຜ່ານ ແລະ ພັກເຊົາຢູ່ໃນດິນແດນຂອງຄູ່ສັນຍາອີກຝ່າຍໜຶ່ງ ໂດຍບໍ່ຈຳເປັນມີວິຊາ ໃນໄລຍະບໍ່ເກີນ 1 ເດືອນ.

2. ໄລຍະເວລາພັກເຊົາສຳລຳພົນລະເມືອງຂອງຄູ່ສັນຍາ ຈະສາມາດຂະຫຍາຍເວລາຕໍ່ໄປ ຕາມການຮ້ອງຂໍຢ່າງເປັນທາງການ ແຕ່ຕ້ອງໄດ້ຮັບອະນຸຍາດຈາກໜ່ວຍງານທີ່ກ່ຽວຂ້ອງຂອງຄູ່ສັນຍາຝ່າຍຮັບ.


No comments

Powered by Blogger.