ໂຄງການທາງລົດໄຟລາວ-ຈີນໃນແຂວງອຸດົມໄຊ ຈະນໍາໃຊ້ແຮງງານ 5.000 ຄົນເຂົ້າໃນໂຄງການ - ອິດສະຫຼະ

ໂຄງການທາງລົດໄຟລາວ-ຈີນໃນແຂວງອຸດົມໄຊ ຈະນໍາໃຊ້ແຮງງານ 5.000 ຄົນເຂົ້າໃນໂຄງການ



ອໍານາດການປົກຄອງແຂວງອຸດົມໄຊຢືນຢັນວ່າຈະນໍາໃຊ້ແຮງງານ 5.000 ຄົນ ລວມທັງຄົນລາວ ແລະ ຕ່າງປະເທດເຂົ້າມາເຮັດວຽກໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ປັດຈຸບັນການປັກຫລັກໝາຍແລວທາງໃນບາງຈຸດຢູ່ເມືອງງາມີຄວາມຄືບໜ້າເປັນຢ່າງດີ.

ເສັ້ນທາງລົດໄຟແລ່ນຜ່ານສະເພາະແຂວງອຸດົມໄຊມີຄວາມຍາວທັງໝົດ 126,6 ກິໂລແມັດ, ມີທັງໝົດ 9 ສະຖານີ ໃນນັ້ນ 3 ສະຖານີໃຫຍ່, 6 ສະຖານີນ້ອຍ, ກໍ່ສ້າງອຸມຸງຈໍານວນ 32 ຈຸດ ຍາວ 79,9 ກິໂລ ແມັດ, ສ້າງຂົວ 50 ແຫ່ງ ຍາວ 7,30 ກິໂລແມັດ ແລະ ອື່ນໆ.

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊໃຫ້ສໍາພາດຕໍ່ນັກຂ່າວສໍານັກຂ່າວສານປະເທດລາວໃນວັນທີ 9 ທັນວາ 2016 ນີ້ວ່າ: ເມື່ອໂຄງການເສັ້ນທາງລົດດັ່ງກ່່າວໄດ້ເລີ່ມມືລົງນັ້ນຄາດວ່າຈະມີແຮງງານເຂົ້າມາເຮັດວຽກປະມານ 5.000 ຄົນຢູ່ແຂວງອຸດົມໄຊ, ສໍາລັບການກະກຽມສະບຽງອາຫານໃຫ້ພະນັກງານ ແລະ ກໍາມະກອນເຂົ້າມາດໍາເນີນການກໍ່ສ້າງເສັ້ນທາງລົດ ນັ້ນແຂວງຂອງຕົນກໍໄດ້ກະກຽມແຕ່ງຕັ້ງຄະນະຮັບຜິດຊອບລົງຊຸກຍູ້ປະຊາຊົນ ແລະ ນັກລົງທຶນທີ່ມີຄວາມສົນໃຈເຂົ້າມາລົງທຶນໃນເຂດເມືອງທີ່ມີທ່າແຮງໂດຍສະເພາະປູກຝັງ ແລະ ລ້ຽງສັດຈໍານວນໜຶ່ງເພື່ອຮອງຮັບໂຄງການເລົ່າດັ່ງກ່າວ ນອກນັ້ນບາງສ່ວນທີ່ບໍ່ພຽງພໍກໍຈະນໍາເຂົ້າມາ. ປັດຈຸບັນ ພວມຈັດຕັ້ງປະຕິບັດການລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນພາຍໃນແຂວງຄື: 3 ເມືອງ ແລະ 40 ບ້ານທີ່ໄດ້ຮັບຜົນກະທົບຄື: ເມືອງໄຊ, ເມືອງງາ, ເມືອງນາໝໍ້ ໄດ້ຮັບຮູ້ ແລະ ເຂົ້າໃຈ ເຖິງແນວທາງນະໂຍບາຍຂອງ ພັກ-ລັດ ໃນການປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ. ນອກນີ້ຢູ່ບາງເຂດກໍໄດ້ປັກແລວທາງໄປແລ້ວ ແລະ ບາງເຂດກໍໄດ້ມີ ການປັບປ່ຽນແລວທາງຄືນໃຫ້ມີຄວາມລະອຽດຊັດເຈນຂຶ້ນຕື່ມ ແລະ ຍັງໄດ້ອະນຸຍາດໃຫ້ມີການສໍາຫລວດ ເຂດຈະຕັ້ງສະຖານພັກຊົ່ວຄາວ.

ທ່ານ ຮອງເຈົ້າແຂວງກ່າວຕື່ມວ່າ: ສໍາລັບບັນຫາກ່ຽວກັບການສະເໜີຂອງປະຊາຊົນໃນການຊົດເຊີຍການເວນຄືນນັ້ນ ປັດຈຸບັນຢູ່ໃນຂັ້ນຕອນລໍຖ້າແຜນສໍາຫລວດທີ່ລະອຽດຕື່ມວ່າຖືກບ້ານປະຊາຊົນຫລາຍປານໃດແທ້ສໍາລັບເຮືອນ, ທີ່ຢູ່ອາໃສ, ດິນໄຮ່, ດິນສວນ ແລະ ອື່ນໆນັ້ນແມ່ນກວມຈັກເປີເຊັນ.

ຂ່າວ: ສຳນັກຂ່າວສານປະເທດລາວ

No comments

Powered by Blogger.