ລັດຖະບານ ແຈ້ງໃຫ້ຢຸດຕິການນຳເຂົ້າຈານດາວທຽມ ທຸກຊະນິດຈາກຕ່າງປະເທດຊົ່ວຄາວ - ອິດສະຫຼະ

ລັດຖະບານ ແຈ້ງໃຫ້ຢຸດຕິການນຳເຂົ້າຈານດາວທຽມ ທຸກຊະນິດຈາກຕ່າງປະເທດຊົ່ວຄາວ



ຫ້ອງການ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ອອກແຈ້ງການ ເລກທີ 55/ຫກ ລົງວັນທີ 1 ກຸມພາ 2018 ເລື່ອງການໃຫ້ຢຸດຕິການນຳເຂົ້າອຸປະກອບຈານຮັບດາວທຽມ ທຸກຊະນິດໄວ້ຊົ່ວຄາວ ໂດຍອີງໃສ່ການຕົກລົງເຫັນດີໃນກອງປະຊຸມປຶກສາຫາລືທາງດ້ານວິຊາການກ່ຽວກັບການຄຸ້ມຄອງການນຳເຂົ້າ ແລະ ນຳໃຊ້ອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ (DTH) ລະຫວ່າງກົມສື່ມວນຊົນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ກົມໂທລະຄົມມະນາຄົມ, ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ (ກົມນຳເຂົ້າ ແລະ ສົ່ງອອກ) ໃນວັນທີ 12 ມັງກອນ 2018 ໄດ້ແຈ້ງໃຫ້ຊາບວ່າ:

ເນື່ອງຈາກໄລຍະຜ່ານມາໄດ້ມີການນຳເຂົ້າອຸປະກອນຈານຮັບດາວທຽມບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ເພື່ອປັບປຸງລະບົບການຄຸ້ມຄອງອຸປະກອນເຄື່ອງຮັບສັນຍານດາວທຽມທຸກຊະນິດ ໃຫ້ເຂົ້າສູ່ລະບົບຫຼັກການ, ຖືກຕ້ອງຕາມຄຳສັ່ງແນະນຳຂອງທ່ານນາຍົກລັດຖະມົນຕີ ຄັ້ງວັນທີ 24 ພະຈິກ 2017, ຮັບປະກັນໃຫ້ການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງລັດ ແລະ ເພື່ອຮັບປະກັນສິດຜົນປະໂຫຍດຂອງຜູ້ຊົມໃຊ້ອຸປະກອນຮັບສັນຍານດາວທຽມທຸກຊະນິດ.

ຫ້ອງການກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວຈຶ່ງຂໍແຈ້ງມາຍັງບໍລິສັດ, ຫ້າງຮ້ານ, ຕົວແທນຈຳໜ່າຍ, ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນຂອບເຂດທົ່ວປະເທດ ທີ່ເຮັດທຸລະກິດດ້ານການນຳເຂົ້າ, ຈຳໜ່າຍ ແລະ ບໍລິການຕິດຕັ້ງອຸປະກອນຈານຮັບດາວທຽມທຸກຊະນິດ ຢູ່ໃນ ສປປ.ລາວ ໃຫ້ຢຸດຕິການນຳເຂົ້າ ອຸປະກອນຈານດາວທຽມຂອງຕ່າງປະເທດໄວ້ຊົ່ວຄາວກ່ອນ ນັບແຕ່ວັນທີ 1 ກຸມພາ 2018 ເປັນຕົ້ນໄປ.


ສຳລັບຜູ້ປະກອບການທີ່ໄດ້ນຳເຂົ້າ ແລະ ຄອບຄອງອຸປະກອນດັ່ງກ່າວເພື່ອບໍລິການລູກຄ້ານັ້ນ ໃຫ້ໄປແຈ້ງການດຳເນີນກິດຈະການຂອງຕົນເອງຢ່າງຮີບດ່ວນດັ່ງນີ້:

1. ສຳລັບຜູ້ປະກອບການຢູ່ໃນນະຄອນຫຼວງໃຫ້ໄປແຈ້ງນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກົມສື່ມມວນຊົນ ພະແນກດາວທຽມ ຫຼື ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງ.

2​. ຜູ້ປະກອບການນຳເຂົ້າ, ຈຳໜ່າຍອຸປະກອນຮັບສັນຍານຈານດາວທຽມຢູ່ຕ່າງແຂວງໃຫ້ໄປແຈ້ງນຳພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ.

No comments

Powered by Blogger.