ສ.ອາເມຣິກາ ແລະ ກອງທັບຊີຣີ ປູພົມໂຈມຕີເຊິ່ງກັນ ແລະ ກັນຢ່າງໜັກໜ່ວງ ປະຊາຊົນລົ້ມຕາຍຈຳນວນຫຼາຍ - ອິດສະຫຼະ

ສ.ອາເມຣິກາ ແລະ ກອງທັບຊີຣີ ປູພົມໂຈມຕີເຊິ່ງກັນ ແລະ ກັນຢ່າງໜັກໜ່ວງ ປະຊາຊົນລົ້ມຕາຍຈຳນວນຫຼາຍ



ສຳນັກຂ່າວຕ່າງປະເທດລາຍງານ 8 ກຸມພາ 2018 ວ່າ: ຈາກການໂຈມຕີເຊິ່ງກັນ ແລະ ກັນລະຫວ່າງຝ່າຍລັດຖະບານຊີຣີ ທີ່ສະໜັບສະໜູນໂດຍລັດເຊຍ ກັບຝ່າຍກະບົດ ທີ່ສະໜັບສະໜູນໂດຍສະຫະລັດ ອາເມຣິກາ ແລະ ພັນທະມິດ ໄດ້ເປີດສາກໂຈມຕີເຊິ່ງກັນ ແລະ ກັນ ໂດຍອົງກອນສັງເກດການດ້ານສິດທິມະນຸດຊີຣີ (SOHR) ລາຍງານສະຖານະການສູ້ຮົບໃນເຂດກູຕາ ຕາເວັນອອກ ເຊິ່ງເປັນເຂດຢຶດຄອງຂອງກອງກຳລັງຝ່າຍກະບົດທີ່ເຫຼືອພຽງບໍ່ພໍເທົ່າໃດແຫ່ງຮອບນະຄອນຫຼວງດາມັດສະກັດ ວ່າມີຈຳນວນຜູ້ເສຍຊີວິດລະຫວ່າງວັນຈັນ ຫາ ວັນພຸດທີ່ຜ່ານມາຢ່າງໜ້ອຍ 136 ຄົນ ນອກຈາກນີ້ຍັງມີຜູ້ບາດເຈັບອີກກວ່າ 200 ຄົນ ລວມມີທັງຜູ້ຍິງ ແລະ ເດັກນ້ອຍ.

ເຊິ່ງຈຳນວນຜູ້ເສຍຊີວິດຈາກການສູ້ຮົບໃນເຂດກູຕາ ຕາເວັນອອກ ສະເພາະວັນອັງຄານທີ່ຜ່ານມາ ມີເຖິງ 80 ຄົນ ຖືເປັນໜຶ່ງໃນການສັງຫານໝູ່ປະຊາຊົນຊີຣີຫຼາຍທີ່ສຸດ ນັບຕັ້ງແຕ່ເຫດການໃຊ້ອາວຸດເຄມີຂ້າປະຊາຊົນທີ່ເມືອງຂ່ານ ເຊຄຸນ ໃນແຂວງອິດລິບ ທີ່ຢູ່ທາງພາກຕາເວັນຕົກຂອງປະເທດ ເມື່ອເດືອນເມສາ 2017 ເຊິ່ງມີຜູ້ເສຍຊີວິດ 80 ຄົນ ແລະ ຍັງເປັນໜຶ່ງໃນເຫດການນອງເລືອກຄັ້ງຮຸນແຮງທີ່ສຸດໃນຮອບຫຼາຍປີທີ່ເຂດກູຕາ ຕາເວັນອອກອີກດ້ວຍ, ເນື່ອງຈາກວ່າເຂດກູຕາຕາເວັນອອກຢູ່ໃກ້ກັບນະຄອນຫຼວງດາມັດສະກັດ ຈຶ່ງຖືເປັນເຂດທີ່ສຳຄັນທາງຍຸດທະສາດທີ່ກອງທັບຊີຣີ ທີ່ໄດ້ຮັບການສະໜັບສະໜູນຈາກລັດເຊຍ ຕ້ອງການກອບກູ້ຄືນເຂດດັ່ງກ່າວ ແລະ ໄດ້ຕໍ່ສູ້ມາຕັ້ງແຕ່ປີ 2013.

ໃນດ້ານຖະແຫຼງການຂອງກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ລະບຸວ່າ ພົບການໃຊ້ອາວຸດເຄມີໂຈມຕີປະຊາຊົນຢ່າງໜ້ອຍ 6 ຄົນ ພາຍໃນໄລຍະເວລາ 30 ວັນທີ່ຜ່ານມາ ແລະ ຕັ້ງສົມມຸດຕິຖານວ່າລັດຖະບານຊີຣີຢູ່ເບື້ອງຫຼັງ ຂະນະທີ່ອົງກອນເພື່ອການຫ້າມໃຊ້ອາວຸດເຄມີ (OPCW) ກ່າວພຽງວ່າຈະກວດສອບຂໍ້ກ່າວຫາທັງໝົດບົນພື້ນຖານຂອງຄວາມເປັນຈິງ.

ໃນເວລາດຽວກັນ ສູນບັນຊາການກອງທັບສະຫະລັດ ອາເມຣິກາ ລາຍງານວ່າກອງກຳລັງສະຫະລັດ ແລະ ພັນທະມິດໄດ້ປະຕິບັດການໂຈມຕີທາງອາກາດ ບວກກັບການໂຈມຕີພາກພື້ນດິນທີ່ເປັນການຍິງປືນໃຫຍ່ ໃນເຂດແຂວງເດອີ ເອສຊໍ ທາງພາກຕາເວັນອອກຂອງຊີຣີ ຕັ້ງແຕ່ຄືນວັນພຸດທີ່ຜ່ານມາຕາມເວລາທ້ອງຖິ່ນ ແລະ ສາມາດສັງຫານສະມາຊິກຂອງກອງກຳລັງຝ່າຍລັດຖະບານຊີຣີໄດ້ຫຼາຍກວ່າ 100 ຄົນ ຕອບໂຕ້ທີ່ອີກຝ່າຍເປີດສາກໂຈມຕີກ່ອນ.











No comments

Powered by Blogger.