ເກົາຫຼີເໜືອ ຈັດສະແດງຂີປະນາວຸດ ຮວາຊອງ-14 ແລະ 15 ໃນວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ - ອິດສະຫຼະ

ເກົາຫຼີເໜືອ ຈັດສະແດງຂີປະນາວຸດ ຮວາຊອງ-14 ແລະ 15 ໃນວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ



ສຳນັກຂ່າວຕ່າງປະເທດລາຍງານ 9 ກຸມພາ 2018 ວ່າ: ຂະບວນສວນສະໜາມສະແດງກ້ອນກຳລັງທາງການທະຫານ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນເກົາຫຼີ ຄົບຮອບ 70 ປີ ທີ່ຈັດຂຶ້ນເມື່ອວັນທີ 8 ກຸມພາ 2018 ທີ່ຜ່ານມາ ໂດຍມີ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແລະ ເຈົ້າໜ້າທີ່ລັດລະດັບສູງຫຼາຍທ່ານເຂົ້າຮ່ວມໃນພີທີ.


ສື່ມວນຊົນຂອງທາງການເກົາຫຼີເໜືອໄດ້ເຜີຍແຜ່ພາບຖ່າຍຂະບວນກ້ອນກຳລັງຕ່າງໆທາງການທະຫານ ໂດຍສະເພາະແມ່ນຂີປະນາວຸດຂ້າມທະວີບ (ICBM) ຮວາຊອງ-14 ແລະ ຮວາຊອງ-15 ທີ່ເຄີຍທົດລອງຍິງໄປແລ້ວເມື່ອປີທີ່ຜ່ານມາ ແຕ່ເປັນການເປີດຕົວຕໍ່ສາທາລະນະຊົນເປັນຄັ້ງທຳອິດ.

ຂີປະນາວຸດຮວາຊອງ-15 ມີ 4 ລູກເຄື່ອນຂະບວນມາເທິງລົດບັນທຸກ ທີ່ປະສົບຄວາມສຳເລັດໃນການທົດລອງຍິງເມື່ອເດືອນພະຈິກ 2017 ມາແລ້ວ, ນັກວິເຄາະເຊື່ອວ່າ ສາມາດຍິງເຖິງເປົ້າໝາຍທຸກແຫ່ງເທິງແຜ່ນດິນໃຫຍ່ຂອງສະຫະລັດ ອາເມຣິກາ ສ່ວນຂີປະນາວຸດຮວາຊອງ-14 ກໍ່ປະສົມຄວາມສຳເລັດໃນການທົດລອງຍິງສອງຄັ້ງເມື່ອປີທີ່ຜ່ານມາເຊັ່ນກັນ.


ນອກຈາກນີ້, ໃນຂະບວນຍັງໄດ້ເປີດຕົວຂີປະນາວຸດວິໄສໃກ້ລູກໃໝ່ ເຊິ່ງມີຕົ້ນແບບຄ້າຍຄືກັບຂີປະນາວຸດອິສກັນເດີ ຂອງລັດເຊຍ ແຕ່ກໍ່ມີບາງສ່ວນຄ້າຍກັບຂີປະນາວຸດຮະຢັນມູ-2 ຂອງເກົາຫຼີໃຕ້.


ການສະແດງກ້ອນກຳລັງທາງການທະຫານຄັ້ງຫຼ້າສຸດຂອງເກົາຫຼີເໜືອໃນຄັ້ງນີ້ ເນັ້ນໄປທີ່ອາວຸດໜັກເຊັ່ນ: ຂີປະນາວຸດຫຼາຍກວ່າເນັ້ນລົດຕັງ ຫຼື ປືນໃຫຍ່ ສະທ້ອນໃຫ້ເຫັນວ່າ ເກົາຫຼີເໜືອພະຍາຍາມທີ່ຈະສະແດງພາບລັກໃຫ້ເປັນທີ່ຮັບຮູ້ວ່າ ມີຄວາມກ້າວໜ້າຢ່າງຍິ່ງໃນດ້ານອາວຸດສົງຄາມ.





No comments

Powered by Blogger.