ຜູ້ນຳສູງສຸດຂອງເກົາຫຼີໃຕ້ ພົບປະຫາລືກັບຄະນະຜູ້ແທນລະດັບສູງຂອງເກົາຫຼີເໜືອ - ອິດສະຫຼະ

ຜູ້ນຳສູງສຸດຂອງເກົາຫຼີໃຕ້ ພົບປະຫາລືກັບຄະນະຜູ້ແທນລະດັບສູງຂອງເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 10 ກຸມພາ 2018 ວ່າ: ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ແລະ ເຈົ້າໜ້າລັດລະດັບສູງໃນຄະນະລັດຖະບານອີກຫຼາຍຄົນ ທີ່ລວມທັງທ່ານ ໂຊ ມະຢອງ-ກະຢອນ ລັດຖະມົນຕີກະຊວງລວມຊາດຂອງເກົາຫຼີໃຕ້ ໄດ້ໃຫ້ການຕ້ອນຮັບ ແລະ ພົບປະຫາລືກັບຄະນະເຈົ້າໜ້າທີ່ລັດລະດັບສູງຂອງເກົາຫຼີເໜືອ ທີ່ທຳນຽບຊອງວາແດ, ນະຄອນຫຼວງໂຊ ຂອງເກົາຫຼີໃຕ້ ໂດຍຄະນະຜູ້ແທນຂອງເກົາຫຼີເໜືອແມ່ນນຳໂດຍທ່ານ ຄິມ ຢອງ-ນຳ ປະທານສະພາປະຊາຊົນແຫ່ງຊາດເກົາຫຼີເໜືອ, ທ່ານ ຣີ ຊອນ-ກະວອນ ຜູ້ນຳນວຍການສຳນັກງານກິດຈະການພາຍໃນລະຫວ່າງເກົາຫຼີ ເຊິ່ງເປັນຕົວແທນຂອງລັດຖະບານເກົາຫຼີເໜືອໃນການເຈລະຈາຄັ້ງປະຫວັດສາດກັບທ່ານ ໂຊ ມະຢອງ-ກະຢອນ ເມື່ອວັນທີ 9 ມັງກອນ 2018 ທີ່ຜ່ານມາ ແລະ ທ່ານ ໂຊ ຮວີ ປະທານຄະນະກຳມາທິການໃຫ້ຄຳປຶກສາດ້ານນະໂຍບາຍກີລາແຫ່ງຊາດ ບຸກຄົນທີ່ຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ອະນຸມັດໃຫ້ເດີນທາງອອກນອກປະເທດໄດ້ເປັນການຊົ່ວຄາວ.


ເຖິງຢ່າງໃດກໍ່ຕາມ, ບຸກຄົນທີ່ທຸກຝ່າຍໃຫ້ຄວາມສົນໃຈຫຼາຍທີ່ສຸດຄື ທ່ານ ນາງ ຄິມ ໂຢ ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ເຊິ່ງເຂົ້າຮ່ວມການພົບປະຫາລືໃນຄັ້ງນີ້ດ້ວຍ ແລະ ຫຼາຍຝ່າຍຄາດການວ່າທ່ານ ນາງ ຈະເຮັດໜ້າທີ່ສົ່ງສານ ແທນຜູ້ເປັນອ້າຍ ໃນການເຊີນເຈົ້າໜ້າທີ່ລະດັບສູງ ທີ່ອາດຈະໝາຍເຖິງຜູ້ນຳສູງສຸດຂອງເກົາຫຼີໃຕ້ໃຫ້ເດີນທາງຢ້ຽມຢາມເກົາຫຼີເໜືອ ຫຼັງຈາກມີການສັງເຫດວ່າ ທ່ານ ນາງ ຄິມ ໂຢ ຈອງ ນຳແຟ້ມສີຟ້າທີ່ປະທັບກາຂອງຜູ້ນຳເກົາຫຼີເໜືອຕິດຕົວມາພ້ອມ.


ຂະນະທີ່ທ່ານ ມູນ ແຈ-ອິນ ກ່າວໃນຕອນໜຶ່ງລະຫວ່າງຈັບມືທັກທາຍກັບເຈົ້າໜ້າທີ່ຂອງເກົາຫຼີເໜືອ ຂອບໃຈອີກຝ່າຍທີ່ຢູ່ຮ່ວມພິທີຈົນຈົບ ແຕ່ຕ້ອງນັ່ງຢູ່ທ່າມກາງສະພາບອາກາດທີ່ໜາວເຢັນຈັດເປັນເວລາຫຼາຍຊົ່ວໂມງ ແລະ ໃນໂອກາດນີ້ຜູ້ນຳເກົາຫຼີໃຕ້ໄດ້ເປັນເຈົ້າພາບລ້ຽງອາຫານທ່ຽງແກ່ຄະນະຂອງເກົາຫຼີເໜືອ ໃນການພົບປະກັນຄັ້ງນີ້ ເຖິງຈະບໍ່ເປັນທາງການປານໃດ ແຕ່ເປັນຄັ້ງທີ 3 ໃນຮອບກວ່າ 1 ທົດສະວັດ ທີ່ເຈົ້າໜ້າທີ່ລະດັບສູງຂອງທັງສອງປະເທດໄດ້ພົບປະກັນ ໂດຍການພົບກັນ 2 ຄັ້ງກ່ອນໜ້າເກີດຂຶ້ນໃນປີ 2000 ແລະ 2007 ໂດຍທ່ານ ຄິມ ຈອງ-ອິວ ຜູ້ນຳສູງສຸດຂອງເກົາຫຼີເໜືອໃນເວລານັ້ນເປັນເຈົ້າພາບ.

ນອກເໜືອຈາກການເຂົ້າຮ່ວມພິທີເປີດໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ເມື່ອວັນສຸກທີ່ຜ່ານມາແລ້ວ ການຢ້ຽມຢາມນະຄອນຫຼວງໂຊ ຂອງທ່ານ ນາງ ຄິມ ໂຢ ຈອງ ຖືເປັນປະຫວັດສາດໜ້າໃໝ່ເຊັ່ນກັນ, ເນື່ອງຈາກທ່ານ ນາງ ຄືສະມາຊິກສາຍຕັ້ງຄົນທຳອິດຈາກຕະກູນຄິມຂອງທ່ານ ຄິມ ອິວ-ຊຸງ ຜູ້ກໍ່ຕັ້ງປະເທດ ແລະ ປະທານປະເທດຕະຫຼອດການຂອງເກົາຫຼີເໜືອ ເຊິ່ງຢ້ຽມຢາມເກົາຫຼີໃຕ້ນັບຕັ້ງແຕ່ສົງຄາມເກົາຫຼີສິ້ນສຸດເມື່ອປີ 1953 ນອກຈາກນີ້ ຫຼາຍຝ່າຍຍັງຕີລາຄາວ່າການມາຢ້ຽມຢາມຂອງທ່ານ ນາງ ຄິມ ໂຢ-ຈອງ ເຊິ່ງໃນທາງພຶດຕິໄນຄື "ສະຕີຜູ້ມີອິດທິພົນທີ່ສຸດ" ຂອງເກົາຫຼີເໜືອເປັນສັນຍາລັກການປັບປ່ຽນນະໂຍບາຍຂອງອ້າຍໃນແບບອ່ອນນ້ອມອີກດ້ວຍ.



No comments

Powered by Blogger.