ຊີຣີຍິງຍົນຮົບ F-16 ຂອງອິດສະຣາແອນຕົກ ຂະນະທີ່ລ່ວງລ້ຳເຂົ້າມາໃນນ່ານຟ້າຊີຣີ (ວິດີໂອ) - ອິດສະຫຼະ

ຊີຣີຍິງຍົນຮົບ F-16 ຂອງອິດສະຣາແອນຕົກ ຂະນະທີ່ລ່ວງລ້ຳເຂົ້າມາໃນນ່ານຟ້າຊີຣີ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 10 ກຸມພາ 2018 ວ່າ: ພາຍຫຼັງທີ່ກອງທັບອິດສະຣາແອນຍິງໂດຣນບັງຄັບຂອງອີຣານຕົກ ໃນຂະນະທີ່ບົນຢູ່ເໜືອນ່ານຟ້າຂອງອິດສະຣາແອນ ເມື່ອຕອນເຊົ້າວັນເສົານີ້ ໂດຍໂດຣນລຳດັ່ງກ່າວຖືກສົ່ງຂ້າມແດນໄປຈາກຖານທັບຂອງອີຣານໃນຊີຣີ ແລະ ອີກບໍ່ພໍເທົ່າໃດຊົ່ວໂມງຕໍ່ມາ ກອງທັບອິດສະຣາແອນໄດ້ສົ່ງຝູງຍົນຮົບ F-16 ບິນຂ້າມແດນເຂົ້າສູ່ຊີຣີ ແລະ ໂຈມຕີເປົ້າໝາຍ 12 ແຫ່ງ ໃນຈຳນວນນີ້ລວມເຖິງຖານທັບປ້ອງກັນໄພທາງອາກາດຂອງຊີຣີ 3 ແຫ່ງ ແລະ ໂຈມຕີເປົ້າໝາຍຖານທັບອີຣານທີ່ປະຈຳການໃນຊີຣີ 4 ແຫ່ງ ແລະ ອື່ນໆ.

ຖະແຫຼງການຂອງກອງທັບອິດສະຣາແອນກ່າວວ່າ ໜ່ວຍປ້ອງກັນໄພທາງອາກາດຂອງຊີຣີລະດົມຍິງປືນໃຫຍ່ ໂຈມຕີຝູງຍົນຮົບຂອງອິດສະຣາແອນຢ່າງໜັກໜ່ວງ ແລະ F-16 ລຳໜຶ່ງຕົກລົງໃນເຂດບ້ານຮາດູບ ທາງພາກເໜືອຂອງອິດສະຣາແອນ ຫຼັງຈາກນັກບິນ 2 ຄົນຕັດສິນໃຈສະຫຼະຍົນຖິ້ມ ແລ້ວດີດຕົວອອກຈາກຍົນ ເຊິ່ງຄົນທຳອິດປອດໄພ ແຕ່ຄົນທີ່ສອງບາດເຈັບສາຫັດ.


ສະຖານນີໂທລະພາບຂອງທາງການຊີຣີລາຍງານໂດຍອ້າງການເປີດເຜີຍຂອງເຈົ້າໜ້າທີ່ກອງທັບຊີຣີວ່າ ຍົນຂອງກອງທັບອິດສະຣາແອນໄດ້ໂຈມຕີຄ້າຍທະຫານແຫ່ງໜຶ່ງ ທາງພາກກາງຂອງຊີຣີ ແລະ ການຍິງຕອບໂຕ້ຂອງໜ່ວຍປ້ອງກັນໄພທາງອາກາດສາມາດຍິງຖືກຍົນຂອງອິດສະຣາແອນໄດ້ຢ່າງໜ້ອຍ 1 ລຳ.

ອີຣານເຂົ້າໄປມີບົດບາດໃນສົງຄາມກາງເມືອງຊີຣີ ທີ່ໃກ້ຄົບຮອບ 7 ປີ ໃນເດືອນມີນາ ທີ່ຈະມາເຖິງນີ້ ໃນຖານະພັນທະມິດຂອງທ່ານ ບາຊາ ແອວ-ອັສຊາດ ຜູ້ນຳຂອງຊີຣີ ເພື່ອໃຫ້ຄວາມຊ່ວຍເຫຼືອ ລວມເຖິງການສົ່ງທະຫານອີຣານ ແລະ ກອງກຳລັງຕິດອາວຸດເຊັ່ນ: ກຸ່ມຮິບບອນເລາະທີ່ມີຖານທີ່ໝັ້ນຢູ່ໃນລີບັງ ເຂົ້າໄປສູ້ຮົບຊ່ວຍເຫຼືອກອງທັບຂອງລັດຖະບານຊີຣີ.



No comments

Powered by Blogger.