ເກົາຫຼີເໜືອ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນເກົາຫຼີ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່ - ອິດສະຫຼະ

ເກົາຫຼີເໜືອ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນເກົາຫຼີ ຄົບຮອບ 70 ປີ ຢ່າງຍິ່ງໃຫຍ່



ສຳນັກຂ່າວຕ່າງປະເທດລາຍງານ 8 ກຸມພາ 2018 ວ່າ: ກອງທັບປະຊາຊົນເກົາຫຼີ (KPA) ໄດ້ຈັດພິທີເດີນສວນສະໜາມສະແດງກອງກຳລັງທາງການທະຫານ ທີ່ຈັດຕຸລັດຄິມ ອິວ-ຊຸງ ໃນນະຄອນຫຼວງປຽງຢາງ ເພື່ອສະເຫຼີມສະຫຼອງເນື່ອງໃນໂອກາດຄົບຮອບ 70 ປີ ຂອງການສ້າງຕັ້ງກອງທັບປະຊາຊົນເກົາຫຼີ 8 ກຸມພາ 1948 - 8 ກຸມພາ 2018 ໂດຍມີທະຫານເຂົ້າຮ່ວມຫຼາຍກວ່າ 13,000 ຄົນ.

ເຖິງຢ່າງໃດກໍ່ຕາມ ການຈັດກິດຈະກຳໃນປີນີ້ ແຕກຕ່າງຈາກທຸກຄັ້ງທີ່ຜ່ານມາ ເນື່ອງຈາກຕະຫຼອດໄລຍະທີ່ຜ່ານມາ ກອງທັບປະຊາຊົນເກົາຫຼີ ຈະຈັດພິທີໃນວັນທີ 25 ເມສາ ຂອງທຸກໆປີ ເຊິ່ງເປັນວັນທີ່ທ່ານ ຄິມ ອິວ-ຊຸງ ຜູ້ກໍ່ສ້າງປະເທດ ແລະ ເປັນປະທານປະເທດຄົນທຳອິດຂອງເກົາຫຼີເໜືອ ໄດ້ຈັດຕັ້ງກອງທັບປະຊາຊົນປະຕິວັດເກົາຫຼີ (KPRA) ເມື່ອປີ 1932 ກ່ອນຈະປ່ຽນເປັນກອງທັບປະຊາຊົນເກົາຫຼີໃນອີກ 16 ປີຕໍ່ມາ.

ຂະນະທີ່ສຳນັກຂ່າວກາງເກົາຫຼີ (KCNA) ບໍ່ໄດ້ຖ່າຍທອດກິດຈະກຳທີ່ເກີດຂຶ້ນ ແລະ ບໍ່ອະນຸຍາດໃສ່ສື່ມວນຊົນເຂົ້າຮ່ວມສັງເກດການຕາມທີ່ເຄີຍປະຕິບັດຜ່ານມາ ແຕ່ໃຊ້ວີທີເຜີຍແຜ່ພາບ ແລະ ວິດີໂອທີ່ບັນທຶກເຫດການໄວ້ໃນເວລາຖັດມາ, ໂດຍທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຄົນປັດຈຸບັນ ແລະ ທ່ານ ນາງ ຣີ ຊອນ-ຈູ ພັນລະຍາ ກໍ່ໄດ້ເຂົ້າຮ່ວມຊົມກິດຈະກຳດັ່ງກ່າວດ້ວຍ.

ການເຄື່ອນໄຫວດັ່ງກ່າວຂອງລັດຖະບານເກົາຫຼີເໜືອເກີດຂຶ້ນ ກ່ອນການແຂ່ງຂັນໂອລິມປິກລະດູໜາວທີ່ເມືອງປຽງຊາງ ຂອງເກົາຫຼີໃຕ້ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 9-25 ກຸມພາ 2018 ນີ້ ໂດຍເກົາຫຼີເໜືອກໍ່ໄດ້ສົ່ງນັກກີລາເຂົ້າຮ່ວມ 22 ​ຄົນ ລວມເຖິງສະເກັດລີລາ ແລະ ການລວມທີມຮັອກກີ້ນ້ຳແຂງປະເພດທີມຍິງກັບເກົາຫຼີໃຕ້ ພ້ອມກັນນັ້ນທັງສອງປະເທດຈະເດີນຂະບວນເຂົ້າສູ່ສະໜາມກີລາຮ່ວມກັນ ພາຍໃຕ້ຄັນທຸງສັນຍາລັກແຫຼມເກົາຫຼີ ໃນພິທີເປີດ ເຊິ່ງຈະຈັດຂຶ້ນໃນວັນສຸກທີ 9 ກຸມພາ 2018.



No comments

Powered by Blogger.