ລັດຖະບານໄດ້ພິຈາລະນາປັບປຸງ ແລະ ສ້າງກົດໝາຍໃໝ່ ຈຳນວນ 10 ສະບັບ - ອິດສະຫຼະ

ລັດຖະບານໄດ້ພິຈາລະນາປັບປຸງ ແລະ ສ້າງກົດໝາຍໃໝ່ ຈຳນວນ 10 ສະບັບ



ໃນວັນທີ 9 ກຸມພາ 2018 ທ່ານ ຈະເລີນ ເຢຍປາວເຮີ ໂຄສົກລັດຖະບານ ໄດ້ຖະແຫຼງຜົນຂອງກອງປະຊຸມລັດຖະບານສະໄໝວິສາມັນ ປະຈຳເດືອນ ກຸມພາ 2018 ວ່າ: ເພື່ອຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງໃນໄລຍະແຕ່ນີ້ຮອດປີ 2020 ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ລັດຖະບານຈຶ່ງໄດ້ດຳເນີນກອງປະຊຸມສະໄໝວິສາມັນ ຢູ່ທີ່ສຳນັກງານນາຍົກລັດຖະມົນຕີໃນວັນທີ 8  ກຸມພາ 2017 ແລະ ປິດລົງໃນວັນທີ 9 ກຸມພາ 2018 ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມລັດຖະບານສະໄໝວິສາມັນຄັ້ງນີ້ ໄດ້ສຸມໃສ່ປຶກສາຫາລື, ປະກອບຄຳຄິດເຫັນ ແລະ ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງບັນດາຮ່າງກົດໝາຍຈຳນວນ 10 ສະບັບດັ່ງນີ້:

1. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງໜີ້ສີນສາທາລະນະ (ສະບັບສ້າງໃໝ່);
2. ຮ່າງກົດໝາຍ ວ່າດ້ວຍອາກອນມູນຄ່າເພີ່ມ (ສະບັບປັບປຸງ);
3. ຮ່າງກົດໝາຍ ວ່າດ້ວຍທະນາຄານແຫ່ງ ສປປ.ລາວ (ສະບັບປັບປຸງ);
4. ຮ່າງກົດໝາຍ ວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ);
5. ຮ່າງກົດໝາຍ ວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ);
6. ຮ່າງກົດໝາຍ ວ່າດ້ວຍປ້າຍ (ສະບັບສ້າງໃໝ່);
7.ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ);
8. ຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ);

ສຳລັບຮ່າງກົດໝາຍວ່າດ້ວຍແນວລາວສ້າງຊາດ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າ (ສະບັບສ້າງໃໝ່) ກອງປະຊຸມໄດ້ຊີ້ນຳໃຫ້ສະມາຊິກລັດຖະບານນຳໄປຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ 2 ຮ່າງກົດໝາຍດັ່ງກ່າວ ແລ້ວສົ່ງໃຫ້ກະຊວງກ່ຽວຂ້ອງປະສານສົມທົບກັບກະຊວງຍຸຕິທຳ ແລະ ສຳນັກງານນາຍົກລັດຖະມົນຕີ ເພື່ອນຳສະເໜີຕໍ່ກອງປະຊຸມສະພາແຫ່ງຊາດພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VII ໃນເດືອນ ເມສາ 2018 ທີ່ຈະມາເຖິງນີ້.




No comments

Powered by Blogger.