ມໍລະດົກໂລກ ແລະ ສະຖານທີ່ສະເໜີຂຶ້ນທະບຽນເປັນມໍລະດົກໂລກ ຂອງ ສປປ.ລາວ - ອິດສະຫຼະ

ມໍລະດົກໂລກ ແລະ ສະຖານທີ່ສະເໜີຂຶ້ນທະບຽນເປັນມໍລະດົກໂລກ ຂອງ ສປປ.ລາວ



ມໍລະດົກໂລກ (World Heritage Site) ຄືສະຖານທີ່ໄດ້ແກ່: ທຳມະຊາດ, ອະນຸສາວະລີ, ສິ່ງກໍ່ສ້າງຕ່າງໆ ລວມໄດ້ເຖິງເມືອງ ເຊິ່ງຄັດເລືອກໂດຍອົງການ UNESCO ຕັ້ງແຕ່ປີ 1972 ເພື່ອເປັນການບົ່ງບອກເຖິງຄຸນຄ່າຂອງສິ່ງທີ່ມະນຸດ ຫຼື ທຳມະຊາດໄດ້ສ້າງຂຶ້ນມາ  ແລະ ຄວນຈະປົກປ້ອງສິ່ງເຫຼົ່ານັ້ນ ເພື່ອໃຫ້ຕົກທອດໄປເຖິງລຸ້ນລູກລຸ້ນຫຼາຍໃນອະນາຄົດ.

ຈາກຕົວເລກໃນປີ 2017 ມີມໍລະດົກໂລກທັງໝົດ 1073 ແຫ່ງ ໃນ 167 ປະເທດທົ່ວໂລກເຊິ່ງແບ່ງເປັນມໍລະດົກໂລກທາງວັດທະນະທຳ 832 ແຫ່ງ, ມໍລະດົກໂລກທາງທຳມະຊາດ 206 ແຫ່ງ ແລະ ອີກ 35 ແຫ່ງເປັນແບບປະສົມປະສານທັງສອງປະເພດ.

ມໍລະດົກໂລກແຕ່ລະແຫ່ງເປັນຊັບສິນຂອງປະເທດທີ່ເປັນເຈົ້າຂອງດິນແດນທີ່ມໍລະດົກໂລກຕັ້ງຢູ່ ແຕ່ໄດ້ຖືກພິຈາລະນາໃຫ້ເປັນຜົນປະໂຫຍດຂອງປະຊາຄົມໂລກໃນການອະນຸລັກຮັກສາມໍລະດົກໂລກແຫ່ງນັ້ນໆ.

ຂໍ້ກຳນົດ ແລະ ຫຼັກເກນໃນການພິຈາລະນາໃຫ້ເປັນມໍລະດົກໂລກ ແມ່ນໄດ້ມີການກຳນົດຫຼັກເກນ 6 ຂໍ້ ສຳລັບມໍລະດົກທາງວັດທະນະທຳ ແລະ 4 ຂໍ້ ສຳລັບມໍລະດົກທາງທຳມະຊາດ, ໃນການພິຈາລະນານັ້ນສະຖານທີ່ແຫ່ງໃດໜຶ່ງຈະຕ້ອງມີລັກສະນະຕາມຫຼັກເກນມາດຕະຖານຂໍ້ໃດຂໍ້ໜຶ່ງ ຫຼື ຫຼາຍຂໍ້ ຈຶ່ງຈະໄດ້ຮັບພິຈາລະນາເປັນມໍລະດົກໂລກ

