ປະຫວັດ "ວັນວິສາຂະບູຊາ" ວັນທີ່ສຳຄັນທີ່ສຸດ ຂອງສາສະໜາພຸດ - ອິດສະຫຼະ

ປະຫວັດ "ວັນວິສາຂະບູຊາ" ວັນທີ່ສຳຄັນທີ່ສຸດ ຂອງສາສະໜາພຸດ



ຄວາມໝາຍຄຳວ່າ "ວິສາຂະບູຊາ" ໝາຍເຖິງການບູຊາໃນມື້ເພັງ 15 ຄ່ຳ ເດືອນ 6 ຫຍໍ້ມາຈາກ "ວິສາຂະປຸລະນະມີບູຊາ" ແປວ່າ "ການບູຊາໃນມື້ເພັງເດືອນວິສາຂະ" ຖ້າປີໃດມີອະທິກະມາດ ຫຼື 8 ສອງຫົນກໍ່ເລື່ອນໄປເປັນກາງເດືອນ 7.

ຄວາມສຳຄັນຂອງວັນວິສາຂະບູຊາ ເປັນວັນສຳຄັນຍິ່ງທາງພະພຸດທະສາສະໜາ ເພາະເປັນວັນທີ່ພະພຸດທະເຈົ້າປະສູດຄືເກີດ, ໄດ້ຕັດສະຮູ້ຄືສຳເລັດ ແລະ ໄດ້ປະລິນິພານຄືດັບ ເກີດຂຶ້ນກົງກັນທັງ 3 ຢ່າງໃນມື້ເພັງ 15 ຄ່ຳ ເດືອນ 6.

1. ເມື່ອເຈົ້າຊາຍສິທັດຖະປະສູດທີ່ພະລາດຊະອຸດທະຍານລຸມພິນີວັນ ລະຫວ່າງນະຄອນກະບິນລະພັດກັບເທວະທະຫະ ເມື່ອຕອນເຊົ້າວັນສຸກ ຂຶ້ນ 15 ຄ່ຳ ເດືອນ 6 ປີຈໍ ກ່ອນພຸດທະການ (ພສ) 80 ປີ.

2. ເມື່ອເຈົ້າຊາຍສິທັດຖະຕັດສະຮູ້ ເປັນພະພຸດທະເຈົ້າເມື່ອພະຊົນມາຍຸໄດ້ 35 ພັນສາ ທີ່ໃຕ້ຮົ່ມຕົ້ນໄມ້ສີມະຫາໂພ ຝັ່ງແມ່ນໍ້າເນລັນຊະລາ ໃນຕອນເຊົ້າວັນພຸດ ຂຶ້ນ 15 ຄ່ຳ ເດືອນ 6 ປີລະກາ ກ່ອນພຸດທະການ 45 ປີ ຫຼັງຈາກອອກບວດໄດ້ 6 ປີ ປັດຈຸບັນສະຖານທີ່ຕັດສະຮູ້ແຫ່ງນີ້ຮຽກວ່າ "ພຸດທະຄະຍາ" ຢູ່ທີ່ເມືອງຄະຍາ ລັດພິຫານຂອງອິນເດຍ.

3. ຫຼັງຈາກຕັດສະຮູ້ແລ້ວ ໄດ້ປະກາດພະພຸດທະສາສະໜາ ແລະ ໂພດເວໄນຍະສັດໄດ້ 45 ປີ ພະຊົນມາຍຸໄດ້ 80 ພັນສາ ກໍ່ສະເດັດດັບຂັນປະລິນິພານ ເມື່ອວັນອັງຄານຂຶ້ນ 15 ຄໍ່າ ເດືອນ 6 ປີມະເສັງ ທີ່ສາລະວະໂນທະຍານ ຂອງມັນລະກະສັດ ເມືອງກຸລິນາລາ ແຄວ້ນມັນລະ (ປັດຈຸບັນຢູ່ໃນເມືອງກຸສີນະຄອນ ແຄວ້ນອຸດຕະລະປະເທດ ຂອງປະເທດອິນເດຍ).

ຖືວ່າເປັນເລື່ອງທີ່ໜ້າອັດສະຈັນຍິ່ງ ທີ່ເຫດການທັງ 3 ກ່ຽວກັບວິຖີຊີວິດຂອງພະສຳມາສຳພຸດທະເຈົ້າ ເຊິ່ງມີຊ່ວງໄລຍະເວລາຫ່າງກັນເປັນເວລາຫຼາຍສິບປີ ບັງເອີນເກີດຂຶ້ນໃນມື້ເພັງ 15 ຄ່ຳ ເດືອນ 6.

No comments

Powered by Blogger.