ເຮລິຄອບແຕກອງທັບຕວັກກີ ຖືກຍິງຕົກຂະນະປະຕິບັດການປາບປາມກຸ່ມ YPG (ວິດີໂອ) - ອິດສະຫຼະ

ເຮລິຄອບແຕກອງທັບຕວັກກີ ຖືກຍິງຕົກຂະນະປະຕິບັດການປາບປາມກຸ່ມ YPG (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 11 ກຸມພາ 2018 ວ່າ: ທ່ານ ເຣເຊບ ເທຢິບ ເອີໂດກັນ ປະທານປະເທດຕວັກກີກ່າວເມື່ອວັນເສົາທີ່ຜ່ານມາວ່າ: ເຮລິຄອບແຕລຳໜຶ່ງຂອງກອງທັບຕວັກກີ ຖືກຍິງຕົກລະຫວ່າງປະຕິບັດການໃນເມືອງອາຟຣິນ ທາງພາກເໜືອຂອງຊີຣີ ໃກ້ກັບແຂວງຮາເຕ ທາງພາກໃຕ້ຂອງຕວັກກີ ເປັນເຫດໃຫ້ທະຫານເສຍຊີວິດຢ່າງໜ້ອຍ 2 ຄົນ, ເຖິງແມ່ນວ່າທ່ານ ເອີໂດກັນບໍ່ໄດ້ກ່າວພາດພິງໂດຍກົງເຖິງກອງກຳລັງປ້ອງກັນຕົນເອງຊາວເຄິດ (YPG) ທີ່ສະຫະລັດ ອາເມຣິກາໃຫ້ການສະໜັບສະໜູນ ແຕ່ໃຊ້ຄຳວ່າເປັນສີມືຂອງກຸ່ມກໍ່ການຮ້າຍໃນເຂດດັ່ງກ່າວ ເຊິ່ງເປັນຄຳເວົ້າທີ່ເຈົ້າໜ້າທີ່ລັດຖະບານຕວັກກີມັກໃຊ້ຮຽກແທນຄຳວ່າ YPG.


ຂະນະທີ່ຂໍ້ມູນຈາກກອງທັບຕວັກກີໄດ້ລະບຸເພີ່ມເຕີມວ່າ ມີທະຫານອີກ 5 ຄົນເສຍຊີວິດຈາກພາລະກິດສູ້ຮົບໃນວັນດຽວກັນ ຖືເປັນວັນນອງເລືອດທີ່ສຸດຂອງປະຕິບັດການ "Oilve Branch" ເຊິ່ງໄດ້ເລີ່ມເປີດສາກຂຶ້ນເມື່ອວັນທີ 20 ມັງກອນ 2018 ທີ່ຜ່ານມາ ແລະ ຈຳນວນທະຫານຕວັກກີທີ່ເສຍຊີວິດໃນຮອບໜຶ່ງເດືອນທີ່ຜ່ານມາມີເກືອບ 30 ຄົນ, ໂດຍລັດຖະບານຕວັກກີຕັດສິນໃຈເປັນຝ່າຍເປີດສາກໂຈມຕີຂ້າມຊາຍແດນເຂົ້າໄປໃນບໍລິເວນພາກເໜືອຂອງຊີຣີ ເພື່ອຂັບໄລ່ຜູ້ກໍ່ການຮ້າຍ ພາຍຫຼັງສະຫະລັດ ອາເມຣິກາ ປະກາດແຜນຈັດຕັ້ງກອງກຳລັງຄວາມໝັ້ນຄົງຕາມແນວຊາຍແດນບໍລິເວນດັ່ງກ່າວ ທີ່ຈະມີສະມາຊິກຫຼາຍເຖິງ 30,000 ຄົນ ແລະ ສ່ວນໃຫຍ່ເປັນນັກຮົບຂອງ YPG ທີ່ຕວັກກີຖືວ່າເປັນພວກດຽວກັບກອງກຳລັງຂອງພັກຮງງານເຄີດິດສະຖານ (PKK) ທີ່ກໍ່ສົງຄາມແບບກອງໂຈນເພື່ອແບ່ງແຍກດິນແດນທາງພາກໃຕ້ຂອງຕວັກກີມາຍາວນານກວ່າ 30 ປີແລ້ວ.

ເຖິງຢ່າງໃດກໍ່ຕາມ ກອງທັບຕວັກກີໄດ້ລາຍງານວ່າ ສາມາດສັງຫານສະມາຊິກກຸ່ມກໍ່ການຮ້າຍໄດ້ແລ້ວກວ່າ 1,100 ຄົນ ແຕ່ຍັງບໍ່ມີຝ່າຍໃດອອກມາຮ່ວມຢືນຢັນຕົວເລກດັ່ງກ່າວວ່າເປັນຄວາມຈິງຫຼາຍໜ້ອຍພຽງໃດ, ໃນດ້ານຂອງສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ມີການຢຸດຍິງຊົ່ວຄາດຄັ້ງໃໝ່ໃນເຂດພາກເໜືອ ແລະ ພາກຕາເວັນຕົກຂອງຊີຣີ ແລະ ຍັງໄດ້ເປີດເຜີຍອີກວ່າ ມີການໂຈມຕີໂຮງໝໍ 9 ແຫ່ງໃນບໍລິເວນດັ່ງກ່າວ ລະຫວ່າງວັນທີ 4-9 ກຸມພາ 2018 ທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 227 ຄົນ.



No comments

Powered by Blogger.