ຫຼັກເກນທາງວັດທະນະທຳ:
I. ເປັນຕົວແທນໃນການສະແດງຜົນງານເອກ ທີ່ສ້າງຂຶ້ນດ້ວຍຄວາມຄິດສ້າງສັນທີ່ຊານສະຫຼາດຂອງມະນຸດ
II. ເປັນສິ່ງທີ່ມີອິດທິພົນ, ຊຸກດັນໃຫ້ເກີດການພັດທະນາສືບທອດໃນດ້ານການອອກແບບທາງສະຖາປັດຕະຍະກຳ, ອະນຸສອນສະຖານ, ປະຕິມາກຳ, ສວນ ແລະ ພູມມິທັດ ຕະຫຼອດຈົນການພັດທະນາສິລະປະທີ່ກ່ຽວຂ້ອງ ຫຼື ການພັດທະນາການຕັ້ງຖິ່ນຖານຂອງມະນຸດ ເຊິ່ງໄດ້ເກີດຂຶ້ນໃນໄລຍະເວລາໃດເວລາໜຶ່ງ ຫຼື ພື້ນທີ່ໃດໆຂອງໂລກທີ່ຄົງໄວ້ໃນດ້ານວັດທະນະທຳ
III. ເປັນສິ່ງທີ່ຢືນຢັນເຖິງຫຼັກຖານຂອງວັດທະນະທຳ ຫຼື ອາລິຍະທຳທີ່ປາກົດໃຫ້ເຫັນຢູ່ໃນປັດຈຸບັນ ຫຼື ວ່າໄດ້ສາບສູນໄປແລ້ວ
IV. ເປັນຕົວຢ່າງອັນໂດດເດັ່ນຂອງປະເພດສິ່ງກໍ່ສ້າງອັນເປັນຕົວແທນຂອງການພັດທະນາທາງດ້ານວັດທະນະທຳ, ສັງຄົມ, ສິລະປະ, ວິທະຍາສາດ, ເຕັກໂນໂລຊີ, ອຸດສາຫະກຳ ໃນປະຫວັດສາດຂອງມະນຸດຊາດ
V. ເປັນຕົວຢ່າງອັນໂດດເດັ່ນຂອງວັດທະນະທຳມະນຸດ, ຮີດຄອງປະເພນີ, ສະຖາປັດຕະຍະກຳ, ວິທີການກໍ່ສ້າງ ຫຼື ການຕັ້ງຖິ່ນຖານຂອງມະນຸດ ເຊິ່ງເສື່ອມສະຫຼາຍໄດ້ງ່າຍຈາກຜົນກະທົບຂອງການປ່ຽນແປງທາງສັງຄົມ ແລະ ວັດທະນະທຳຕາມການເວລາ
VI. ມີຄວາມຄິດ ຫຼື ຄວາມເຊື່ອທີ່ກ່ຽວຂ້ອງໂດຍກົງກັບເຫດການ ຫຼື ມີຄວາມໂດດເດັ່ນໃນດ້ານປະຫວັດສາດ

ຫຼັກເກນທາງທະມະຊາດ
VII. ເປັນຕົວຢ່າງທີ່ໂດດເດັ່ນຂອງການເປັນຕົວແທນໃນວິວັດທະນາການສຳຄັນຕ່າງໆໃນອະດີດຂອງໂລກເຊັ່ນ: ຍຸກສັດເລືອຄານ, ຍຸກນ້ຳແຂງ ເຊິ່ງສະທ້ອນໃຫ້ເຫັນເຖິງການພັດທະນາຄວາມຫຼາກຫຼາຍທາງທຳມະຊາດຢູ່ພື້ນໂລກ
VIII. ເປັນຕົວຢ່າງທີ່ໂດດເດັ່ນໃນການເປັນຕົວແທນຂອງຂະບວນການປ່ຽນແປງທີ່ສຳຄັນທາງທໍລະນີວິທະຍາ ຫຼື ການວິວັດທະນາການທາງຊີວະວິທະຍາ ແລະ ປະຕິສຳພັນຂອງມະນຸດຕໍ່ສິ່ງແວດລ້ອມທາງທຳມະຊາດທີ່ກຳລັງເປັນຢູ່ເຊັ່ນ: ພູໄຟ, ນາບັນໄດ
IX. ເປັນແຫຼ່ງທີ່ເກີດຈາກປາກົດການທາງທຳມະຊາດ ທີ່ມີເອກະລັກຫາຍາກ ຫຼື ສວຍງາມເປັນພິເສດເຊັ່ນ: ແມ່ນ້ຳ, ນ້ຳຕົກ, ສາຍພູ
X. ເປັນຖິ່ນທີ່ຢູ່ອາໄສຂອງຊະນິດສັດ ແລະ ພັນພືດທີ່ຫາຍາກ ຫຼື ທີ່ຕົກຢູ່ໃນພາວະອັນຕະລາຍ ແຕ່ຍັງຄົງສາມາດດຳລົງຊີວິດຢູ່ໄດ້ ເຊິ່ງລວມເຖິງລະບົບນິເວດທີ່ເປັນແຫຼ່ງລວມຄວາມອຸດົມສົມບູນຂອງພືດ ແລະ ສັດທີ່ທົ່ວໂລກໃຫ້ຄວາມສົນໃຈ

ສຳລັບ ສປປ.ລາວ ປັດຈຸບັນ (ກຸມພາ 2018) ສະຖານທີ່ທີ່ໄດ້ຖືກພິຈາລະນາເປັນມໍລະດົກໂລກມີພຽງ 2 ແຫ່ງຄື: ເມືອງຫຼວງພະບາງ ແລະ ວັດພູ ແຂວງຈຳປາສັກ, ສ່ວນສະຖານທີ່ອື່ນໆແມ່ນກຳລັງຢູ່ໃນຂະບວນການພິຈາລະນາ.


