ສ.ອາເມຣິກາ ສົ່ງ B-52 ຖິ້ມລະເບີດໂຈມຕີກຸ່ມຕາລີບັນ ໃນອາຟະການິດສະຖານ (ວິດີໂອ) - ອິດສະຫຼະ

ສ.ອາເມຣິກາ ສົ່ງ B-52 ຖິ້ມລະເບີດໂຈມຕີກຸ່ມຕາລີບັນ ໃນອາຟະການິດສະຖານ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 9 ກຸມພາ 2018 ວ່າ: ທ່ານ ພົນອາກາດຕີ ເຈມ ບີ. ເຮັກເກີ ນາຍທະຫານກອງທັບອາກາດສະຫະລັດ ອາເມຣິກາ ແລະ ຜູ້ບັນຊາການກອງບິນຍຸດທະສາດອົງການ NATO ໃນອາຟະການິດສະຖານ ເປີດເຜີຍວ່າ: ອາຟະການິດສະຖານໄດ້ກາຍເປັນສະໜາມຮົບຫຼັກໃນການໂຈມຕີທາງອາກາດ ຂອງສູນບັນຊາການກາງກອງທັບສະຫະລັດ ອາເມຣິກາ ທີ່ປະຕິບັດການທົ່ວພູມມິພາກຕາເວັນອອກກາງ ທີ່ປະຕິບັດການເລີ່ມຕົ້ນຢ່າງເປັນທາງການມາຕັ້ງແຕ່ວັນທີ 1 ກຸມພາ 2018.

ສູນບັນຊາການກາງກອງທັບສະຫະລັດ ອາເມຣິກາ ປະກາດເມື່ອວັນທີ 6 ກຸມພາ 2018 ວ່າ ຝູງຍົນຮົບໃນສັງກັດເປີດສາກໂຈມຕີທາງອາກາດຄັ້ງໃໝ່ ຕໍ່ເປົ້າໝາຍນັກກຸ່ມຮົບຕາລີບັນ ທາງພາກເໜືອຂອງອາຟະການິດສະຖານ ສ່ວນໜຶ່ງຂອງການໂຈມຕີດຳເນີນໂດຍຍົນຖິ້ມລະເບີດທາງຍຸດທະສາດ B-52 ຂອງກອງທັບອາກາດສະຫະລັດ ອາເມຣິກາ ເຊິ່ງຖິ້ມລະເບີດນຳວິຖີ 24 ລູກ ລະເບີດສາມາດທຳລາຍຖານເຝິກຂອງກຸ່ມຕາລີບັນໃນແຂວງບາດັກຊານ, ທຳລາຍລົດຫຼາຍຄັນທີ່ກຸ່ມຕາລີບັນຢຶດໄປຈາກທະຫານກອງທັບອາຟະການິດສະຖານ ແລະ ນຳໄປດັດແປງເປັນລົດລະເບີດ.

ໃນເດືອນສິງຫາ ປີທີ່ຜ່ານມາ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເປີດເຜີຍແຜນຍຸດທະສາດໃໝ່ໃນອາຟະການິດສະຖານ ວ່າຈະສົ່ງກຳລັງທະຫານໄປເສີມ ຈາກທີ່ມີຢູ່ແລ້ວ 11,000 ຄົນ ເພື່ອເຝິກສອນ ແລະ ໃຫ້ຄຳແນະນຳແກ່ກອງກຳລັງຄວາມໝັ້ນຄົງຂອງອາຟະການິດສະຖານ ເຊິ່ງນັບຈາກນັ້ນມາສະຫະລັດ ອາເມຣິກາ ໄດ້ສົ່ງຍົນລຸ້ນໃໝ່ໄປໃຫ້ກອງທັບອາຟະການິດສະຖານແລ້ວ.

ທ່ານ ພົນອາກາດຕີ ເຮັກເກີ ຍັງກ່າວຕື່ມອີກວ່າ ຍົນຮົບຂອງກອງກຳລັງພັນທະມິດໃນອາຟະການິດສະຖານ ອອກປະຕິບັດການໂຈມຕີໂດຍສະເລ່ຍອາທິດລະ 25 ຄັ້ງໃນປີ 2017 ສ່ວນກອງບິນຂອງກອງທັງອາຟະການິດສະຖານ ອອກປະຕິບັດການໂຈມຕີທາງອາກາດສະເລ່ຍອາທິດລະ 40 ຄັ້ງ.


No comments

Powered by Blogger.