ສິງກະໂປ ສະເໜີແນວຄິດ ການສ້າງເຄືອຂ່າຍຕົວເມືອງພັດທະນາອາຊຽນ ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ - ອິດສະຫຼະ

ສິງກະໂປ ສະເໜີແນວຄິດ ການສ້າງເຄືອຂ່າຍຕົວເມືອງພັດທະນາອາຊຽນ ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ



ວັນທີ 6 ກຸມພາ 2018 ທີ່ ສິງກະໂປ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນຂອງ ສປປ.ລາວ ໄດ້ເຂົ້າຮ່ວມກອງປະຊຸມວົງແຄບ ຂອງລັດຖະມົນຕີຕ່າງປະເທດອາຊຽນ ພາຍໃຕ້ຄໍາຂວັນທີ່ສິງກະໂປໄດ້ກໍານົດ ໃນການເປັນປະທານອາຊຽນຂອງຕົນ ໃນປີ 2018 ຄື: “ເຂັ້ມແຂງ” ແລະ  “ນະວັດຕະກໍາ”ຮ່ວມກັບບັນດາລັດຖະມົນຕີຕ່າງປະເທດອາຊຽນ, ເຈົ້າໜ້າທີ່ອາວຸໂສ ແລະ ເລຂາທິການໃຫຍ່ອາຊຽນ. ກອງປະຊຸມຄັ້ງນີ້, ແມ່ນກອງປະຊຸມຄັ້ງທໍາອິດຂອງລັດຖະມົນຕີຕ່າງປະເທດອາຊຽນພາຍໃຕ້ການເປັນປະທານອາຊຽນຂອງສິງກະໂປໃນປີ 2018.

ກອງປະຊຸມໄດ້ຮັບຊາບຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ຜ່ານມາ ກໍ່ຄື ການຈັດຕັ້ງປະຕິບັດບັນດາເອກະສານແຜນແມ່ບົດ ສໍາລັບ ສາມເສົາຄໍ້າປະຊາຄົມອາຊຽນ 2025, ແຜນງານຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີສາມ ແລະ ແຜນແມ່ບົດສໍາລັບການເຊື່ອມຈອດອາຊຽນ 2025.

ກອງປະຊຸມໄດ້ເຫັນດີຮັບຮອງເອົາບູລິມະສິດ ສໍາລັບການເປັນປະທານອາຊຽນຂອງ ສິງກະໂປ ເຊັ່ນ: ຮ່າງວິໄສທັດຜູ້ນໍາອາຊຽນ ເພື່ອຄວາມເຂັ້ມແຂງ ແລະ ນະວັດຕະກໍາອາຊຽນ,​ ຮ່າງຖະແຫຼງການຜູ້ນໍາອາຊຽນ ວ່າດ້ວຍ ຄວາມໝັ້ນຄົງທາງຄອມພິວເຕີ ແລະ ເອກະສານແນວຄວາມຄິດ ວ່າດ້ວຍ ການສ້າງເຄືອຂ່າຍຕົວເມືອງພັດທະນາອາຊຽນ.

ພ້ອມນີ້, ກອງປະຊຸມ ກໍ່ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືລະຫວ່າງ ອາຊຽນ ກັບພາຍນອກ ໃນທ່າມກາງໂຄງສ້າງພາກພື້ນທີ່ພວມຜັນແປ ແລະ ໃນໂອກາດນີ້ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ສະພາບການເມືອງ ແລະ ເສດຖະກິດຂອງພາກພື້ນ ແລະ ສາກົນ ທີ່ພວມສືບຕໍ່ຜັນແປ, ບັນຫາທີ່ເປັນສິ່ງທ້າທາຍຕໍ່ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ຂອງໂລກ ເຊັ່ນ: ບັນຫາການກໍ່ການຮ້າຍ, ໄພພິບັດທໍາມະຊາດ ແລະ ອາດຊະຍາກໍາຂ້າມຊາດ ແລະ ອື່ນໆ, ແລະ ສະພາບການໃນຕາເວັນອອກກາງ, ແຫຼມເກົາຫຼີ ແລະ ທະເລຈີນໃຕ້.

ໃນກອງປະຊຸມຄັ້ງນີ້ ທ່ານລັດຖະມົນຕີ ສະເຫຼີມໄຊ ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນ ຂອງການເພີ່ມທະວີການຮ່ວມມື ເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາລະຫວ່າງ ປະເທດສະມາຊິກອາຊຽນ ແລະ ການເຊື່ອມຈອດພາກພື້ນ ເພາະສອງຫນ້າວຽກດັ່ງກ່າວ ແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ການເຊື່ອມໂຍງເສດຖະກິດພາກພື້ນ. ພ້ອມນີ້ ທ່ານກໍ່ຍັງຢໍ້າເຖິງການສົ່ງເສີມບົດບາດຄວາມເປັນແກນກາງຂອງອາຊຽນໃນການພົວພັນກັບພາຍນອກ ແລະ ໃນໂຄງສ້າງພາກພື້ນທີ່ພວມຜັນແປ.


ສຳລັບແນວຄວາມຄິດ ວ່າດ້ວຍ ການສ້າງເຄືອຂ່າຍຕົວເມືອງພັດທະນາອາຊຽນ ທ່ານ ວິວຽນ ບາລາກຼິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປໄດ້ກ່າວວ່າ ແຜນການດັ່ງກ່າວຖືເປັນການຂະຫຍາຍໂອກາດສຳລັບຄົນຮຸ້ນປັດຈຸບັນ ໃນການລິເລີ່ມ ແລະ ພັດທະນາທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອໃຫ້ສອດຄ່ອງກັບການປະຕິວັດດ້ານເຕັກໂນໂລຊີໃນຍຸກດິຈິຕ້ອນຕໍ່ໄປ ລວມເຖິງການມີສ່ວນຮ່ວມກັບພູມມິພາກໃນການພັດທະນາກໍ່ສ້າງພື້ນຖານໂຄງລ່າງ ທີ່ເຊື່ອມໂຍງເຖິງກັນ, ເຖິງຢ່າງໃດກໍ່ຕາມ ແນວຄິດດັ່ງກ່າວຍັງຢູ່ໃນຂັ້ນຕອນເລີ່ມຕົ້ນ ແລະ ຕ້ອງໄດ້ມີການປຶກສາຫາລືກັນອີກຫຼາຍລະດັບໃນອະນາຄົດ.

No comments

Powered by Blogger.