ການເຈລະຈາລະຫວ່າງເກົາຫຼີເໜືອ-ເກົາຫຼີໃຕ້ ເປັນໄປດ້ວຍບັນຍາກາດມິດຕະພາບແບບພີ່ນ້ອງ - ອິດສະຫຼະ

ການເຈລະຈາລະຫວ່າງເກົາຫຼີເໜືອ-ເກົາຫຼີໃຕ້ ເປັນໄປດ້ວຍບັນຍາກາດມິດຕະພາບແບບພີ່ນ້ອງ



ສຳນັກຂ່າວຕ່າງປະເທດລາຍງານ 9 ມັງກອນ 2018 ວ່າ: ຄະນະຜູ້ແທນລະດັບສູງຂອງເກົາຫຼີໃຕ້ 5 ທ່ານ ທີ່ນຳໂດຍທ່ານ ໂຊ ມະຢອງ-ກະຢອນ ລັດຖະມົນຕີກະຊວງລວມຊາດ ແລະ ຄະນະຜູ້ແທນເຈລະຈາລະດັບສູງຂອງເກົາຫຼີເໜືອ 5 ທ່ານເທົ່າກັນ ທີ່ນຳໂດຍທ່ານ ຣີ ຊອນ-ກະວອນ ຜູ້ອຳນວຍການສຳນັກງານກິດຈະການພາຍໃນລະຫວ່າງເກົາຫຼີ ພົບປະຫາລືກັນທີ່ຫ້ອງປະຊຸມຂອງຕຶກສັນຕິພາບ ຢູ່ບ້ານປັນມຸນຈອມ ທີ່ຕັ້ງຢູ່ລະຫວ່າງກາງຂອງເຂດປອດທະຫານ (DMZ) ເມື່ອເວລາ 10:00​ໂມງ ຕາມເວລາທ້ອງຖິ່ນ.


ເຊິ່ງຄະນະຂອງທ່ານ ໂຊ ເດີນທາງດ້ວຍລົດຈາກນະຄອນຫຼວງໂຊ ແລະ ຄະນະຂອງທ່ານ ຣີ ແມ່ນຍ່າງຂ້າມເສັ້ນແບ່ງເຂດທາງທະຫານ (MDL) ບໍລິເວນພື້ນທີ່ຄວາມໝັ້ນຄົງຮ່ວມ (JSA) ຈັບມືທັກທາຍກັນແບບເປັນກັນເອງ ກ່ອນທ່ານ ຣີ ຈະກ່າວເປີດກ່ອນວ່າ ການພົບປະຫາລືຄັ້ງນີ້ ມີຄວາມໝາຍຄວາມສຳຄັນເປັນຢ່າງຍິ່ງ ແລະ ຫວັງວ່າການແຂ່ງຂັນໂອລິມປິກ ທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ທີ່ຈະເປັນເຈົ້າພາບໃນເດືອນກຸມພາ 2018 ນີ້ ຈະຖືເປັນ "ໂອລິມປິກແຫ່ງສັນຕິພາບ" ແລະ ຄະນະຜູ້ແທນນັກກີລາຂອງເກົາຫຼີເໜືອ ພ້ອມຮ່ວມການແຂ່ງຂັນຄັ້ງສຳຄັນນີ້ ກັບຕົວແທນນັກກີລາຈາກທົ່ວໂລກ.

ຂະນະທີ່ໄລຍະເວລາຂອງການປຶກສາຫາລືຄັ້ງນີ້ ທີ່ຖືເປັນການເຈລະຈາສອງຝ່າຍຄັ້ງທຳອິດໃນຮອບ 2 ປີ ຫຼື ນັບຕັ້ງແຕ່ເດືອນທັນວາ 2015 ຍັງບໍ່ຊັດເຈນວ່າຈະໃຊ້ເວລາດົນປານໃດ, ແຕ່ທ່ານ ໂຊ ກ່າວກັບນັກຂ່າວກ່ອນເດີນທາງໄປຍັງບ້ານປັນມຸນຈອມວ່າ ຄະນະຂອງເກົາຫຼີໃຕ້ ໄດ້ກຽມເຄື່ອງນຸ່ງ ແລະ ຂອງໃຊ້ສ່ວນຕົວມາພ້ອມແລ້ວ ແລະ ຍັງກ່າວອີກວ່າ ລັດຖະບານເກົາຫຼີໃຕ້ຈະຫາຊ່ອງທາງຍົກບັນຫາສຳຄັນຕ່າງໆຂຶ້ນມາປຶກສາຫາລືກັບລັດຖະບານເກົາຫຼີເໜືອ ບໍ່ວ່າຈະເປັນເລື່ອງກ່ຽວກັບໂຄງການອາວຸດນິວເຄຼຍ ແລະ ການຈັດງານຮວມຍາດພີ່ນ້ອງສອງເກົາຫຼີ ທີ່ຈັດຂຶ້ນຄັ້ງຫຼ້າສຸດເມື່ອເດືອນຕຸລາ 2015.


