ສ.ອາເມຣິກາເຊື່ອໝັ້ນ ແນວທາງນະໂຍບາຍຂອງເກົາຫຼີໃຕ້ ຕໍ່ເກົາຫຼີເໜືອຈະບໍ່ປ່ຽນແປງ - ອິດສະຫຼະ

ສ.ອາເມຣິກາເຊື່ອໝັ້ນ ແນວທາງນະໂຍບາຍຂອງເກົາຫຼີໃຕ້ ຕໍ່ເກົາຫຼີເໜືອຈະບໍ່ປ່ຽນແປງ



ສຳນັກຂ່າວຕ່າງປະເທດລາຍງານ 11 ກຸມພາ 2018 ວ່າ: ທ່ານ ໄມ ເພນ ຮອງປະທານປະເທດສະຫະລັດ ອາເມຣິກາກ່າວພາຍຫຼັງສຳເລັດການເຂົ້າຮ່ວມພິທີເປີດໂອລິມປິກລະດູໜາວ ທີ່ເມືອງປຽງຊາງ ໃນເກົາຫຼີໃຕ້ ເມື່ອວັນສຸກທີ່ຜ່ານມາວ່າ ບໍ່ມີນະໂຍບາຍທີ່ສະຫະລັດ ອາເມຣິກາ, ເກົາຫຼີໃຕ້ ແລະ ຍີ່ປຸ່ນ ຈະຫຼຸດຜ່ອນມາດຕະການກົດດັນຂັ້ນສູງສຸດ ທັງໃນດ້ານການທູດ ແລະ ເສດຖະກິດຕໍ່ເກົາຫຼີເໜືອ ຈົນກວ່າອີກຝ່າຍຈະຍອມຍົກເລີກຄວາພະຍາຍາມຕໍ່ກັບໂຄງການພັດທະນາຂີປະນາວຸດ ແລະ ລະເບີດນິວເຄຼຍຂອງຕົນເອງ.


ຂະນະດຽວກັນ ທ່ານ ໄມ ເພນ ຍັງໄດ້ກ່າວເຖິງການປຶກສາຫາລືຄັ້ງສຳຄັນລະຫວ່າງທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກັບຄະນະຜູ້ແທນລະດັບສູງຂອງລັດຖະບານເກົາຫຼີເໜືອ ທີ່ໜຶ່ງໃນນັ້ນຄືທ່ານ ນາງ ຄິມ ໂຢ-ຈອງ ນ້ອງສາວຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອວ່າ ສະຫະລັດ ອາເມຣິກາຄັດຄ້ານການເຈລະຈາລະຫວ່າງສອງເກົາຫຼີໃນລະດັບຜູ້ນຳສູງສຸດ ຈົນກວ່າເກົາຫຼີເໜືອຈະຍອມຮ່ວມການເຈລະຈາເພື່ອຢຸດຕິໂຄງການນິວເຄຼຍເປັນການຖາວອນເທົ່ານັ້ນ ແລະ ກ່າວເຖິງການຢ້ຽມຢາມປຽງຊາງ ແລະ ນະຄອນຫຼວງໂຊຂອງທ່ານ ນາງ ຄິມ ໂຢ-ຈອງ ວ່າເປັນການຮຽກຮ້ອງຄວາມສົນໃຈຂອງຊາວໂລກໄປຈາກການແຂ່ງຂັນກີລາໂອລິມປິກລະດູໜາວ ດ້ວຍນະໂຍບາຍໂຄສະນາຊວນເຊື່ອແບບອ່ອນນ້ອມຂອງລັດຖະບານເກົາຫຼີເໜືອ.


ເຊິ່ງທ່ານ ນາງ ຄິມ ໂຢ-ຈອງ ໄດ້ນຳສານຂອງທ່ານ ຄິມ ຈອງ-ອຶນ ຜູ້ເປັນອ້າຍ ມາມອບໃຫ້ແກ່ທ່ານ ມູນ ແຈ-ອິນ ເພື່ອເຊື່ອເຊີນໄປຢ້ຽມຢາມນະຄອນຫຼວງປຽງຢາງຢ່າງເປັນທາງການ ແລະ ໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອປຶກສາຫາລື ແລະ ແລກປ່ຽນເປັນການພາຍໃນລະຫວ່າງສອງເກົາຫຼີ ເຊິ່ງການປະຊຸມທີ່ເກີດຂຶ້ນຈະຖືເປັນຄັ້ງທີ 3 ຕໍ່ຈາກການປະຊຸມຄັ້ງທຳອິດໃນສະໄໝການເປັນປະທານປະເທດເກົາຫຼີໃຕ້ຂອງທ່ານ ຄິມ ແດ-ຈຸງ ເມື່ອເດືອນມິຖຸນາ ປີ 2000 ແລະ ຄັ້ງທີ 2 ເຊິ່ງເກີດຂຶ້ນເມື່ອເດືອນມິຖຸນາ 2007 ໃນສະໄໝຂອງທ່ານ ໂນ ມູ-ຮະຢອນ ໂດຍຜູ້ນຳເກົາຫຼີໃຕ້ທັງສອງທ່ານໄດ້ພົບປະຫາລືກັບທ່ານ ຄິມ ຈອງ-ອິວ ຜູ້ນຳສູງສຸດຂອງເກົາຫຼີເໜືອໃນເວລານັ້ນ ເຊິ່ງເປັນພໍ່ຂອງທ່ານ ຄິມ ຈອງ-ອຶນ ແລະ ທ່ານ ນາງ ຄິມ ໂຢ-ຈອງ.


No comments

Powered by Blogger.