ເລີ່ມ 1 ມັງກອນ 2018 ປັບຂຶ້ນອັດຕາອາກອນຊົມໃຊ້ນ້ຳມັນ, ເຫຼົ້າ, ຢາສູບ ແລະ ການບັນເທີງ - ອິດສະຫຼະ

ເລີ່ມ 1 ມັງກອນ 2018 ປັບຂຶ້ນອັດຕາອາກອນຊົມໃຊ້ນ້ຳມັນ, ເຫຼົ້າ, ຢາສູບ ແລະ ການບັນເທີງ



ໂດຍອີງຕາມກົດໝາຍວ່າດ້ວຍ ສ່ວຍສາອາກອນ (ສະບັບປັບປຸງ) ເລກທີ 70/ສພຊ ລົງວັນທີ 15 ທັນວາ 2015 ໄດ້ມີການປັບຂຶ້ນອັດຕາອາກອນຊົມໃຊ້ຫຼາຍລາຍການ ໂດຍສະເພາະສິນຄ້າ ແລະ ບໍລິການປະເພດສິ່ງຟຸມເຟືອຍ ທີ່ຈະມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ມັງກອນ 2018 ເປັນຕົ້ນໄປ.

ອາກອນຊົມໃຊ້ນັ້ນ ແມ່ນອາກອນທາງອ້ອມທີ່ຈະເກັບຈາກການຊົມໃຊ້ສິນຄ້າ ແລະ ບໍລິການບາງປະເພດທີ່ໄດ້ກຳນົດໄວ້ສະເພາະໃນກົດໝາຍສະບັບດັ່ງກ່າວ ທີ່ເກັບຈາກຜູ້ນຳເຂົ້າ, ຜະລິດ ແລະ ການບໍລິການຢູ່ພາຍໃນດິນແດນຂອງ ສປປ.ລາວ ໂດຍຜ່ານຜູ້ດຳເນີນການຜະລິດທຸລະກິດ.

ບັນດາລາຍການສິ້ນຄ້າ ແລະ ບໍລິການທີ່ມີການປັບອັດຕາອາກອນຊົມໃຊ້ ທີ່ຈະມີຜົນບັງຄັບໃຊ້ນັບຕັ້ງແຕ່ວັນທີ 1 ມັງກອນ 2018 ເປັນຕົ້ນໄປປະກອບມີ 4 ໝວດຄື: ໝວດນ້ຳມັນເຊື້ອໄຟ, ໝວດເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ, ໝວດຢາສູບ ແລະ ໝວດການບັນເທີງ ດັ່ງລາຍລະອຽດລຸ່ມນີ້:

1. ນ້ຳມັນເຊື້ອໄຟ:
- ນ້ຳມັນແອັດຊັງພິເສດ ຈາກ 35% ເປັນ 39%
- ນ້ຳມັນແອັດຊັງທຳມະດາ ຈາກ 30% ເປັນ 34%
- ນ້ຳມັນກາຊວນ ຈາກ 20% ເປັນ 24%
- ນ້ຳມັນກາດຍົນ ຈາກ 10% ເປັນ 14%
- ນ້ຳມັນເຄື່ອງ, ນ້ຳມັນໄຮໂດລິກ, ນ້ຳມັນໜຽວ, ນ້ຳມັນຫ້າມລໍ້ ຈາກ 5% ເປັນ 9%

2. ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າ:
- ເຫຼົ້າ ຫຼື ເຄື່ອງດື່ມທີ່ມີທາດເຫຼົ້າແຕ່ 20 ອົງສາຂຶ້ນໄປ ຈາກ 30% ເປັນ 70% ແລະ ຈະປັບຂຶ້ນເປັນ 70% ໃນປີ 2020
- ເຫຼົ້າ, ເຫຼົ້າແວງ ແລະ ເຄື່ອງດື່ມທີ່ມີທາດເຫຼົ້າຕ່ຳກວ່າ 20 ອົງສາ ຈາກ 25% ເປັນ 45% ແລະ ຈະປັບຂຶ້ນເປັນ 60% ໃນປີ 2020
- ສ່ວນເບຍຄົງທີ 50%

3. ປະເພດຢາສູບ
- ຢາຊີກາ ຈາກ 30% ເປັນ 45% ແລະ ຈະປັບຂຶ້ນເປັນ 60% ໃນປີ 2020
- ຢາສູບເປັນກອກ ຫຼື ເປັນຊອງ ຈາກ 30% ເປັນ 45% ແລະ ຈະປັບຂຶ້ນເປັນ 60% ໃນປີ 2020
- ຢາເສັ້ນສຳເລັດຮູບ ຈາກ 15% ເປັນ 25% ແລະ ຈະປັບຂຶ້ນເປັນ 35% ໃນປີ 2020
- ຢາສູບປະເພດອື່ນ ຈາກ 30% ເປັນ 45% ແລະ ຈະປັບຂຶ້ນເປັນ 60% ໃນປີ 2020

4. ການບັນເທີງ:
- ໂຮງເຕັ້ນລຳ, ດິດສະໂກເທັກ, ຄາຣາໂອເກະ ຈາກ 10% ເປັນ 20% ແລະ ຈະປັບຂຶ້ນເປັນ 35% ໃນປີ 2020

No comments

Powered by Blogger.