ໃນດ້ານຂອງທ່ານ ຣີ ຊອນ-ກະວອນ ກ່າວວ່າລັດຖະບານເກົາຫຼີເໜືອ ຈະສົ່ງຄະນະນັກກີລາ ພ້ອມທີມກອງເຊຍ ເຂົ້າຮ່ວມການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ໃນວັນທີ 9-25 ກຸມພາ 2018 ນີ້.

ນອກຈາກນີ້ ເກົາຫຼີເໜືອຈະສົ່ງຄະນະນັກກີລາເທັກຄວັນໂດເຂົ້າຮ່ວມໂອລິມປິກຄັ້ງນີ້ດ້ວຍ ໃນຖານະ "ກີລາສາທິດ" ເຊິ່ງຈະຖືເປັນການສະແດງອອກທາງສັນຍາລັກຂອງການປະນີປະນອມ ແລະ ຄວາມສາມັກຄີຄັ້ງສຳຄັນລະຫວ່າງສອງປະເທດ ເນື່ອງຈາກກີລາເທັກຄວັນໂດ ຖືເປັນສິລະປະການຕໍ່ສູ້ປ້ອງກັນຕົວ ທີ່ຖືເປັນໜຶ່ງໃນວັດທະນະທຳດັ້ງເດີມຂອງຊາວເກົາຫຼີ ປັດຈຸບັນປະທານສະຫະພັນເທັກຄວັນໂດສາກົນ (ITF) ຄືທ່ານ ຣີ ຢອງ-ຊອນ ເປັນຄົນເກົາຫຼີເໜືອ ແລະ ເກົາຫຼີເໜືອກໍ່ໄດ້ສົ່ງຄະນະນັກກີລາເຂົ້າຮ່ວມການແຂ່ງຂັນເທັກຄວັນໂດຊິງແຊັມໂລກ ທີ່ຈັດຂຶ້ນຢູ່ເກົາຫຼີໃຕ້ ເມື່ອເດືອນມິຖຸນາ 2017 ທີ່ຜ່ານມາອີກດ້ວຍ ຖືເປັນຄັ້ງທຳອິດໃນຮອບ 10 ປີ ຫຼື ນັບຕັ້ງແຕ່ປີ 2007 ທີ່ຄະນະນັກກີລາເທັກຄວັນໂດຂອງເກົາຫຼີເໜືອຢ້ຽມຢາມເກົາຫຼີໃຕ້.

ຂະນະດຽວກັນ ຄະນະຜູ້ແທນຂອງເກົາຫຼີໃຕ້ທີ່ນຳໂດຍທ່ານ ໂຊ ມະຢອງ-ກະຢອນ ໄດ້ສະເໜີຟື້ນຟູການເຈລະຈາທາງທະຫານລະຫວ່າງສອງເກົາຫຼີ, ໃນດ້ານຂອງກະຊວງການຕ່າງປະເທດໃນນະຄອນຫຼວງໂຊອອກຖະແຫຼງການວ່າ ເກົາຫຼີໃຕ້ຈະພິຈາລະນາຍົກເລີກມາດຕະການຂວໍ້າບາດເກົາຫຼີເໜືອບາງສ່ວນ ແຕ່ເປັນການຊົ່ວຄາວ ແລະ ເມື່ອຈຳເປັນ ເພື່ອຕອບຮັບການທີ່ເກົາຫຼີເໜືອຈະເຂົ້າຮ່ວມໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ເຊິ່ງຄະນະກຳມະການໂອລິມປິກສາກົນ (IOC) ກໍ່ໄດ້ປະກາດຂະຫຍາຍເວລາໃຫ້ແກ່ເກົາຫຼີເໜືອ ເປັນກໍລະນີພິເສດ ໃນການສົ່ງລາຍຊື່ນັກກີລາເຂົ້າຮ່ວມປຽງຊາງເກມອີກດ້ວຍ.


No comments

Powered by Blogger.