ໄພຮ້າຍທີ່ຕ້ອງລະວັງ ແບັດທີເຣຍກິນຊີ້ນ Necrotizing Fasciitis (Flesh-Eating Bacteria) - ອິດສະຫຼະ

ໄພຮ້າຍທີ່ຕ້ອງລະວັງ ແບັດທີເຣຍກິນຊີ້ນ Necrotizing Fasciitis (Flesh-Eating Bacteria)



ມີໄລຍະໜຶ່ງທີ່ມີຂ່າວອອກມາວ່າ ຜູ້ຊາຍຄົນໜຶ່ງຖືກງ່ຽງປາປັກ ແລ້ວເກີດອາການເນົ່າເປື່ອຍຂອງເນື້ອເຫຍື່ອ ແລ້ວຕິດເຊື້ອເສຍຊີວິດ ມັນມາຈາກໃສ?

Necrotizing Fasciitis (ເນໂຄຣໄທຊິງ ຟາສຊິໄອຕິສ) ພາວະແບັດທີເຣຍກິນຊິ້ນ" ເປັນແບບໃດຂອງມາອ່ານນຳກັນ.

Necrotizing Fasciitis ນັ້ນບໍ່ແມ່ນຊື່ຂອງແບັດທີເຣຍ ແຕ່ຄືພາວະເກີດຈາກການຕິດເຊື້ອແບບຮຸນແຮງ ແລະ ວ່ອງໄວຂອງຊັ້ນໃຕ້ຜິວໜັງ ແລະ ສາມາດແຜ່ກະຈາຍເຊື້ອເລິກລົງໄປເຖິງຜິວໜັງບໍລິເວນທີ່ຫຸ້ມກ້າມເນື້ອ ແລະ ບໍລິເວນໂດຍຮອບໄດ້ ຖ້າຫາກບໍ່ໄດ້ຮັບການຮັກສາ ແລະ ປິ່ນປົວໃຫ້ທັນເວລາອາດເຮັດໃຫ້ເກີດການທຳນາຍເນື້ອເຫຍື່ອບໍວິເວນດັ່ງກ່າມ ເກີດພິດຕໍ່ລະບົບຕ່າງໆຂອງຮ່າງກາຍ ແລະ ເຮັດໃຫ້ເສຍຊີວິດໄດ້.


ໂລກ Necrotizing Fasciitis ຄືໂລກທີ່ເກີດຈາກເຊື້ອແບັດທີເຣຍ ທີ່ສາມາດທຳລາຍຜິວໜັງ, ໄຂມັນ ແລະ ເນື້ອເຫຍື່ອທີ່ຫໍ່ຫຸ້ມກ້າມຊິ້ນໄດ້ພາຍໃນໄລຍະເວລາທີ່ວ່ອງໄວ ບາງຄັ້ງຮຽກໂລກນີ້ວ່າ ໂລກແບັດທີເຣຍກິນຊິ້ນ (Flesh-Eating Bacteria) ຖ້າເກີດກັບບໍລິເວນອະໄວຍະວະສືບພັນຈະຮຽກໂລກໜັງເນົ່າ (Fournier gangrene) ໂລກນີ້ພົບໄດ້ບໍ່ຫຼາຍ ແຕ່ເປັນໂລກທີ່ຂ້ອນຂ້າງເປັນຕາຢ້ານ ໂດຍພົບວ່າປະມານ 1 ໃນ 4 ຂອງຄົນທີ່ເກີດພາວະນີ້ຈະຕາຍ ເຊິ່ງຜູ້ຄົນສ່ວນໃຫຍ່ກ່ອນທີ່ຈະໄດ້ຮັບເຊື້ອໂລກນີ້ເຂົ້າຮ່າງກາຍກໍ່ມີຮ່າງກາຍທີ່ແຂງແຮງດີ ແຕ່ອັດຕາຄວາມສ່ຽງຈະສູງຂຶ້ນເມື່ອ:

1. ພູມຄຸ້ມກັນຕ່ຳ
2. ມີບັນຫາສຸຂະພາບຊຳເຮື້ອເຊັ່ນ: ເປັນໂລກເບົາຫວານ, ມະເຮັງ ຫຼື ໂລກຕັບ ແລະ ໝາກໄຂ່ຫຼັງ
3. ມີບາດຢູ່ຜິວໜັງ ຫຼື ມີບາດຈາກການແຜ່ຕັດ
4. ຫາກໍ່ເປັນຕຸ່ມອີ່ສຸກອີ່ໃສ ຫຼື ມີການຕິດເຊື້ອຈາກໄວຣັສເຊິ່ງເຮັດໃຫ້ເກີດຕຸ່ມ ຫຼື ຜື່ນຄັນ
5. ໃຊ້ຢາສະເຕຍຣອຍ ເຊິ່ງເຮັດໃຫ້ຮ່າງກາຍຕ້ານທານເຊື້ອໄດ້ຕຳລົງ

ສາເຫດຂອງໂລກນັ້ນເກີດບາດແຜທີ່ຕິດເຊື້ອແບັດທີເຣຍ ເຊິ່ງມີຫຼາຍຊະນິດທີ່ເຂົ້າໄປໃນບາດແຜ ທີ່ສຳຄັນໂລກນີ້ຍັງສາມາດຕິດຕໍ່ຈາກຄົນສູ່ຄົນໄດ້ໂດຍສະເພາະຄົນໃກ້ຊິດ ຈາກການສຳເລັດບາດແຜຈາກຄົນທີ່ຕິດເຊື້ອ ແຕ່ກໍ່ເກີດຂຶ້ນໄດ້ຍາກ ຍົກເວັ້ນຄົນສຳຜັດກໍ່ມີບາດແຜ ຫຼື ເປັນຕຸ່ມ ຫຼື ມີພູມຕ້ານທານຕຳ.

ອາການຂອງໂລກ: ສ່ວນຫຼາຍມັກເກີດຂຶ້ນທັນທີພາຍຫຼັງມີບາດແຜ ອາການຈະຮຸນແຮງລົງທັນທີທັນໃດ ມີອາການປວດຮຸນແຮງທີ່ຜິດກັບຂະໜາດຂອງບາດແຜທີ່ເກີດຂຶ້ນ ຫຼື ອາການເຈັບເກີດຂຶ້ນຮຸນແຮງ ແລະ ຈະມີອາການດັ່ງນີ້ ຜິວໜັງມີສີແດງບວມ ແລະ ເມື່ອສຳຜັດຈະຮູ້ສຶກວ່າຜິວໜັງຮ້ອນ, ເປັນໄຂ້ ແລະ ໜາວສັ່ນ, ມີອາການພວນທ້ອງປວດຮາກ, ຮາກ ແລະ ເຈັບທ້ອງ.

ການຕິດເຊື້ອຈະລຸກລາມຢ່າງວ່ອງໄວ ໄວຈົນສາມາດເອົາຊີວິດຂອງຜູ້ຕິດເຊື້ອໄດ້ ຜູ້ຕິດເຊື້ອຈະມີອາການຊັອກ ແລະ ຈະຖືກທຳລາຍທັງຜິວໜັງ, ໄຂມັນ ແລະ ເນື້ອເຫຍື່ອທີ່ປົກຫຸ້ມກ້າມຊີ້ນ ຮຽກວ່າເປັນເນື້ອຮ້າຍ gangrene ພາວະ Necrotizing Fasciitis ເຮັດໃຫ້ການເຮັດວຽກຂອງອະໄວຍະວະຕ່າງໆລົ້ມເຫຼວ ແລະ ເສຍຊີວິດໃນທີ່ສຸດ.

No comments

Powered by Blogger.