ແຜ່ນດິນໄຫວ 6.4 ທີ່ໄຕຫວັນ ຕາຍແລ້ວ 2 ບາດເຈັບກວ່າ 200 ຄົນ (ວິດີໂອ) - ອິດສະຫຼະ

ແຜ່ນດິນໄຫວ 6.4 ທີ່ໄຕຫວັນ ຕາຍແລ້ວ 2 ບາດເຈັບກວ່າ 200 ຄົນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 7 ກຸມພາ 2018 ວ່າ: ເກີດເຫດແຜ່ນດິນໄຫວຂະໜາດ 6.4 ຣິກເຕີ ທີ່ເຂດປົກຄອງຕົນເອງໄຕຫວັນ ຂອງ ສປ.ຈີນ ເມື່ອເວລາ 23:50 ຂອງວັນທີ 6 ກຸມພາ 2018 ຕາມເວລາທ້ອງຖິ່ນ ຈຸດສູນກາງຢູ່ເລິກໃຕ້ທະເລ 9.5 ກິໂລແມັດ ຫ່າງຈາກເມືອງຫົວຫຼຽນ ຊາຍຝັ່ງເບື້ອງຕາເວັນອອກສຽງເໜືອຂອງໄຕຫວັນປະມານ 21 ກມ.

ສຳນັກຂ່າວແຫ່ງຊາດ (CNA) ຂອງລັດຖະບານທ້ອງຖິ່ນໄຕຫວັນລາຍງານວ່າ ມີຜູ້ເສຍຊີວິດແລ້ວ 2 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 214 ຄົນ, ຂະນະທີ່ເຈົ້າໜ້າທີ່ກູ້ໄພສາມາດໃຫ້ການຊ່ວຍເຫຼືອຜູ້ທີ່ຕິດຢູ່ໃນອາຄານຫຼາຍແຫ່ງທີ່ພັງລົງມາໄດ້ຢ່າງຕໍ່ເນື່ອງ ແລະ ລາຍຊື່ຜູ້ສູນຫາຍໃນຕອນນີ້ເຫຼືອຢູ່ 16 ຄົນ ໂດຍໃນຈຳນວນນີ້ 2 ຄົນຕິດຢູ່ພາຍໃນໂຮງແຮມມາແຊວ ເຊິ່ງເປັນຕຶກສູງ 10​ ຊັ້ນ.
 

ຂະນະທີ່ທຳນຽບປະທານປະເທດທີ່ນະຄອນຫຼວງໄທເປ ເຜີຍແຜ່ຖະແຫຼງການຂອງທ່ານ ນາງ ໄຊ່ ອິງ ເຫວິນ ຜູ້ນຳຂອງໄຕ້ຫວັນ ໄດ້ມີຄຳສັ່ງດ່ວນໄປຍັງໜ່ວຍງານທີ່ກ່ຽວຂ້ອງທຸກແຫ່ງໃຫ້ໃຊ້ແຜ່ນການສຸກເສີນ ເພື່ອຊ່ວຍເຫຼືອປະຊາຊົນໃຫ້ໄວທີ່ສຸດ ໃນດ້ານຂອງນາຍົກລັດຖະມົນຕີທ່ານ ວິນລຽມ ໄຫຼ ກ່າວໃນເວລາຕໍ່ມາວ່າ ກຳລັງເລັ່ງຊ້ອມແປງທາງຫຼວງສາຍຫຼັກເຂົ້າສູ່ເຂດປະສົບໄພ ເພື່ອໃຫ້ສາມາດລຳລຽງການຊ່ວຍເຫຼືອເຂົ້າສູ່ເຂດດັ່ງກ່າວໄດ້ສະດວກ.


ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ ອາເມຣິກາ (USGS) ໄດ້ແຈ້ງວ່າ ປະມານ 3 ວັນ ກ່ອນໜ້າຈະເກີດແຜ່ນດິນໄຫວຄັ້ງນີ້ USGS ກວດຈັບແຮງສັ່ນໄຫວຂະໜາດນ້ອຍເກືອບ 100 ຄັ້ງ ໃນບໍລິເວນດັ່ງກ່າວ,​ ແຮງສັ່ນໄຫວ 6.4 ຣິກເຕີໃນຄັ້ງນີ້ ເກີດຂຶ້ນກົງກັບວັນຄົບຮອບ 2 ປີພໍດີ ນັບຕັ້ງແຕ່ເກີດແຜ່ນດິນໄຫວຂະໜາດດຽວກັນ ທີ່ເມືອງໄຖ້ໜານ ທາງພາກໃຕ້ຂອງໄຕຫວັນ ເມື່ອວັນທີ 6 ກຸມພາ 2016 ເຮັດໃຫ້ມີຜູ້ເສຍຊີວິດ 117 ຄົນ ແລະ ບາດເຈັບ 550 ຄົນ.











No comments

Powered by Blogger.