1. ເມືອງຫຼວງພະບາງ, ແຂວງຫຼວງພະບາງ ທີ່ຕັ້ງ: N19 53 20.004 E102 7 59.988 ເນື້ອທີ່ 820 ເຮັກຕາ, ຖືກຮັບຮອງໂດຍອົງການ UNESCO ໃນປີ 1995 ໂດຍຜ່ານຂໍ້ກຳນົດ ແລະ ຫຼັກເກນໃນການພິຈາລະນາໃຫ້ເປັນມໍລະດົກໂລກທາງວັດທະນະທຳໃນຂໍ້ II, IV ແລະ V ດັ່ງລາຍລະອຽດລຸ່ມນີ້:

II. ເປັນສິ່ງທີ່ມີອິດທິພົນ, ຊຸກດັນໃຫ້ເກີດການພັດທະນາສືບທອດໃນດ້ານການອອກແບບທາງສະຖາປັດຕະຍະກຳ, ອະນຸສອນສະຖານ, ປະຕິມາກຳ, ສວນ ແລະ ພູມມິທັດ ຕະຫຼອດຈົນການພັດທະນາສິລະປະທີ່ກ່ຽວຂ້ອງ ຫຼື ການພັດທະນາການຕັ້ງຖິ່ນຖານຂອງມະນຸດ ເຊິ່ງໄດ້ເກີດຂຶ້ນໃນໄລຍະເວລາໃດເວລາໜຶ່ງ ຫຼື ພື້ນທີ່ໃດໆຂອງໂລກທີ່ຄົງໄວ້ໃນດ້ານວັດທະນະທຳ

IV. ເປັນຕົວຢ່າງອັນໂດດເດັ່ນຂອງປະເພດສິ່ງກໍ່ສ້າງອັນເປັນຕົວແທນຂອງການພັດທະນາທາງດ້ານວັດທະນະທຳ, ສັງຄົມ, ສິລະປະ, ວິທະຍາສາດ, ເຕັກໂນໂລຊີ, ອຸດສາຫະກຳ ໃນປະຫວັດສາດຂອງມະນຸດຊາດ

V. ເປັນຕົວຢ່າງອັນໂດດເດັ່ນຂອງວັດທະນະທຳມະນຸດ, ຮີດຄອງປະເພນີ, ສະຖາປັດຕະຍະກຳ, ວິທີການກໍ່ສ້າງ ຫຼື ການຕັ້ງຖິ່ນຖານຂອງມະນຸດ ເຊິ່ງເສື່ອມສະຫຼາຍໄດ້ງ່າຍຈາກຜົນກະທົບຂອງການປ່ຽນແປງທາງສັງຄົມ ແລະ ວັດທະນະທຳຕາມການເວລາ


2. ວັດພູ, ແຂວງຈຳປາສັກ ທີ່ຕັ້ງ N14 50 54 E105 49 20 ເນື້ອທີ່ 39,000 ເຮັກຕາ, ຖືກຮັບຮອງໂດຍອົງການ UNESCO ໃນປີ 2001 ໂດຍຜ່ານຂໍ້ກຳນົດ ແລະ ຫຼັກເກນໃນການພິຈາລະນາໃຫ້ເປັນມໍລະດົກໂລກທາງວັດທະນະທຳໃນຂໍ້ III, IV ແລະ VI ດັ່ງລາຍລະອຽດລຸ່ມນີ້:

III. ເປັນສິ່ງທີ່ຢືນຢັນເຖິງຫຼັກຖານຂອງວັດທະນະທຳ ຫຼື ອາລິຍະທຳທີ່ປາກົດໃຫ້ເຫັນຢູ່ໃນປັດຈຸບັນ ຫຼື ວ່າໄດ້ສາບສູນໄປແລ້ວ

IV. ເປັນຕົວຢ່າງອັນໂດດເດັ່ນຂອງປະເພດສິ່ງກໍ່ສ້າງອັນເປັນຕົວແທນຂອງການພັດທະນາທາງດ້ານວັດທະນະທຳ, ສັງຄົມ, ສິລະປະ, ວິທະຍາສາດ, ເຕັກໂນໂລຊີ, ອຸດສາຫະກຳ ໃນປະຫວັດສາດຂອງມະນຸດຊາດ

