ສາຍພົວພັນເພີ່ມພູນນ້ອງສາວທ່ານ ຄິມ ຈອງ-ອຶນ ສົ່ງສານເຊີນຜູ້ນຳສູງສຸດເກົາຫຼີໃຕ້ຢ້ຽມຢາມປະເທດແທນອ້າຍ - ອິດສະຫຼະ

ສາຍພົວພັນເພີ່ມພູນນ້ອງສາວທ່ານ ຄິມ ຈອງ-ອຶນ ສົ່ງສານເຊີນຜູ້ນຳສູງສຸດເກົາຫຼີໃຕ້ຢ້ຽມຢາມປະເທດແທນອ້າຍ



ສຳນັກຂ່າວຕ່າງປະເທດລາຍງານ 10 ກຸມພາ 2018 ວ່າ: ທຳນຽບປະທານປະເທດເກົາຫຼີໃຕ້ ອອກຖະແຫຼງການໃນວັນເສົານີ້ວ່າ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໄດ້ຮັບຄຳເຊື່ອເຊີນຈາກທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໃຫ້ເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງຢ່າງເປັນທາງການ ແລະ ໄວທີ່ສຸດເທົ່າທີ່ຈະເປັນໄປໄດ້ ເພື່ອຮ່ວມປະຊຸມປຶກສາຫາລື ແລະ ແລກປ່ຽນພາຍໃນລະຫວ່າງສອງເກົາຫຼີ ເຊິ່ງແນ່ນອນວ່າຜູ້ນຳເກົາຫຼີໃຕ້ຕອບຮັບຄຳເຊີນ.


ຄຳເຊີນດັ່ງກ່າວປາກົດຢູ່ໃນສານຢ່າງເປັນທາງການຂອງທ່ານ ຄິມ ຈອງ-ອຶນ ທີ່ທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງຜູ້ນຳສູງສຸດເກົາຫຼີເໜືອ ເປັນຜູ້ນຳມາມອບໃຫ້ແກ່ຜູ້ນຳເກົາຫຼີໃຕ້ດ້ວຍຕົນເອງ ແລະ ທ່ານ ນາງ ໄດ້ກ່າວຄຳເຊີນອີກຄັ້ງດ້ວຍຕົນເອງ, ໂດຍ ທ່ານ ນາງ ຄິມ ໂຢ-ຈອງ ເປັນໜຶ່ງໃນຄະນະຜູ້ແທນລະດັບສູງທີ່ທາງການເກົາຫຼີເໜືອສົ່ງມາຢ້ຽມຢາມເກົາຫຼີໃຕ້ ເພື່ອພາລະກິດທາງການທູດໃນພິທີເປີດການແຂ່ງຂັນໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ແລະ ການພົບປະຫາລືກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີໃຕ້ ເຊິ່ງທ່ານ ນາງ ຄິມ ໂຢ-ຈອງ ຖືເປັນສະມາຊິກຄົນທຳອິດໃນຕະກູນຄິມທີ່ຢ້ຽມຢາມນະຄອນຫຼວງໂຊ ຂອງເກົາຫຼີໃຕ້ຢ່າງເປັນທາງການ ນັບຕັ້ງແຕ່ການສິ້ນສຸດສົງຄາມເກົາຫຼີ ເມື່ອປີ 1953.


ຂະນະດຽວກັນ, ຖະແຫຼງການຂອງທຳນຽບປະທານປະເທດເກົາຫຼີໃຕ້ຍັງລະບຸອີກວ່າ ຜູ້ນຳເກົາຫຼີໃຕ້ກ່າວເຖິງການເຈລະຈາລະຫວ່າງເກົາຫຼີເໜືອ ກັບ ສະຫະລັດ ອາເມຣິກາ ວ່າເປັນເລື່ອງຈຳເປັນເຊັ່ນກັນ ເຊິ່ງຈະມີສ່ວນສຳຄັນໃນການວາງຮາກຖານໃຫ້ກັບສັນຕິພາບລະຫວ່າງສອງປະເທດ ແລະ ທ່ານ ມູນ ແຈ-ອິນ ປະຕິເສດການຮຽກຮ້ອງຂອງທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ທີ່ຕ້ອງການໃຫ້ສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້ກັບມາຊ້ອມຮົບຮ່ວມກັນໂດຍໄວທີ່ສຸດ.

ເຊິ່ງທ່ານ ມູນ ແຈ-ອິນ ຈະຖືເປັນປະທານປະເທດເກົາຫຼີໃຕ້ຄົນທີ 3 ໃນປະຫວັດສາດ ທີ່ເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງຢ່າງເປັນທາງການ ໂດຍການຢ້ຽມຢາມຄັ້ງທຳອິດເກີດຂຶ້ນໃນສະໄໝການເປັນປະເທດປະເທດຂອງທ່ານ ຄິມ ແດ-ຈຸງ ເມື່ອເດືອນມິຖຸຈາ 2000 ແລະ ຄັ້ງທີ່ 2 ເກີດຂຶ້ນເມື່ອເດືອນມິຖຸນາ 2007 ໃນສະໄໝຂອງທ່ານ ໂນ ມູ ຮະຢອນ ໂດຍຜູ້ນຳເກົາຫຼີໃຕ້ທັງສອງທ່ານໄດ້ພົບປະຫາລືກັບທ່ານ ຄິມ ຈອງ-ອິວ ຜູ້ນຳສູງສຸດຂອງເກົາຫຼີເໜືອໃນໄລຍະນັ້ນ ເຊິ່ງເປັນພໍ່ຂອງທ່ານ ຄິມ ຈອງ-ອຶນ ແລະ ທ່ານ ນາງ ຄິມ ໂຢ-ຈອງ.


ໃນເວລາດຽວກັນ ອີກໜຶ່ງການເຄື່ອນໄຫວທີ່ບົ່ງບອກເຖິງບັນຍາກາດທີ່ເປັນມິດລະຫວ່າງສອງເກົາຫຼີໃນຕອນນີ້ ຄືການທີ່ພາບຂອງທ່ານ ມູນ ແຈ-ອິນ ຫຼາຍເຖິງ 4 ພາບ ປາກົດຢູ່ເທິງໜ້າໜຶ່ງຂອງໜັງສືພິມ "ໂນດອງ" ກະບອກສຽງຂອງພັກລັດຖະບານເກົາຫຼີເໜືອ ທີ່ເກືອບບໍ່ເຄີຍເກີດຂຶ້ນມາກ່ອນ ທີ່ສື່ຂອງເກົາຫຼີເໜືອຈະນຳພາບຂອງຜູ້ນຳເກົາຫຼີໃຕ້ຂຶ້ນໜ້າໜຶ່ງ ແລະ ຍັງບັນຍາຍແບບເຕັມຍົດດ້ວຍວ່າ ບຸກຄົນໃນພາບຄື ທ່ານ ມູນ ແຈ-ອິນ ປະທານປະເທດແຫ່ງເກົາຫຼີໃຕ້.


No comments

Powered by Blogger.