ຍີ່ປຸ່ນຊ່ວຍເຫຼືອລ້າ 17 ລ້ານກວ່າໂດລາ ກໍ່ສ້າງ ແລະ ປັບປຸງໂຮງໝໍ 2 ແຫ່ງໃນ ສປປ.ລາວ - ອິດສະຫຼະ

ຍີ່ປຸ່ນຊ່ວຍເຫຼືອລ້າ 17 ລ້ານກວ່າໂດລາ ກໍ່ສ້າງ ແລະ ປັບປຸງໂຮງໝໍ 2 ແຫ່ງໃນ ສປປ.ລາວ



ສຳນັກຂ່າວສານປະເທດລາວລາຍງານ 9 ກຸມພາ 2018 ວ່າ: ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາຊ່ວຍເຫຼືອລ້າໂຄງການປັບປຸງໂຮງໝໍເສດຖາທິລາດ ແລະ ໂຮງໝໍແຂວງຈຳປາສັກ ໃນມູນຄ່າ 1,940 ລ້ານເຢັນ ຫຼື ປະມານ 17 ລ້ານກວ່າໂດລາສະຫະລັດ.


ຮ່ວມລົງນາມໂດຍທ່ານ ນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເຄຊິ ຮິຄະຮາຣະ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ, ໂດຍມີຜ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ເຄັນທາໂຣ ໂຊໂນອຸຣະ ທີ່ປຶກສາພິເສດຂອງທ່ານ ນາຍົກລັດຖະມົນຕີຍີ່ປຸ່ນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວ ທ່ານ ເຄັນທາໂຣ ໂຊໂນອຸຣະ ໄດ້ມີຄຳເຫັນວ່າ: ໂຄງການດັ່ງກ່າວນີ້ແມ່ນການຊ່ວຍເຫຼືອສ້າງອາຄານ ແລະ ປະກອບສ່ວນອຸປະກອນການແພດ ຢູ່ໂຮງໝໍເສດຖາທິລາດ ນະຄອນຫຼວງວຽງຈັນ ແລະ ໂຮງໝໍ ແຂວງຈຳປາສັກ ເພື່ອຍົກລະດັບການບໍລິການທາງດ້ານສາທາລະນະສຸກ ແລະ ສ້າງບຸກຄະລາກອນທາງການແພດໃຫ້ດີຂຶ້ນ. ລັດຖະບານຍີ່ປຸ່ນໄດ້ຖືເອົາຂະແໜງການສາທາລະນະສຸກ ເປັນຂະແໜງການໜຶ່ງທີ່ມີຄວາມສຳຄັນທີ່ສຸດຈຶ່ງໄດ້ຂະຫຍາຍການຊ່ວຍເຫຼືອຢ່າງກວ້າງຂວາງ.


No comments

Powered by Blogger.