ສ.ອາເມຣິກາ ກັນບໍ່ໃຫ້ UN ປະນາມເຫດຄວາມຮຸນແຮງຢູ່ເຂດກາຊາ - ອິດສະຫຼະ

ສ.ອາເມຣິກາ ກັນບໍ່ໃຫ້ UN ປະນາມເຫດຄວາມຮຸນແຮງຢູ່ເຂດກາຊາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 31 ມີນາ 2018 ວ່າ: ໃນກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ວ່າ: ສະຫະລັດ ອາເມຣິກາ ບໍ່ສະໜັບສະໜູນຮ່າງຖະແຫຼງທີ່ສະເໜີໂດຍກູເວດ ເຊິ່ງເປັນໂຄຕ້າຂອງກຸ່ມປະເທດອາຣັບ ໃນຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ມີເນື້ອໃນສຳຄັນເປັນການສະແດງຄວາມເປັນຫ່ວງຢ່າງຍິ່ງ ຕໍ່ສະຖານະການຄວາມຮຸນແຮງບໍລິເວນຊາຍແດນລະຫວ່າງເຂດກາຊາ ກັບ ອິດສະຣາແອນ ທີ່ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 17 ຄົນ ແລະ ໄດຮັບບາດເຈັບອີກຫຼາຍກວ່າ 1,400 ຄົນ ຕັ້ງແຕ່ມີການປະທະກັນຢ່າງດຸເດືອດມາຕັ້ງແຕ່ວັນສຸກ (30 ມີນາ) ທີ່ຜ່ານມາ ແລະ ໄດ້ຮຽກຮ້ອງໃຫ້ມີການກວດສອບເຫດການທີ່ເກີດຂຶ້ນດ້ວຍຄວາມເປັນທຳ ແລະ ໂປ່ງໃສ.


ເຊິ່ງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ບໍ່ມີກຳນົດລົງມະຕິຢ່າງເປັນທາງການຕໍ່ບັນຫາດັ່ງກ່າວ ເນື່ອງຈາກເປັນທີ່ຮັບຮູ້ກັນດີວ່າ ສະຫະລັດ ອາເມຣິກາ ເປັນ 1 ໃນ 5 ປະເທດສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ແລະ ເປັນພັນທະມິດສຳຄັນຂອງອິດສະຣາແອນຈະໃຊ້ອຳນາດຢຸດຢັ້ງ ເຖິງແມ່ນວ່າເນື້ອໃນຂອງຖະແຫຼງການບໍ່ໄດ້ລະບຸໂດຍກົງກ່ຽວກັບປະຕິບັດການທາງທະຫານຂອງອິດສະຣາແອນ ຕາມແນວເຂດຊາຍແດນ ແຕ່ມີການກ່າວຢ້ຳເຖິງຈຸດຢືນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໃນການເປັນຜູ້ປະສານງານຂອງຂະບວນການສ້າງສັນຕິພາບລະຫວ່າງອິດສະຣາແອນ ກັບ ປາເລສໄຕ.

ຂະນະທີ່ກຳລັງປ້ອງກັນອິດສະຣາແອນ ອອກຖະແຫຼງການເຕືອນວ່າອາດມີປະຕິບັດການທາງທະຫານພາຍໃນອານາເຂດຂອງເຂດກາຊາ ເພື່ອປ້ອງກັນບໍ່ໃຫ້ກຸ່ມກໍ່ການຮ້າຍ ໃຊ້ປະຊາຊົນເປັນກຳແພງມະນຸດ ເພື່ອຂ້າມຊາຍແດນໄປຍັງອິດສະຣາແອນ ພ້ອມທັງຢືນຢັນວ່າເຈົ້າໜ້າທີ່ໃຊ້ລູກປືນແທ້ໃນກໍລະນີທີ່ມີຜູ້ກໍ່ການຮ້າຍ ພະຍາຍາມທຳລາຍສິ່ງຂວາງກັ້ນຕາມເຂດຊາຍແດນເທົ່ານັ້ນ.

ເຖິງຢ່າງໃດກໍ່ຕາມ, ລັດຖະບານປາເລສໄຕປະນາມ ແລະ ຮຽກຮ້ອງໃຫ້ອິດສະຣາແອນສະແດງຄວາມຮັບຜິດຊອບຕໍ່ການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນ, ໃນດ້ານຂອງກຸ່ມຮາມາສປະກາດວ່າການໂຮມຊຸມນຸມປະທ້ວງໃນຊື້ “ການເດີນຂະບວນຄັ້ງຍິ່ງໃຫຍ່ເພື່ອທວງຄືນ” ຫຼື The Great March of Return ເພື່ອລະນຶກເຖິງວັນທີ່ທະຫານອິດສະຣາແອນສັງຫານຜູ້ປະທ້ວງຊາວປາເລສໄຕ 6 ຄົນ ລະຫວ່າງການໂຮມຊຸມນຸມກ່ຽວກັບຄວາມຂັດແຍ່ງເລື່ອງບັນດາທີ່ດິນທຳກິນ ໃນເຂດຢືດຄອງທັງໃນເຂດກາຊາ ແລະ ເຂດເວດແບັງ ເມື່ອວັນທີ 30 ມີນາ 1976, ພ້ອມທັງປະກາດຈະດຳເນີນການປະທ້ວງໄປຈົນເຖິງວັນທີ 15 ພຶດສະພາ 2018 ຫຼື 1 ມື້ຫຼັງຈາກການສະເຫຼີມສະຫຼອງຄົບຮອບການສະຖາປະນາລັດອິດສະຣາແອນ ຄົບຮອບ 70 ປີ ແລະ ສະຫະລັດ ອາເມຣິກາກໍ່ໄດ້ກຳນົດເອົາວັນດັ່ງກ່າວເປັນມື້ຍ້າຍສະຖານທູດຈາກນະຄອນເທວອາວີບ ໄປຍັງນະຄອນເຢຣູຊາເລມ.


No comments

Powered by Blogger.