ທ່ານ ນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມປະເທດມາເລເຊຍ - ອິດສະຫຼະ

ທ່ານ ນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມປະເທດມາເລເຊຍ



ໃນຕອນເຊົ້າຂອງມື້ນີ້ (9 ພຶດສະພາ 2017) ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ເດີນທາງເຖິງນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ເພື່ອຢ້ຽມຢາມຢ່າງເປັນທາງການ ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີມາເລເຊຍ ທ່ານ ດາໂຕະ ສຣິ ນາຈິບ ຕຸນ ອັບດູນ ຣາຊັກ ພາຍໃຕ້ບັນຍາກາດການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.


ເຊິ່ງທັງສອງຝ່າຍໄດ້ປຶກສາຫາລີກັນກ່ຽວກັບການຮ່ວມມືໃນດ້ານຕ່າງໆເຊັ່ນ: ດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຄ້າ-ການລົງທຶນ, ດ້ານການເງິນ ແລະ ທະນາຄານ, ດ້ານຄົມມະນາຄົມ ແລະ ຂົນສົ່ງ, ດ້ານການທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານວິທະຍາສາດ ແລະ ເຕັກໂນໂລຊີ ແລະ ດ້ານສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ນອກນີ້ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາພາກພື້ນ ແລະ ສາກົນທີ່ມີຄວາມສົນໃຈຮ່ວມກັນ.

ຝ່າຍລາວໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານມາເລເຊຍ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ.ລາວ ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການຊ່ວຍເຫຼືອດ້ານການເງິນໃນການພັດທະນາ ແລະ ປັບປຸງລະບົບສາຍສົ່ງໄຟຟ້າຢູ່ນະຄອນຫຼວງວຽງຈັນ ແລະ ພາກເໜືອ ເປັນເງິນຈຳນວນ 65 ລ້ານໂດລາສະຫະລັດ; ການຊ່ວຍເຫຼືອດ້ານການພັດທະນາຊັບພະຍາກອນມະນຸດຢູ່ລາວໂດຍຜ່ານໂຄງການ MTCP (Malaysia Cooperation Programe) ເຊິ່ງນັບແຕ່ປີ 1991 ມາເຖິງປັດຈຸບັນມີເຖິງ 1,436 ທຶນ; ການສົ່ງທີມແພດຈຳນວນ 50 ທ່ານເພື່ອໃຫ້ບໍລິການກວດສຸຂະພາບແບບບໍ່ເສຍຄ່າ ຢູ່ບ້ານໂພນສະຫວັນ ແລະ ເມືອງສັງທອງ ທີ່ນະຄອນຫຼວງວຽງຈັນ ໃນປີ 2015 ແລະ 2016 ຜ່ານມາ; ແລະ ໃຫ້ການຮ່ວມມື ແລະ ການສະໜັບສະໜູນແກ່ ສປປ.ລາວ ໃນການເປັນປະທານອາຊຽນໃນປີ 2016 ໃຫ້ໄດ້ຮັບຜົນສຳເລັດອັນຈົບງາມ.

ພາຍຫຼັງສຳເລັດການພົບປະສອງຝ່າຍ, ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ນາຈີບ ຣາຊັກ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສປປ.ລາວ ກັບ ກະຊວງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳແຫ່ງມາເລເຊຍ.

ໃນໄລຍະຜ່ານມາການພົວພັນຮ່ວມມືລາວ-ມາເລເຊຍໄດ້ມີຜົນສຳເລັດໃນຫຼາຍດ້ານເຊັ່ນ: ສຳເລັດການຈັດກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ-ມາເລເຊຍຄົບຮອບ 50 ປີ (01/7/1966-01-07/2016) ດ້ວຍຜົນສຳເລັດຢ່າງຈົບງາມໃນປີ 2016 ຜ່ານມາ, ສຳເລັດການເປີດຫ້ອງການທີ່ປຶກສາທູດຝ່າຍປ້ອງກັນຊາດຢູ່ປະເທດຂອງກັນ ແລະ ກັນ ໃນປີ 2016 ຜ່ານມາ, ດ້ານການຄ້າ ແລະ ການລົງທຶນກໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງເຫັນໄດ້ຈາກມູນຄ່າການຄ້າຂອງສອງປະເທດໃນປີ 2016 ສາມາດບັນລຸໄດ້ 30.9 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 75% ເມື່ອທຽບໃສ່ປີທີ່ຜ່ານມາ ແລະ ມູນຄ່າການລົງທຶນຂອງມາເລເຊຍໃນ ສປປ.ລາວ ມີປະມານເກືອບ 1 ຕື້ໂດລາສະຫະລັດ ໃນປັດຈຸບັນ, ກວມເອົາ 100 ກວ່າໂຄງການ, ເຮັດໃຫ້ມາເລເຊຍກາຍເປັນອັນດັບທີ 4 ຂອງປະເທດທີ່ລົງທຶນຢູ່ລາວ ແລະ ສຳເລັດການຂະຫຍາຍເສັ້ນທາງການບິນຕື່ມອີກ 1 ສາຍລະຫວ່າງກົວລາລຳເປີ - ຫຼວງພະບາງ ຢ່າງເປັນທາງການໃນທ້າຍປີ 2016 ຜ່ານມາ ລວມເປັນ 4 ຖ້ຽວບິນຕໍ່ອາທິດ ກ່ອນໜ້ານີ້ກົວລາລຳເປີ-ນະຄອນຫຼວງວຽງຈັນ ມີຈຳນວນ 3 ຖ້ຽວ.

ແຫຼ່ງ: ສຳນັກຂ່າວສານປະເທດລາວ

No comments

Powered by Blogger.