ຜູ້ນຳຝຣັ່ງ ຮຽກຮ້ອງລັດເຊຍ ໃຫ້ໃຊ້ອິດທິພົນຢຸດຢັ້ງການໂຈມຕີຄັ້ງຮຸນແຮງໃນເຂດກູຕາ ຕາເວັນອອກຂອງຊີຣີ - ອິດສະຫຼະ

ຜູ້ນຳຝຣັ່ງ ຮຽກຮ້ອງລັດເຊຍ ໃຫ້ໃຊ້ອິດທິພົນຢຸດຢັ້ງການໂຈມຕີຄັ້ງຮຸນແຮງໃນເຂດກູຕາ ຕາເວັນອອກຂອງຊີຣີ



ສຳນັກຂ່າວຕ່າງປະເທດລາຍງານ 10 ກຸມພາ 2018 ວ່າ: ທຳນຽບເລລີເຊອອກຖະແຫຼງການເມື່ອວັນສຸກທີ່ຜ່ານມາວ່າ ທ່ານ ເອມມານູເອວ ມາຄຼົງ ປະທານປະເທດຝຣັ່ງ ໄດ້ສົນທະນາທາງໂທລະສັບກັບທ່ານ ປູຕິນ ປະທານປະເທດລັດເຊຍ ກ່ຽວກັບສະຖານະການການໂຈມຕີທັງທາງບົກ ແລະ ທາງອາກາດໃນເຂດກູຕາ ຕາເວັນອອກເຊິ່ງເປັນເຂດຢືດຄອງແຫ່ງສຸດທ້າຍຂອງຝ່າຍກະບົດທີ່ເຫຼືອຢູ່ຮອບນອກຂອງນະຄອນຫຼວງດາມັດສະກັດ ແລະ ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງເປັນຫຼາຍກວ່າ 240 ຄົນແລ້ວ ນັບຕັ້ງແຕ່ຕົ້ນອາທິດນີ້, ໂດຍຜູ້ນຳຝຣັ່ງຮຽກຮ້ອງໃຫ້ຜູ້ນຳລັດເຊຍໃນອິດທິພົນທີ່ມີຢູ່ເໜືອລັດຖະບານຊີຣີ ກົດດັນກອງທັບຊີຣີໃຫ້ຢຸດຕິພາລະກິດທັງໃນເຂດກູຕາ ຕາເວັນອອກ ແລະ ແຂວງອິດລິບ.

ຂະນະດຽວກັນທ່ານ ມາຄຼົງກ່າວຊົມເຊີຍໃນຄວາມພະຍາຍາມຂອງທ່ານ ປູຕິນ ໃນການຊຸກດັນໃຫ້ຂະບວນການເຈລະຈາສັນຕິພາບເດີນໜ້າ ແຕ່ກໍ່ຍັງເປັນຫ່ວງກ່ຽວກັບການໃຊ້ອາວຸດເຄມີໂຈມຕີປະຊາຊົນໃນເຂດກະບົດຢຶດຄອງໃນຊີຣີຫຼາຍຄັ້ງໃນໄລຍະ 1 ເດືອນທີ່ຜ່ານມາ, ເຖິງຢ່າງໃດກໍ່ຕາມ ກະຊວງການຕ່າງປະເທດລັດເຊຍກໍ່ມີຖະແຫຼງການເມື່ອວັນພະຫັດທີ່ຜ່ານມາວ່າ ການຢຸດຍິງຍັງຫ່າງໄກຈາກຄວາມເປັນຈິງ ແລະ ປະນາມກຸ່ມຕິດອາວຸດໃນເຂດກູຕາ ຕາເວັນອອກ ເປັນຕົ້ນເຫດຂອງການນອງເລືອດໃນຄັ້ງນີ້ ເຊິ່ງອົງກອນສັງເກດການດ້ານສິດທິມະນຸດຊີຣີ ປະເມີນວ່າເປັນສະຖານະການການສູ້ຮົບທີ່ຮຸນແຮງທີ່ສຸດນັບຕັ້ງແຕ່ປີ 2015.

ໃນອີກດ້ານໜຶ່ງ ກອງທັບສະຫະລັດ ອາເມຣິກາ ແລະ ພັນທະມິດຍັງຄົງເດີນໜ້າໂຈມຕີທາງອາກາດໃນແຂວງເດອີ ເອສຊໍ ຢູ່ທາງຕາເວັນຕົກຂອງຊີຣີ ໂດຍມີລາຍງານວ່າທະຫານຂອງລັດຖະບານຊີຣີ ແລະ ກອງກຳລັງສະໜັບສະໜູນເສຍຊີວິດແລ້ວຫຼາຍກວ່າ 100 ຄົນ ຕັ້ງແຕ່ວັນພຸດທີ່ຜ່ານມາ, ຂະນະທີ່ທ່ານ ພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາກ່າວເຖິງປະຕິບັດການຄັ້ງນີ້ວ່າ ເປັນການປ້ອງກັນຕົນເອງຈາກການຖືກລອບໂຈມຕີກ່ອນ.





No comments

Powered by Blogger.