ອະດີດນາຍົກຍິງ ບັງກະລາເທດ ຖືກສານຕັດສິນ ຄຸກ 5 ປີ ຄະດີສໍ້ລາດບັງຫຼວງ - ອິດສະຫຼະ

ອະດີດນາຍົກຍິງ ບັງກະລາເທດ ຖືກສານຕັດສິນ ຄຸກ 5 ປີ ຄະດີສໍ້ລາດບັງຫຼວງ



ສຳນັກຂ່າວຕ່າງປະເທດລາຍງານ 9 ກຸມພາ 2018 ວ່າ: ສານຊັ້ນຕົ້ນບັງກະລາເທດມີຄຳຕັດສິນເມື່ອວັນພະຫັດທີ່ຜ່ານມາ ໃຫ້ລົງໂທດຕັດອິດສະຫຼະພາບທ່ານ ນາງ ຄາເລດາ ເຊຍ ອະດີດນາຍົກລັດຖະມົນຕີ 2 ສະໄໝ ຂອງປະເທດບັງກະລາເທດ ເປັນເວລາ 5 ປີ ຈາກຄວາມຜິດສໍ້ລາດບັງຫຼວງ ຍັກຍອກເງິນຊ່ວຍເຫຼືອເດັກກຳພ້າ.

ທ່ານ ນາງ ຄາເລດາ ເຊຍ ອາຍຸ 72 ປີ ຜູ້ນຳພັກຝ່າຍຄ້ານຫຼັກ (ພັກຊາດນິຍົມບັງກະລາເທດ : BNP) ຖືກສານໃນນະຄອນຫຼວງທາກາຕັດສິນວ່າມີຄວາມຜິດ ຕາມຂໍ້ກ່າວຫາຍັກຍອກເງິນຈຳນວນ 252,000 ໂດລາສະຫະລັດ ຈາກກອງທຶນທີ່ກໍ່ຕັ້ງຂຶ້ນເພື່ອຊ່ວຍເຫຼືອເດັກກຳພ້າ ແຕ່ທ່ານ ນາງ ກໍ່ໄດ້ຢືນຢັນຄວາມບໍລິສຸດ ແລະ ປະຕິເສດທຸກຂໍ້ກ່າວຫາ ພ້ອມທັງລະບຸວ່າເປັນການໃສ່ຮ້າຍເພື່ອຜົນທາງການເມືອງ.

ເຊິ່ງທະນາຍຂອງທ່ານ ນາງ ຄາເລດາ ເຊຍ ກ່າວວ່າ: ນີ້ເປັນການໃສ່ຮ້າຍ ເພື່ອຜົນທາງການເມືອງ ແລະ ມີຄວາມໝັ້ນໃຈວ່າສານສູງຈະພິພາກສາກົງກັນຂ້າມກັບສານຊັ້ນຕົ້ນແນ່ນອນ.

ແຕ່ໃນຂະນະດຽວກັນ ຜູ້ທີ່ກ່ຽວຂ້ອງກັບຄະດີດັ່ງກ່າວ ທ່ານ ທາຣັກ ເຣາະມານ ລູກຊາຍຂອງທ່ານ ນາງ ຄາເລດາ ເຊຍ ແລະ ຄົນໃກ້ຊິດຂອງທ່ານ ນາງ ອີກ 4 ຄົນ ໃນຖານະຈຳເລີຍຮ່ວມ ຖືກສານຕັດສິນຕັດອິດສະຫຼະພາບຄົນລະ 10 ປີ.


ນອກຈາກນີ້ແລ້ວບັນຍາກາດໃນນະຄອນຫຼວງທາກາໄດ້ເກີດຄວາມເຄັ່ງຕຶງຂຶ້ນ ທັງກ່ອນ ແລະ ໃນວັນຕັດສິນຄະດີ ໂດຍເຈົ້າໜ້າທີ່ໄດ້ຄວບຄຸມຕົວກຸ່ມເຄື່ອນໄຫວຝ່າຍຄ້ານປະມານ 3,000 ຄົນ ເພື່ອປ້ອງກັນເຫດຮຸນແຮງ ແລະ ໃນວັນຕັດສິນທາງການໄດ້ລະດົມກຳລັງເຈົ້າໜ້າທີ່ຄວາມໝັ້ນຄົງກວ່າ 5,000 ຄົນ ກະຈາຍກຳລັງໄປທົ່ວນະຄອນຫຼວງ ທີ່ເກີດການປະທະກັນໃນບາງບ່ອນກັບກຸ່ມຜູ້ສະໜັບສະໜູນທ່ານ ນາງ ຄາເລດາ ເຊຍ.

ທ່ານ ນາງ ຄາເລດາ ເຊຍ ອະດີເຄີຍເປັນພັນທະມິດສະໜິດສະໜົມ ແຕ່ກັບມາກາຍເປັນຄູ່ແຂ່ງຫຼັກຂອງທ່ານ ນາງ ຊີດ ຮາສິນາ ນາຍົກລັດຖະມົນຕີຄົນປັດຈຸບັນຂອງບັງກະລາເທດ ເນື່ອງຈາກພັກ BNP ຂວໍ້າບາດການເລືອກຕັ້ງທົ່ວໄປໃນປີ 2014 ເຊິ່ງພັກຂອງທ່ານ ນາງ ຊິດ ຮາສິນາ ຊະນະ ແລະ ໄດ້ຄອງອຳນາດຕໍ່ ແຕ່ຄາດວ່າ  ພັກ BNP ຈະລົງເລືອກຕັ້ງໃນຄັ້ງຕໍ່ໄປ.

ທ່ານ ນາງ ຄາເລດາ ເຊຍ ເຂົ້າສູ່ການເມືອງໃນກາງທົດສະວັດ 1980 ພາຍຫຼັງທີ່ ທ່ານ ພົນໂທ ເຊຍອູ ເຣາະມານ ຜູ້ເປັນສາມີຂອງທ່ານ ນາງ ຖືກສອບສັງຫານ ເນື່ອງຈາກກໍ່ລັດຖະປະທານແຕ່ບໍ່ສຳເລັດ ນອກຈາກຄະດີນີ້ແລ້ວ ທ່ານ ນາງ ຍັງຖືກດຳເນີນຄະດີອີກກວ່າ 10 ຄະດີ ກ່ຽວກັບການກໍ່ຄວາມຮຸນແຮງ ແລະ ສໍ້ລາດບັງຫຼວງ.

No comments

Powered by Blogger.