ລັດຖະບານ ອອກຂໍ້ຕົກລົງ ລາຍການຜະລິດຕະພັນໄມ້ ທີ່ສາມາດສົ່ງອອກ ສະບັບໃໝ່ - ອິດສະຫຼະ

ລັດຖະບານ ອອກຂໍ້ຕົກລົງ ລາຍການຜະລິດຕະພັນໄມ້ ທີ່ສາມາດສົ່ງອອກ ສະບັບໃໝ່



ເພື່ອຈັດຕັ້ງປະຕິບັດຄໍາສັ່ງຂອງ ທ່ານ ນາຍົກລັດຖະມົນຕີ ເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີເລກທີ 2035/ຫສນຍ.ກລຂ, ລົງວັນທີ 21 ທັນວາ 2017. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກ ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກາສະບັບເລກທີ 0002/ອຄ, ລົງວັນທີ 03 ມັງກອນ 2018 ເພື່ອປ່ຽນແທນ  ຂໍ້ຕົກລົງ ວ່າດ້ວຍ ການຮັບຮອງເອົາລາຍການ (ບັນຊີ) ຜະະລິດຕະພັນໄມ້ ເພື່ອສົ່ງອອກ ສະບັບເລກທີ 1833/ອຄ, ລົງວັນທີ 3 ຕຸລາ 2016.


ຂໍ້ຕົກລົງສະບັບນີ້ ໄດ້ຮັບຮອງເອົາລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ (ສະບັບປັບປຸງ) ເຊິ່ງປະກອບມີ:

- ລາຍການ (ບັນຊີ) ຜະລິດຕະພັນ “ໄມ້ທໍາມະຊາດ” ເພື່ອສົ່ງອອກ (ເອກະສານຊ້ອນທ້າຍ 01)

- ລາຍການ (ບັນຊີ) ຜະລິດຕະພັນ “ໄມ້ປູກ” ເພື່ອສົ່ງອອກ (ເອກະສານຊ້ອນທ້າຍ 02)

- ລາຍການ (ບັນຊີ) ຜະລິດຕະພັນ “ໄມ້ປ໋ອງ ແລະ ຫວາຍ” ເພື່ອສົ່ງອອກ (ເອກະສານຊ້ອນທ້າຍ 03)

ການຈັດຕັ້ງປະຕິບັດ: ມອບໃຫ້ກົມອຸດສາຫະກໍາ ແລະ ຫັດຖະກໍາ ອອກຄໍາແນະນໍາ ກ່ຽວກັບລາຍການ (ບັນຊີ) ຜະລິດຕະພັນໄມ້ ເພື່ອສົ່ງອອກ (ສະບັບປັບປຸງ) ແລະ ມອບໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້.

ກົດທີ່ນີ້: ດາວໂຫຼດຂໍ້ຕົກລົງສະບັບດັ່ງກ່າວ



No comments

Powered by Blogger.