ສານເກົາຫຼີໃຕ້ ສັ່ງຕັດອິດສະຫຼະພາບມະຫາເສດຖີ ຜູ້ກໍ່ຕັ້ງ Lotte Group ພ້ອມລູກຊາຍ - ອິດສະຫຼະ

ສານເກົາຫຼີໃຕ້ ສັ່ງຕັດອິດສະຫຼະພາບມະຫາເສດຖີ ຜູ້ກໍ່ຕັ້ງ Lotte Group ພ້ອມລູກຊາຍ



ສຳນັກຂ່າວຕ່າງປະເທດລາຍງານ 22 ທັນວາ 2017 ວ່າ: ສານແຂວງໂຊກາງ ມີຄຳພິພາກສາໃຫ້ຕັດອິດສະຫຼະພາບທ່ານ ຊິນ ກຸກ-ໂຮ ອາຍຸ 95 ປີ ມະຫາເສດຖີຜູ້ກໍ່ຕັ້ງບໍລິສັດ Lotte Group ທີ່ຢູ່ໃນພາວະເຈັບເປັນ ຕ້ອງໄດ້ນັ່ງລໍ້ ເປັນເວລາ 4 ປີ ແຕ່ສານບໍ່ອອກໝາຍຈັບ ເນື່ອງຈາກຂໍ້ຈຳກັດດ້ານອາຍຸ ແລະ ຄວາມເຈັບເປັນ ທີ່ລວມທັງເປັນໂລກຄວາມຈຳເສື່ອມ ເຊິ່ງທ່ານອາດບໍ່ຕ້ອງຕິດຄຸກ, ຂະນະທີ່ທ່ານ ຊິນ ດົງ-ບິນ ລູກຊາຍ ໃນຖານະປະທານບໍລິສັດ Lotte Group ຄົນປັດຈຸບັນ ສານສັ່ງໃຫ້ຕັດອິດສະຫຼະພາບ 20 ເດືອນ ແຕ່ຈະເປັນອິດສະຫຼະພາບ ຕາບໃດທີ່ບໍ່ເຮັດຜິດກົດໝາຍອີກໃນໄລຍະເວລາ 2 ປີທີ່ສານໃຫ້ພາກໂທດໄວ້.


ຄະດີນີ້ສຳນັກງານໄອຍະການໄດ້ຍື່ນຟ້ອງທ່ານ ຊິນ ກຸກ ໂຮ ພ້ອມດ້ວຍເມຍນ້ອຍ, ລູກສາວກົກ ແລະ ລູກຊາຍທັງ 2 ຄົນ ໃນຫຼາຍຂໍ້ກ່າວຫາ ລວມທັງການຫຼີກລ້ຽງພາສີລວມເປັນເງິນ 76 ລ້ານໂດລາສະຫະລັດ ແລະ ສໍ້ໂກງເງິນກອງທຶນຂອງບໍລິສັດຈຳນວນ 46 ລ້ານໂດລາສະຫະລັດ, ໄອຍະການຍັງກ່າວອີກວ່າ ສະມາຊິກໃນຄອບຄົວຂອງທ່ານ ຊິນ ຍັງໄດ້ສ້າງຄວາມເສຍຫາຍແກ່ບໍລິສັດ Lotte Group ຈຳນວນ 123 ລ້ານໂດລາສະຫະລັດ ດ້ວຍການໃຊ້ອິດທິພົນຄວບຄຸມເງິນທຶນຂອງບໍລິສັດ ແລະ ມີການຕັດສິນໃຈເພື່ອເອື້ອຜົນປະໂຫຍດຕໍ່ຄອບຄົວຕົນເອງ ແທນທີ່ຈະເອື້ອຜົນປະໂຫຍດຕໍ່ກຸ່ມຜູ້ຖືຮຸ້ນຂອງບໍລິສັດ Lotte Group.

ເຄືອຂ່າຍສູນການຄ້າ Lotte ເປັນກຸ່ມທຸລະກິດຂະໜາດໃຫຍ່ທີ່ສຸດອັນດັບ 5 ຂອງເກົາຫຼີໃຕ້, ເປັນໜຶ່ງໃນກຸ່ມທຸລະກິດຄອບຄົວຂະໜາດໃຫຍ່ ທີ່ຂັບເຄື່ອນເສດຖະກິດເກົາຫຼີໃຕ້ຂຶ້ນສູ່ອັນດັບທີ 11 ຂອງໂລກ ແຕ່ບາງຄັ້ງບັນດາທຸລະກິດຄອບຄົວຂະໜາດໃຫຍ່ເຫຼົ່ານັ້ນ ມັກຖືກກ່າວຫາວ່າບໍ່ໂປ່ງໃສ ແລະ ມີຄວາມໃກ້ຊິດກັບນັກການເມືອງຫຼາຍເກີນໄປ.


No comments

Powered by Blogger.