VI. ມີຄວາມຄິດ ຫຼື ຄວາມເຊື່ອທີ່ກ່ຽວຂ້ອງໂດຍກົງກັບເຫດການ ຫຼື ມີຄວາມໂດດເດັ່ນໃນດ້ານປະຫວັດສາດ


3. ທົ່ງໄຫຫິນ, ແຂວງຊຽງຂວາງ ສະເໜີຂຶ້ນເປັນມໍລະດົກໂລກໃນວັນທີ 25/3/1992 ເຊິ່ງປັດຈຸບັນຍັງບໍ່ທັນຖືກຮັບຮອງ ໃນປະເພດມໍລະດົກໂລກທາງວັດທະນະທຳ ດ້ວຍຂໍ້ກຳນົດ ແລະ ຫຼັກເກນເພື່ອໃຫ້ພິຈາລະນາ: I ແລະ III

I. ເປັນຕົວແທນໃນການສະແດງຜົນງານເອກ ທີ່ສ້າງຂຶ້ນດ້ວຍຄວາມຄິດສ້າງສັນທີ່ຊານສະຫຼາດຂອງມະນຸດ

III. ເປັນສິ່ງທີ່ຢືນຢັນເຖິງຫຼັກຖານຂອງວັດທະນະທຳ ຫຼື ອາລິຍະທຳທີ່ປາກົດໃຫ້ເຫັນຢູ່ໃນປັດຈຸບັນ ຫຼື ວ່າໄດ້ສາບສູນໄປແລ້ວ


4. ພະທາດຫຼວງ, ນະຄອນຫຼວງວຽງຈັນ ສະເໜີຂຶ້ນເປັນມໍລະດົກໂລກໃນວັນທີ 25/3/1992 ເຊິ່ງປັດຈຸບັນຍັງບໍ່ທັນຖືກຮັບຮອງ, ໃນປະເພດມໍລະດົກໂລກທາງວັດທະນະທຳ ດ້ວຍຂໍ້ກຳນົດ ແລະ ຫຼັກເກນເພື່ອໃຫ້ພິຈາລະນາ: I ແລະ IV

I. ເປັນຕົວແທນໃນການສະແດງຜົນງານເອກ ທີ່ສ້າງຂຶ້ນດ້ວຍຄວາມຄິດສ້າງສັນທີ່ຊານສະຫຼາດຂອງມະນຸດ

IV. ເປັນຕົວຢ່າງອັນໂດດເດັ່ນຂອງປະເພດສິ່ງກໍ່ສ້າງອັນເປັນຕົວແທນຂອງການພັດທະນາທາງດ້ານວັດທະນະທຳ, ສັງຄົມ, ສິລະປະ, ວິທະຍາສາດ, ເຕັກໂນໂລຊີ, ອຸດສາຫະກຳ ໃນປະຫວັດສາດຂອງມະນຸດຊາດ


5. ປ່າສະຫງວນແຫ່ງຊາດຫິນໜາມໜໍ່, ແຂວງຄຳມ່ວນ ສະເໜີຂຶ້ນເປັນມໍລະດົກໂລກໃນວັນທີ 3/8/2016 ເຊິ່ງປັດຈຸບັນຍັງບໍ່ທັນຖືກຮັບຮອງ ໃນປະເພດມໍລະດົກໂລກທາງທຳມະຊາດ ດ້ວຍຂໍ້ກຳນົດ ແລະ ຫຼັກເກນເພື່ອໃຫ້ພິຈາລະນາ: VIII ແລະ X

VIII. ເປັນຕົວຢ່າງທີ່ໂດດເດັ່ນໃນການເປັນຕົວແທນຂອງຂະບວນການປ່ຽນແປງທີ່ສຳຄັນທາງທໍລະນີວິທະຍາ ຫຼື ການວິວັດທະນາການທາງຊີວະວິທະຍາ ແລະ ປະຕິສຳພັນຂອງມະນຸດຕໍ່ສິ່ງແວດລ້ອມທາງທຳມະຊາດທີ່ກຳລັງເປັນຢູ່ເຊັ່ນ: ພູໄຟ, ນາບັນໄດ

X. ເປັນຖິ່ນທີ່ຢູ່ອາໄສຂອງຊະນິດສັດ ແລະ ພັນພືດທີ່ຫາຍາກ ຫຼື ທີ່ຕົກຢູ່ໃນພາວະອັນຕະລາຍ ແຕ່ຍັງຄົງສາມາດດຳລົງຊີວິດຢູ່ໄດ້ ເຊິ່ງລວມເຖິງລະບົບນິເວດທີ່ເປັນແຫຼ່ງລວມຄວາມອຸດົມສົມບູນຂອງພືດ ແລະ ສັດທີ່ທົ່ວໂລກໃຫ້ຄວາມສົນໃຈ

No comments

Powered by Blogger.