ທ່ານຮູ້ບໍ່ວ່າ...! ເພິ່ນຫ້າມຈອດລົດທຸກປະເພດ ຕັນບໍລິເວນປ້າຍຈອດລົດເມ - ອິດສະຫຼະ

ທ່ານຮູ້ບໍ່ວ່າ...! ເພິ່ນຫ້າມຈອດລົດທຸກປະເພດ ຕັນບໍລິເວນປ້າຍຈອດລົດເມ



ໂດຍອີງຕາມແຈ້ງການຂອງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ສະບັບເລກທີ 5442/ຍທຂ.ນວ ເລື່ອງຫ້າມພາຫະນະທຸກປະເພດ ຈອດຕັນບໍລິເວນປ້າຍຈອດລົດເມຂົນສົ່ງສາທາລະນະຢູ່ໃນຕົວເມືອງ ໂດຍແຈ້ງການໄດ້ລະບຸໄວ້ດັ່ງນີ້:


ເພື່ອເປັນການສົ່ງເສີມໂຄງການປັບປຸງປະສິດທິພາບລົດຂົນສົ່ງສາທາລະນະໃນນະຄອນຫຼວງວຽງຈັນ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍ ເພື່ອເປັນລະບົບທີ່ທັນສະໄໝ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ຄວາມສະດວກ, ການສັນຈອນທີ່ມີຄວາມໂລ່ງລ່ຽນ ມີປະສິດທິຜົນ ໂດຍການມີສ່ວນຮ່ວມຂອງທຸກຄົນ ແລະ ການຈັດຕັ້ງໃນທົ່ວສັງຄົມ ແນ່ໃສ່ເຮັດໃຫ້ການສັນຈອນໄປມາຂອງພາຫະນະລົດເມສາທາລະນະໃຫ້ມີຄວາມສະດວກວ່ອງໄວ ແລະ ໃຫ້ມີຄວາມປອດໄພໃນການຢຸດຈອດຂຶ້ນ-ລົງຂອງຜູ້ໂດຍສານ.

ໂດຍນັບຕັ້ງແຕ່ວັນທີ 15 ທັນວາ 2017 ເປັນຕົ້ນໄປ ຫ້າມພາຫະນະທຸກປະເພດຈອດຕັນບໍລິເວນປ້າຍຈອດລົດເມຂົນສົ່ງສາທາລະນະຢູ່ໃນຕົວເມືອງນະຄອນຫຼວງວຽງຈັນ ໂດຍສະເພາະຈຸດບ່ອນລໍຖ້າຂຶ້ນ-ລົງລົດເມຂອງຜູ້ໂດຍສານ ຕາມເສັ້ນທາງໃນນະຄອນຫຼວງວຽງຈັນ, ທີ່ຜ່ານມາເຫັນວ່າມີຍານພາຫະນະຈອດຕັນປ້າຍລົດເມທີ່ຈະຈອດຮັບສົ່ງຜູ້ໂດຍສານ ເຮັດໃຫ້ລົດເມບໍ່ສາມາດເຂົ້າຈອດໄດ້ ເພາະການບໍລິການລົດເມສາທາລະນະຮູບແບບໃໝ່ແມ່ນຈະຈອດຮັບສົ່ງຜູ້ໂດຍສານຕາມເວລາ ແລະ ຈຸດຈອດທີ່ໄດ້ກຳນົດໄວ້ເທົ່ານັ້ນ.



No comments

Powered by Blogger.